ໃນວັນທີ 24 ພຶດສະພາ 2023, ສານປະຊາຊົນສູງສຸດ ໄດ້ຈັດພິທີປະກາດການຈັດຕັ້ງ, ເປັນປະທານໂດຍ ທ່ານ ນາງ ວຽງທອງ ສີພັນດອນ ປະທານສານປະຊາຊົາສູງສຸດ, ມີຫົວໜ້າກົມ-ຮອງກົມ ແລະ ພະນັກງານຈາກພະແນກການທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ນາງ ວຽງທອງ ສີພັນດອນ ປະທານສານປະຊາຊົາສູງສຸດ

ທ່ານ ຂຸນສຸວັນ ສຸທໍາມະວົງ ຫົວໜ້າກົມຈັດຕັ້ງພະນັກງານ ສານປະຊາຊົນສູງສຸດ ໄດ້ຂຶ້ນຜ່ານມະຕິຂອງ ຄະນະປະຈໍາສະພາແຫ່ງຊາດ ສະບັບເລກທີ 146/ຄປຈ ລົງວັນທີ 22 ພຶດສະພາ 2023 ວ່າດ້ວຍ ການແຕ່ງຕັ້ງຫົວໜ້າຄະນະສານປົກຄອງຂອງ ສານປະຊາຊົນສູງສຸດ ເຊິ່ງໄດ້ຕົກລົງແຕ່ງຕັ້ງຄື:

  • ທ່ານ ທອງຄຳ ສະຫວັນເພັດ ຜູ້ພິພາກສາຊັ້ນສີ່ ຮັກສາການຫົວໜ້າຄະນະສານປົກຄອງ ສານປະຊາຊົນສູງສຸດ ເປັນ ຫົວໜ້າຄະນະສານປົກຄອງ ສານປະຊາຊົນສູງສຸດ.

ມອບໃຫ້ສານປະຊາຊົນສູງສຸດ ພາກສ່ວນກ່ຽວຂ້ອງ, ຜູ້ຖືກແຕ່ງຕັ້ງຈົ່ງຮັບຮູ້ ແລະ ຈັດຕັ້ງປະຕິບັດມະຕິສະບັບນີ້ຢ່າງເຂັ້ມງວດ.

+ ໂອກາດດັ່ງກ່າວ, ທ່ານ ນາງ ວຽງທອງ ສີພັນດອນ ກໍໄດ້ໂອ້ລົມວ່າ:

ການປະກາດການຈັດຕັ້ງໃນຄັ້ງນີ້ ເປັນການປະຕິບັດຕາມການຕົກລົງເປັນເອກະພາບຂອງ ຄະນະປະຈໍາພັກ ສານປະຊາຊົນສູງສຸດ ບົນພື້ນຖານການຄົ້ນຄວ້າພິຈາລະນາ ໂດຍອີງໃສ່ຕຳແໜ່ງງານ, ຄວາມຮູ້-ຄວາມສາມາດຂອງພະນັກງານ.

ເມື່ອໄດ້ຮັບການມອບໝາຍໜ້າທີ່ອັນສໍາຄັນ ໃຫ້ສະຫາຍສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ, ເຕົ້າໂຮມຄວາມສາມັກຄີພາຍໃນ ເພື່ອເຮັດໃຫ້ພະນັກງານ-ຜູ້ພິພາກສາ ມີແນວຄິດເປັນເອກະພາບກັບແນວທາງຂອງພັກ, ອຸ່ນອຽນທຸ່ນທ່ຽງປະຕິບັດໜ້າທີ່ຮັບໃຊ້ປະຊາຊົນ, ປົກປ້ອງກົດໝາຍ, ນຳເອົາຄວາມຍຸຕິທໍາມາສູ່ສັງຄົມ, ເດັດດ່ຽວຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ ໃນຖັນແຖວສະມາຊິກພັກ-ພະນັກງານ ເຊິ່ງໃນນັ້ນ ຕ້ອງເຂັ້ມງວດປະຕິບັດກົດຈັນຍາບັນ-ຈັນຍາທຳຕ້ານວິຊາຊີບ, ເອົາໃຈໃສ່ຕິດຕາມ, ຊຸກຍູ້ ແລະ ກວດກາການດຳເນີນຄະດີປົກຄອງຂັ້ນລຸ່ມ ເພື່ອຮັບປະກັນເຮັດໃຫ້ການດໍາເນີນຄະດີປະຕິບັດຖືກຕ້ອງເປັນທໍາ, ວ່ອງໄວ, ໂປ່ງໃສ, ຍົກລະດັບຄວາມເຊື່ອໝັ້ນຂອງປະຊາຊົນທີ່ມີຕໍ່ລະບົບການບໍລິຫານຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ດ້ວຍກົດໝາຍໃຫ້ສູງຂຶ້ນເທື່ອລະກ້າວ.