ອົງຄະນະພັກ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ຈັດກອງປະຊຸມໃຫຍ່ໄລຍະກາງສະໄໝທີ VI ໃນວັນທີ 18 ພຶດສະພາ 2023, ເປັນປະທານໂດຍ ສະຫາຍ ພົຕ ຄຳເກິ່ງ ຜຸຍຫຼ້າມະນີວົງ ຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີ, ເລຂາຄະນະພັກ ຫົວໜ້າກອງໃຫຍ່ຕໍາຫຼວດ ກະຊວງ ປກສ, ມີ ບັນດາຮອງເລຂາຄະນະພັກ, ຄະນະພັກກົມໃຫຍ່, ແຂກຮັບເຊີນ ພ້ອມດ້ວຍພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.

ໃນກອງປະຊຸມ, ພົຈວ ນິລະວົງ ເຈືອງຕະວະລາດ ຮອງເລຂາຄະນະພັກ ຮອງຫົວໜ້າກົມໃຫຍ່ຕໍາຫຼວດ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ໄລຍະກາງສະໄໝທີ VI ແລະ ທິດທາງແຜນການທ້າຍສະໄໝຂອງ ອົງຄະນະພັກ ກົມໃຫຍ່ຕໍາຫຼວດ ວ່າ:

ໃນໄລຍະ 2 ປີ ຜ່ານມາ, ຄະນະພັກກົມໃຫຍ່ ໄດ້ຍົກສູງທາງດ້ານຄວາມຮັບຜິດຊອບຊີ້ນຳ-ນຳພາບັນດາໜ່ວຍພັກກົມກອງ, ຫ້ອງ ອ້ອມຂ້າງກົມໃຫຍ່ໃນການສຸມໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ນາຍ ແລະ ພົນຕໍາຫຼວດ, ມີຄວາມອຸ່ນອ່ຽນທຸ່ນທ່ຽງເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ, ນຳພາເຊື່ອມຊຶມມູນເຊື້ອຂອງພັກ, ຂອງຊາດ-ຂອງກຳລັງ ຕິດພັນກັບ ການກໍ່ສ້າງພັກ-ກໍ່ສ້າງກຳລັງ ຕາມ 5 ຫຼັກການ 3 ທິດນໍາຂອງພັກ, ພ້ອມທັງຄຸ້ມຄອງ, ຕິດຕາມ, ກວດກາ ແລະ ເກັບກຳສະພາບການເຄື່ອນໄຫວຂອງສະມາຊິກພັກ, ນາຍ ແລະ ພົນຕໍາຫຼວດ ຢ່າງເປັນປົກກະຕິ.

ຜ່ານການຈັດຕັ້ງເຄື່ອນໄຫວວຽກງານດັ່ງກ່າວ ສາມາດສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໄດ້ 31 ໜ່ວຍພັກ, ຄັດເລືອກສະມາຊິກພັກ ປະເພດແຂງ ໄດ້ 2.819 ສະຫາຍ ຍິງ 521 ສະຫາຍ, ປະເພດກາງ 103 ສະຫາຍ ຍິງ 17 ສະຫາຍ, ປະເພດອ່ອນ 9 ສະຫາຍ ຍິງ 1 ສະຫາຍ.

ນອກຈາກນັ້ນ, ທາງດ້ານວຽກງານວິຊາສະເພາະ ສາມາດເກັບກຳຄະດີທີ່ເກີດຂຶ້ນທົ່ວປະເທດ ໄດ້ທັງໝົດ 19.851 ເລື່ອງ, ມ້າງໄດ້ 11.986 ເລື່ອງ, ຍັງສືບຕໍ່ດຳເນີນ 7.865 ເລື່ອງ, ກັກຜູ້ຖືກຫາໄດ້ 51 ຄົນ ຍິງ 31 ຄົນ. ໃນກອງປະຊຸມ, ຄະນະພັກແຕ່ລະຂັ້ນ ຍັງໄດ້ພ້ອມກັນປະກອບຄຳເຫັນໃສ່ເນື້ອໃນກອງປະຊຸມ ແລະ ດຳເນີນການປ່ອນບັດທາບທາມຢັ່ງຫາງສຽງຄວາມໄວ້ວາງໃຈຕໍ່ ຄະນະພັກ ກົມໃຫຍ່ຕໍາຫຼວດ ຊຸດທີ VI ເຊິ່ງມີທັງໝົດ 14 ສະຫາຍ.

