ຫ້ອງຕຳຫຼວດ ປກສ ແຂວງໄຊຍະບູລີ ຈັດພິທີມອບ-ຮັບໜ້າທີ່ ລະຫວ່າງ ຫົວໜ້າຫ້ອງຕຳຫຼວດ (ຜູ້ເກົ່າ) ແລະ ຜູ້ຮັກສາການ ຫົວໜ້າຫ້ອງຕຳຫຼວດ ໃນວັນທີ 15 ພຶດສະພາ 2023, ໂດຍມີ ພົຈວ ຄຳແພງ ເພັດ ຫົວໜ້າກອງບັນຊາການ ປກສ ແຂວງ, ມີບັນດາສະຫາຍຄະນະພັກກອງບັນຊາການ, ຄະນະຫ້ອງ, ຄະນະພະແນກ ທີ່ຂຶ້ນກັບ ຫ້ອງຕຳຫຼວດ ເຂົ້າຮ່ວມ.

ໃນພິທີ, ພັທ ກົງແກ້ວ ພູວົງສີ ຮອງຫົວໜ້າຫ້ອງຕຳຫຼວດ ໄດ້ຜ່ານບົດລາຍງານການເຄື່ອນໄຫວວຽກງານ ໃນໄລຍະຜ່ານມາ, ເຊິ່ງໄດ້ຍົກໃຫ້ເຫັນສະພາບຈຸດພິເສດລວມຂອງຫ້ອງ ພ້ອມທັງຕີລາຄາການຊີ້ນຳ-ນຳພາ ໃນໄລຍະຜ່ານມາ ແລະ ມອບບັນດາວຽກທີ່ຈະຕ້ອງສືບຕໍ່ຈັດຕັ້ງປະຕິບັດໃນຕໍ່ໜ້າ.

ຈາກນັ້ນ, ພັທ ທິບພະຈັນ ລາດມົນຕີ ຫົວໜ້າຫ້ອງຕຳຫຼວດ (ຜູ້ເກົ່າ) ແລະ ພັທ ສຸລິວົງ ສີລິມະໂນທຳ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ຮັກສາການ ຫົວໜ້າຫ້ອງຕຳຫຼວດ ກໍໄດ້ລົງນາມເຊັນບົດບັນທຶກມອບ-ຮັບໜ້າທີ່ ຢ່າງເປັນທາງການ.

ພົຈວ ຄຳແພງ ເພັດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ ພ້ອມທັງເນັ້ນໃຫ້ບັນດາສະຫາຍນາຍຕໍາຫຼວດ ທີ່ໄດ້ຮັບການມອບໝາຍໜ້າທີ່ ຈົ່ງສືບຕໍ່ຝຶກຝົນຫຼ່ໍຫຼອມຕົນເອງໃຫ້ກາຍເປັນຜູ້ບັນຊາຫຼັກແຫຼ່ງແກ່ນສານຂອງພັກ-ລັດ, ຂອງກຳລັງປ້ອງກັນຄວາມສະຫງົບ ພ້ອມກັນເຮັດໜ້າທີ່ການເມືອງໃຫ້ສູງກວ່າເກົ່າ, ເປັນແບບຢ່າງໃນການປະຕິບັດລະບຽບກົດໝາຍ, ປະຕິບັດໜ້າທີ່ດ້ວຍຄວາມໂປ່ງໃສ, ປັບປຸງແບບແຜນວິທີເຮັດວຽກໃຫ້ດີກວ່າເກົ່າ ບົນພື້ນຖານຄວາມສາມັກຄີເປັນເອກະພາບກັບໝູ່ຄະນະ ເພື່ອພ້ອມກັນເຮັດສຳເລັດໜ້າທີ່ການເມືອງທີ່ໄດ້ຮັບການມອບໝາຍ.