ກອງບັນຊາການປ້ອງກັນສູນກາງ ກະຊວງ ປກສ ໄດ້ຈັດພິທີປະກາດເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດ ໃນວັນທີ 19 ພຶດສະພາ 2023, ເປັນປະທານ ແລະ ປະກັບຊັ້ນໂດຍ ພົຈວ ສົມພົງ ຂຳວິລຸນ ຫົວໜ້າກອງບັນຊາການປ້ອງກັນສູນກາງ, ມີຄະນະພັກ-ຄະນະບັນຊາ, ຫ້ອງ, ກອງພັນ, ໂຮງຮຽນ, ພະນັກງານ-ຫຼັກແຫຼ່ງກົມ-ກອງອ້ອມຂ້າງ ກອງບັນຊາການ, ນາຍ ແລະ ພົນຕຳຫຼວດທີ່ໄດ້ຮັບການເລື່ອນຊັ້ນ ເຂົ້າຮ່ວມ.

ພັທ ພູນສີ ແດງຈຳປາ ຮອງຫົວໜ້າຫ້ອງການເມືອງ ໄດ້ຜ່ານຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ຂໍ້ຕົກລົງຂອງ ກົມໃຫ່ຍການເມືອງ ແລະ ຂໍ້ຕົກລົງຂອງ ກອງບັນຊາການປ້ອງກັນສູນກາງ ວ່າດ້ວຍ ການເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດ ກອງບັນຊາການປ້ອງກັນສູນກາງ ທັງໝົດ ຈຳນວນ 128 ສະຫາຍ ຍິງ 29 ສະຫາຍ ດັ່ງນີ້:

  • ພັນຕີ ຂຶ້ນຊັ້ນ ພັນໂທ 7 ສະຫາຍ ຍິງ 3 ສະຫາຍ
  • ຮ້ອຍເອກ ຂຶ້ນຊັ້ນ ພັນຕີ 11 ສະຫາຍ ຍິງ 2 ສະຫາຍ
  • ຮ້ອຍໂທ ຂຶ້ນ ຮ້ອຍເອກ 5 ສະຫາຍ
  • ຮ້ອຍຕີ ຂຶ້ນຊັ້ນ ຮ້ອຍໂທ 20 ສະຫາຍ ຍິງ 5 ສະຫາຍ
  • ສິບເອກ ຂຶ້ນຊັ້ນ ວາທີຮ້ອຍຕີ 77 ສະຫາຍ ຍິງ 17 ສະຫາຍ
  • ສິບໂທ ຂຶ້ນຊັ້ນ ສິບເອກ 8 ສະຫາຍ ຍິງ 2 ສະຫາຍ

ທັງນີ້, ເພື່ອເປັນການປະຕິບັດນະໂຍບາຍຂອງພັກ-ລັດ ທີ່ມີຕໍ່ນາຍ ແລະ ພົນຕໍາຫຼວດ ຜູ້ທີ່ມີຜົນສໍາເລັດໃນການປະຕິບັດໜ້າທີ່ວຽກງານ ແລະ ຄົບມາດຖານເງື່ອນໄຂຂອງການເລື່ອນຊັ້ນ ທີ່ກໍານົດໄວ້ໃນກົດໝາຍວ່າດ້ວຍ ກໍາລັງປ້ອງກັນຄວາມສະຫງົບປະຊາຊົນ.

ໂອກາດດັ່ງກ່າວ, ພົຈວ ສົມພົງ ຂໍາວິລຸນ ຍັງໄດ້ໂອ້ລົມຕໍ່ພະນັກງານ-ນັກຮົບ ຜູ້ທີ່ໄດ້ຮັບການເລື່ອນຊັ້ນໃນຄັ້ງນີ້ ເຊິ່ງໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ເນັ້ນໜັກໃຫ້ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ ທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້, ມີຄວາມຈົ່ງຮັກພັກດີຕໍ່ພັກ-ລັດ, ຕໍ່ກໍາລັງປ້ອງກັນຄວາມສະຫງົບ ແລະ ເພື່ອນມິດສະຫາຍ, ມີຄວາມຮັກແພງຄວາມສາມັກຄີພາຍໃນກຳລັງ, ສືບຕໍ່ເຮັດວຽກງານ-ວິຊາສະເພາະທີ່ໄດ້ຮັບມອບໝາຍໃຫ້ສຳເລັດ ແລະ ສືບຕໍ່ພັດທະນາຕົນເອງໃນທຸກໆດ້ານ ເພື່ອສ້າງໃຫ້ໄດ້ພະນັກງານສືບທອດປ່ຽນແທນທີ່ດີ ແລະ ມີຄຸນນະພາບໃນສະເພາະໜ້າ ແລະ ຍາວນານ.