ຫ້ອງວ່າການ ກະຊວງ ປກສ ໄດ້ຈັດພິທີປະກາດສັບຊ້ອນ ແລະ ເລື່ອນຊັ້ນໃຫ້ນາຍ ແລະ ພົນຕໍາຫຼວດ ໃນວັນທີ 18 ພຶດສະພາ 2023, ເຂົ້າຮ່ວມ ແລະ ປະດັບຊັ້ນໂດຍ ພົຈວ ອານຸເດດ ຄູນຄຳ ຮອງຫົວໜ້າຫ້ອງວ່າການ ກະຊວງ ປກສ, ມີບັນດາຄະນະພັກ-ຄະນະກົມ, ຫ້ອງ, ນາຍ ແລະ ພົນຕໍາຫຼວດທີ່ໄດ້ ຮັບການສັບຊ້ອນ ແລະ ເລື່ອນຊັ້ນ ເຂົ້າຮ່ວມ.

ພັອ ສີວັນທາ ເພຍສະຂາ ຫົວໜ້າຫ້ອງການເມືອງ ຫ້ອງວ່າການ ກະຊວງ ປກສ ໄດ້ຜ່ານຂໍ້ຕົກລົງຂອງ ຫົວໜ້າຫ້ອງວ່າການ ກະຊວງ ປກສ ວ່າດ້ວຍ ການສັບຊ້ອນພົນຕໍາຫຼວດໃຫ້ ກົມບໍລິຫານ ທີ່ຂຶ້ນກັບ ຫ້ອງວ່າການ ກະຊວງ ປກສ ຈໍານວນ 2 ສະຫາຍ ຍິງ 2 ສະຫາຍ; ພ້ອມທັງຜ່ານຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງ ປກສ ວ່າດ້ວຍ ການເລື່ອນຊັ້ນໃຫ້ນາຍຕໍາຫຼວດ ຫ້ອງວ່າການ ກະຊວງ ປກສ ເຊິ່ງໄດ້ເລື່ອນຊັ້ນດັ່ງນີ້:

  • ພັນຕີ ຂຶ້ນ ພັນໂທ 7 ສະຫາຍ ຍິງ 4 ສະຫາຍ
  • ຮ້ອຍເອກ ຂຶ້ນ ພັນຕີ 2 ສະຫາຍ ຍິງ 2 ສະຫາຍ
  • ຮ້ອຍໂທ ຂຶ້ນ ຮ້ອຍເອກ 4 ສະຫາຍ ຍິງ 1 ສະຫາຍ

ຜ່ານຂໍ້ຕົກລົງຂອງ ຫົວໜ້າຫ້ອງວ່າການ ກະຊວງ ປກສ ວ່າດ້ວຍ ການເລື່ອນຊັ້ນໃຫ້ພົນຕໍາຫຼວດ ຫ້ອງວ່າການ ກະຊວງ ປກສ ຈາກຊັ້ນ ສິບໂທ ຂຶ້ນ ສິບເອກ ຈໍານວນ 10 ສະຫາຍ ຍິງ 1 ສະຫາຍ.

ໂອກາດນີ້, ພົຈວ ອານຸເດດ ຄູນຄຳ ໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນໍາຕໍ່ຜູ້ທີ່ຖືກສັນຊ້ອນ-ໄດ້ຮັບການເລື່ອນຊັ້ນໃໝ່ໃນຄັ້ງນີ້ ກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມຊົມເຊີຍ ແລະ ເນັ້ນໜັກໃຫ້ເອົາໃຈໃສ່ເພີ່ມທະວີຄວາມຮັບຜິດຊອບຂອງຕົນໃຫ້ສູງຂຶ້ນ, ກໍາແໜ້ນແນວທາງນະໂຍບາຍຂອງພັກ, ລະ ບຽບກົດໝາຍຂອງລັດແຕ່ລະໄລຍະ, ມີຄວາມໜັກແໜ້ນທາງດ້ານການເມືອງແນວຄິດ, ພ້ອມກັນເອົາໃຈໃສ່ເຄື່ອນໄຫວເຮັດໜ້າທີ່ການເມືອງຂອງຕົນຢ່າງຕັ້ງໜ້າ, ເອົາໃຈໃສ່ຄົ້ນຄວ້າຊອກຮູ້ຮໍ່າຮຽນຮອບດ້ານ.

ຝຶກຝົນຫຼ່ໍຫຼອມຕົນເອງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ ແລະ ແຂ່ງຂັນກັນສ້າງຜົນງານ ເພື່ອເປັນມາດຖານ, ເງື່ອນໄຂໃນການຄົ້ນຄວ້າປະຕິບັດນະໂຍບາຍດ້ານຕ່າງໆ, ເພີ່ມທະວີຄວາມສາມັກຄີພາຍໃນກົມກອງ ໃຫ້ແໜ້ນແຟ້ນ, ເສີມຂະຫຍາຍຄວາມສາມັກຄີກັບປະຊາຊົນບັນດາເຜົ່າຢ່າງກວ້າງຂວາງ ກຽມພ້ອມປະຕິບັດໜ້າທີ່ດ້ວຍຄວາມຫ້າວຫັນ.