ທິດທາງແຜນການໃນຕໍ່ໜ້າ, ອົງຄະນະພັກ ກົມໃຫຍ່ຕໍາຫຼວດ ຈະເພີ່ມທະວີການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກມີຄຸນທາດການເມືອງໜັກແໜ້ນ, ປັບປຸງແບບແຜນການບັງຄັບບັນຊາທີ່ເດັດດ່ຽວ-ເດັດຂາດ, ນາຍ ແລະ ພົນຕຳຫຼວດມີຄວາມຮູ້ຄວາມສາມາດ, ມີຈັນຍາບັນ-ຈັນຍາທຳຄວາມສະຫງົບ-ປອດໄພ ແລະ ຍຸຕິທຳໃຫ້ແກ່ສັງຄົມ ບົນພື້ນຖານການປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານຂອງພັກ.

ຈະສຸມໃສ່ຊີ້ນຳ-ນຳພາບັນດາວຽກງານວິຊາສະເພາະ ແກ້ໄຂສະພາບຄວາມບໍ່ເປັນລະບຽບ-ຮຽບຮ້ອຍທາງສັງຄົມ ໃຫ້ກາຍເປັນໜ້າທີ່ຄວາມຮັບຜິດຊອບທົ່ວປວງຊົນຮອບດ້ານ ໂດຍມີກຳລັງຕຳຫຼວດເປັນໃຈກາງ ໂດຍຖືເອົາວຽກງານປ້ອງກັນສະກັດກັ້ນເປັນກົກ, ເອົາການແກ້ໄຂມ້າງລາຍຄະດີເປັນສຳຄັນ ແລະ ຖືກຕ້ອງຕາມກົດໝາຍ, ຕາມແນວທາງ ແລະ ຫຼັກການວິຊາສະເພາະ ໃຫ້ມີປະສິດທິຜົນສູງ.

ຈະນໍາພາກໍ່ສ້າງ, ຕິດຕາມ, ກວດກາ, ຊຸກຍູ້ ແລະ ຄຸ້ມຄອງສະມາຊິກພັກ ໃຫ້ຮັກສາບົດບາດການເປັນແກນນຳ, ເປັນແບບຢ່າງທີ່ດີໃນການຝຶກຝົນຫຼ່ໍຫຼອມຕົນເອງ, ການກໍ່ສ້າງຜູ້ສືບທອດພາລະກິດປະຕິວັດ, ເສີມຂະຫຍາຍມູນເຊື້ອຄວາມສາມັກຄີພາຍໃນເປັນປຶກແຜ່ນ ແລະ ໂຄສະນາຂະຫຍາຍພັກໃຫ້ຖືກຕ້ອງຕາມບາດກ້າວ, ຂັ້ນຕອນທີ່ກໍານົດໃນລະບຽບຂອງພັກ.

ຈະສະໜອງງົບປະມານ, ພາຫະນະ, ອຸປະກອນເຕັກນິກຮັບໃຊ້ວຽກງານວິຊາສະເພາະໃຫ້ພຽງພໍ, ສຸມໃສ່ນຳພາສ້າງພາລາທິການກັບທີ່ ຕາມທິດເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຕິດພັນກັບ ວຽກງານວິຊາສະເພາະຂອງບັນດາໜ່ວຍພັກກົມ, ຫ້ອງ ທີ່ມີເງື່ອນໄຂເໝາະສົມ ເພື່ອສ້າງແຫຼ່ງລາຍຮັບເຂົ້າກົມກອງລວມໝູ່ ແລະ ປັບປຸງຊີວິດການເປັນຢູ່ຂອງສະມາຊິກພັກ, ຄອບຄົວນາຍ ແລະ ພົນຕຳຫຼວດ ໃຫ້ດີຂຶ້ນບົນຫຼັກການພໍພຽງ, ລຽບງ່າຍ, ປະຍັດມັດທະຍັດ ແລະ ສອດຄ່ອງກັບແນວທາງນະໂຍບາຍຂອງພັກ-ລັດ.