ໃນໂອກາດທີ່, ສະຫາຍ ພົຕ ວັນທອງ ກອງມະນີ ກຳມະການສູນກາງພັກ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ເຂົ້າຮ່ວມກອງປະຊຸມຄົບຄະນະກາງສະໄໝທີ VIII ຂອງຄະນະພັກຮາກຖານ ກົມສື່ສານ ໃນວັນທີ 24 ພຶດສະພາ 2023, ເປັນປະທານໂດຍ ສະຫາຍ ພົຈວ ແສງປະເສີດ ສຸທຳມະວົງ ຄະນະພັກກະຊວງ ເລຂາຄະນະພັກຮາກຖານ ຫົວໜ້າກົມສື່ສານ, ມີບັນດາຄະນະພັກຮາກຖານ, ເລຂາໜ່ວຍພັກ ແລະ ສະມາຊິກພັກ ເຂົ້າຮ່ວມ, ໂດຍທ່ານໄດ້ເນັ້ນໃຫ້ ຄະນະພັກກົມສື່ສານ ເອົາໃຈໃສ່ຍົກສູງຄວາມຮັບຜິດຊອບວຽກງານຊີ້ນຳ-ນຳພາສະມາຊິກພັກ, ນາຍ-ພົນຕຳຫຼວດ ກຳລັງສື່ສານ ປະຕິບັດໜ້າທີ່ວຽກງານຢ່າງຕັ້ງໜ້າ, ສາມາດເຮັດໃຫ້ວຽກງານຕິດຕໍ່-ສື່ສານຂອງກຳລັງ ປກສ ໄດ້ມີບາດກ້າວບຸກທະລຸ, ມີຄວາມເຂັ້ມແຂງ, ມີຄຸນນະພາບ ແລະ ມີບາດກ້າວຂະຫຍາຍຕົວ ເພື່ອຫັນໄປສູ່ທັນສະໄໝເທື່ອລະກ້າວ.

+ ສະຫາຍ ພົຕ ວັນທອງ ກອງມະນີ ກ່າວວ່າ:

ຄະນະພັກຮາກຖານ ກົມສື່ສານ ຕ້ອງສຸມໃສ່ເຮັດວຽກງານການເມືອງ-ແນວຄິດໃຫ້ໜັກແໜ້ນ, ເລິກເຊິ່ງ ແລະ ທົ່ວເຖິງ, ຮັກສາທາດແທ້ມູນເຊື້ອຂອງ ກຳລັງປະກອບອາວຸດ ເປັນຕົ້ນແມ່ນ 3 ທາດແທ້ 7 ມູນເຊື້ອຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ພ້ອມທັງເອົາໃຈໃສ່ສ້າງພັກໃຫ້ມີຄວາມປອດໃສ ເຂັ້ມແຂງ ໜັກແໜ້ນ, ຮັກສາໄດ້ຄວາມສາມັກຄີເປັນເອກະພາບຢູ່ພາຍໃນ, ປັບປຸງແບບແຜນວິທີເຮັດວຽກໃຫ້ມີປະສິດທິຜົນສູງ, ຕັ້ງໜ້າບຸກບືນສ້າງກຳລັງໃຫ້ມີຄວາມຊໍານິ-ຊໍານານທາງດ້ານວິຊາສະເພາະ ພຽບພ້ອມທາງດ້ານຄຸນນະພາບ.

ຄຽງຄູ່ກັນນັ້ນ, ຕ້ອງມີແຜນການຕາມຂະແໜງການວິຊາສະເພາະ ແຕ່ນີ້ຮອດກອງປະຊຸມທ້າຍສະໄໝ, ເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ, ປະສານສົມທົບກັນຢ່າງກົມກຽວ ແລະ ມີຄວາມເອກະພາບສູງໃນການແກ້ໄຂປະກົດການຫຍໍ້ທໍ້ໃຫ້ວ່ອງໄວ ເພື່ອນໍາພາ-ຊີ້ນຳການຈັດຕັ້ງປະຕິບັດໃນແຕ່ລະໄລຍະ ຕາມທິດຫັນໄປສູ່ແບບແຜນທີ່ທັນສະໄໝເທື່ອລະກ້າວ, ທັງຮູ້ນຳໃຊ້ເຕັກນິກ, ເຕັກໂນໂລຊີຂໍ້ມູນຂ່າວສານທີ່ກ້າວໜ້າ ແລະ ທັນສະໄໝ ເຂົ້າຮັບໃຊ້ວຽກງານວິຊາສະເພາະຂອງກຳລັງ ໃນແຕ່ລະໄລຍະ.

ພ້ອມທັງເອົາໃຈໃສ່ວຽກງານພະລາທິການສ້າງລາຍຮັບເຂົ້າກົມ-ກອງ ເພື່ອກຸ້ມຕົນເອງ, ເພິ່ງຕົນເອງ ໃນແຕ່ລະດ້ານ ແລະ ຕິດພັນກັບການຊຸກຍູ້ຄອບຄົວຕົວແບບໃຫ້ຫຼາຍຂຶ້ນ ໃນເງື່ອນໄຂໃໝ່ນີ້ ຄວນມີທິດທາງການສ້າງເສດຖະກິດຕິດພັນກັບວຽກງານວິຊາສະເພາະ ທີ່ບໍ່ຂັດກັບລະບຽບກົດໝາຍ, ເພີ່ມທະວີຄວາມຮັບຜິດຊອບດ້ານການເມືອງ, ເປັນແບບຢ່າງທີ່ດີໃຫ້ແກ່ສະມາຊິກພັກ ແລະ ມະຫາຊົນ, ຮ່ຳຮຽນນຳມະຫາຊົນ, ໃກ້ຊິດຕິດແທດພະນັກງານ, ປະຕິບັດນະໂຍບາຍດ້ານຕ່າງໆ ໃຫ້ສອດຄ່ອງກັບແນວທາງຂອງພັກ.