ໃນທ້າຍອາທິດຜ່ານມາ, ກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງ ປກສ ໄດ້ຈັດພິທີປະກາດເລື່ອນຊັ້ນໃຫ້ນາຍ ແລະ ພົນຕໍາຫຼວດ, ເຂົ້າຮ່ວມ ແລະ ປະດັບຊັ້ນໂດຍ ພົຈວ ໜູໃບ ອິນທິສານ ຫົວໜ້າກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ, ມີຄະນະພັກ-ຄະນະກົມ, ຫົວໜ້າພະແນກ, ຮອງພະແນກ ພ້ອມດ້ວຍນາຍ ແລະ ພົນຕໍາຫຼວດຜູ້ທີ່ໄດ້ຮັບການເລື່ອນຊັ້ນ ເຂົ້າຮ່ວມ.

ໃນພິທີ, ພັທ ພູຂຽນ ສີຄູນນະລາດ ຮອງຫົວໜ້າພະແນກການເມືອງ ໄດ້ຜ່ານຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 987/988/989/ປກສ, ລົງວັນທີ 4 ພຶດສະພາ 2023 ວ່າດ້ວຍການເລື່ອນຊັ້ນໃຫ້ນາຍ ແລະ ພົນຕໍາຫຼວດ ຢູ່ກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ເຊິ່ງໄດ້ເລື່ອນຊັ້ນດັ່ງນີ້:

  • ພັນຕີ ຂຶ້ນ ພັນໂທ 4 ສະຫາຍ ຍິງ 1 ສະຫາຍ
  • ຮ້ອຍເອກ ຂຶ້ນ ພັນຕີ 22 ສະຫາຍ
  • ຮ້ອຍໂທ ຂຶ້ນ ຮ້ອຍເອກ 95 ສະຫາຍ ຍິງ 1 ສະຫາຍ

ໂອກາດດຽວກັນ, ພົຈວ ໜູໃບ ອິນທິສານ ໄດ້ຍ້ອງຍໍຊົມເຊີຍຕໍ່ນາຍ ແລະ ພົນຕໍາຫຼວດ ທີ່ໄດ້ຮັບການເລື່ອນຊັ້ນໃນຄັ້ງນີ້ ທີ່ສາມາດເຮັດສໍາເລັດໜ້າທີ່ການເມືອງ ແລະ ຮຽກຮ້ອງໃຫ້ແຕ່ລະສະຫາຍ ເອົາໃຈໃສ່ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານການເມືອງຂອງຕົນໃຫ້ສູງຂຶ້ນ, ສຸມທຸກກໍາລັງແຮງ ແລະ ສະຕິປັນຍາຂອງຕົນ ປະກອບສ່ວນເຂົ້າໃນໜ້າທີ່ວຽກງານວິຊາສະເພາະ ທີ່ການຈັດຕັ້ງມອບໝາຍໃຫ້, ເອົາໃຈໃສ່ຊອກຮູ້ຮໍ່າຮຽນ ເພື່ອເຮັດໃຫ້ຕົນເອງມີຄວາມຮູ້-ຄວາມສາມາດ, ປະກອບສ່ວນເຂົ້າໃນວຽກງານປ້ອງກັນຄວາມສະຫງົບ ໃຫ້ເຕີບໃຫຍ່ເຂັ້ມແຂງ, ສາມາດເຮັດຫຼອນໜ້າທີ່ໃຫ້ມີຜົນສໍາເລັດ ຕາມລະດັບຄາດໝາຍທີ່ຂັ້ນເທິງມອບໝາຍໃຫ້.