ກອງປະຊຸມຄົບຄະນະບໍລິຫານງານພັກ ກາງສະໄໝທີ VI ຂອງອົງຄະນະພັກ ຫ້ອງວ່າການ ກະຊວງ ປກສ ແລະ ທິດທາງແຜນການໄລຍະທ້າຍສະໄໝໄດ້ຈັດຂຶ້ນໃນວັນທີ 25 ພຶດສະພາ 2023, ເປັນປະທານໂດຍ ສະຫາຍ ພົຕ ສົມວັນ ສາຍລ້ອງພາ ຄະນະປະຈຳພັກກະຊວງ ເລຂາຄະນະພັກ ຫົວໜ້າຫ້ອງວ່າການ ກະຊວງ ປກສ, ມີຄະນະພັກ-ຄະນະບັນຊາກົມ, ຫ້ອງ, ພະແນກ ແລະ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.

+ ສະຫາຍ ພົຕ ສົມວັນ ສາຍລ້ອງພາ ກ່າວເປີດກອງປະຊຸມຄັ້ງນີ້ ວ່າ:

ໃນກອງປະຊຸມ ຜູ້ເຂົ້າຮ່ວມຈະໄດ້ເຊື່ອມຊຶມຄໍາສັ່ງແນະນຳ ວ່າດ້ວຍ ການດຳເນີນກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະພັກແຕ່ລະຂັ້ນ ໃນທົ່ວອົງຄະນະພັກ ກະຊວງປ້ອງກັນຄວາມສະຫງົບ, ມະຕິຂອງຄະນະບໍລິຫານງານພັກ ກະຊວງ ປກສ ວ່າດ້ວຍ ມາດຖານຂອງພະນັກງານນຳພາ-ບັນຊາ ໃນກຳລັງປ້ອງກັນຄວາມສະຫງົບ ແລະ ມາດຖານ, ຂໍ້ຫ້າມສຳລັບສະມາຊິກພັກ.

ທັງນີ້, ກໍເພື່ອເຮັດໃຫ້ການຈັດຕັ້ງດຳເນີນກອງປະຊຸມກາງສະໄໝ ຂອງຄະນະພັກແຕ່ລະຂັ້ນ ດຳເນີນຖືກຕ້ອງຕາມກົດລະບຽບຂອງພັກ, ສອດຄ່ອງກັບນິຕິກຳຂອງຂັ້ນເທິງວາງອອກ, ຮັບປະກັນການນຳພາ-ຊີ້ນຳຂອງຄະນະພັກຂັ້ນເທິງ ແລະ ມີຄວາມເປັນເອກະພາບ ໃນການຈັດຕັ້ງປະຕິບັດ.

ເພື່ອຕີລາຄາ ທົບທວນຄືນການນໍາພາຈັດຕັ້ງປະຕິບັດບັນດາທິດທາງ, ເນື້ອໃນ, ຄາດໝາຍທີ່ກອງປະຊຸມໃຫຍ່ຂັ້ນຂອງຕົນວາງອອກ, ອັນໃດໄດ້ເຮັດມີຜົນສຳເລັດ ແລະ ອັນໃດຍັງຄົງຄ້າງ ເພື່ອສືບຕໍ່ນຳພາປະຕິບັດໃຫ້ບັນລຸຜົນຕາມທີ່ໄດ້ກຳນົດໄວ້.

ເພື່ອກວດກາຄວາມຮັບຜິດຊອບການເມືອງ ຂອງບັນດາສະຫາຍໃນຄະນະບໍລິຫານງານພັກ, ບັນດາສະຫາຍໃນຄະນະພັກຕໍ່ກັບການນຳພາລວມ ແລະ ຄວາມຮັບຜິດຊອບຂອງບຸກຄົນໃນຄະນະພັກ ຕາມການແບ່ງງານ, ແບ່ງຄວາມຮັບຜິດຊອບ.

ຊອກໃຫ້ເຫັນດ້ານຕັ້ງໜ້າທີ່ຈະເສີມຂະຫຍາຍ, ດ້ານອ່ອນຂໍ້ຄົງຄ້າງທີ່ຈະໄດ້ແກ້ໄຂ, ປັບປຸງຍົກສູງຄວາມຮັບຜິດຊອບການເມືອງ ກໍຄື ການປະຕິບັດໜ້າທີ່ຂອງແຕ່ລະສະຫາຍ, ປະຕິບັດຫຼັກການຕໍານິຕົນເອງ ແລະ ຕິຊົມເຊິ່ງກັນແລະກັນພາຍໃນພັກ, ເພີ່ມທະວີຄວາມສາມັກຄີເປັນເອກະພາບພາຍໃນຄະນະພັກ, ຍົກສູງນໍ້າໃຈຮັບຜິດຊອບ ແລະ ຄວາມເປັນແບບຢ່າງນຳໜ້າຂອງຄະນະພັກ ເພື່ອເປັນໃຈກາງ-ຫຼັກແຫຼ່ງໃຫ້ແກ່ການປັບປຸງກໍ່ສ້າງພັກ ໃຫ້ ປອດໃສ ເຂັ້ມແຂງ ໜັກແໜ້ນ.

ພ້ອມນີ້, ກໍເພື່ອສ້າງຄວາມເປັນເອກະພາບ, ຄວາມຕັດສິນໃຈໃໝ່, ຄວາມເປັນເຈົ້າການຕັ້ງໜ້າບຸກບືນເຮັດແທ້ທຳຈິງ ແລະ ຍົກສູງຄວາມຮັບຜິດຊອບຂອງຄະນະພັກແຕ່ລະຂັ້ນ ໃນການຄົ້ນຄວ້າກໍານົດທິດທາງ, ມາດຕະການປັບປຸງແກ້ໄຂບັນຫາການເລັ່ງທວງຕົວຈິງ ໃນຄວາມຮັບຜິດຊອບຂອງຕົນ. ພ້ອມດຽວກັນນີ້, ໃນກອງປະຊຸມ ກໍໄດ້ມີການປ່ອນບັດທາບທາມຄວາມໄວ້ວາງໃຈຕໍ່ຄະນະພັກ.