ພິທີປະກາດການບົ່ງຕົວແຕ່ງຕັ້ງ ເລຂາ, ຮອງເລຂາ, ຄະນະພັກ-ປະທານກວດກາພັກ ຂອງຄະນະພັກຮາກຖານ ແລະ ໜ່ວຍພັກຮາກຖານ ທີ່ຂຶ້ນກັບ ອົງ ຄະນະພັກ ກົມໃຫຍ່ການເມືອງ ປ້ອງກັນຄວາມສະຫງົບ ໄດ້ຈັດຂຶ້ນໃນວັນທີ 25 ພຶດສະພາ 2023, ເປັນປະທານໂດຍ ສະຫາຍ ພົຈວ ຄໍາສາຍ ຈັນທະວົງ ຄະນະພັກກະຊວງ ປະທານກວດກາພັກ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ມີບັນດາຄະນະພັກຮາກຖານ ແລະ ໜ່ວຍພັກຮາກຖານກົມກອງ ອ້ອມຂ້າງ ກົມໃຫຍ່ການເມືອງ ປກສ ເຂົ້າຮ່ວມ.

ສະຫາຍ ພັອ ນາງ ໄລທອງ ໄຊຍະສອນ ຮອງເລຂາໜ່ວຍພັກ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງ ປກສ ໄດ້ຜ່ານມະຕິຕົກລົງ ສະບັບເລກທີ 141/ຄພ.ກມປສ, ວັນທີ 22 ພຶດສະພາ 2023 ວ່າດ້ວຍ ການອະນຸມັດບົ່ງຕົວແຕ່ງຕັ້ງ ເລຂາ, ຮອງເລຂາ, ຄະນະພັກ-ປະທານກວດກາພັກ ຂອງຄະນະພັກຮາກຖານ ແລະ ໜ່ວຍພັກຮາກຖານ ທີ່ຂຶ້ນກັບ ອົງຄະນະພັກ ກົມໃຫຍ່ການເມືອງ ປ້ອງກັນຄວາມສະຫງົບ ດັ່ງນີ້:

  • ສະຫາຍ ພັທ ພາແກ້ວ ວິພົນຮຽນ ເປັນ ຄະນະພັກຮາກຖານ ໂຮງຮຽນວັດທະນະທໍາ ຫຼັກ 67
  • ສະຫາຍ ພັອ ບຸນລຽນ ສະອາດສີ ເປັນ ເລຂາໜ່ວຍພັກຮາກຖານ
  • ສະຫາຍ ພັອ ສຸພັນທອງ ໄຄ້ຍະວົງ ເປັນ ຮອງເລຂາ
  • ສະຫາຍ ພັອ ວຽງໄຊ ດວງຕາວັນ ເປັນ ຄະນະພັກ ຜູ້ກວດກາພັກ ໜ່ວຍພັກຮາກຖານ ກົມກວດກາ-ກວດການ
  • ສະຫາຍ ພັທ ບຸນທະວີ ວົງສູນທອນ ເປັນ ຮອງເລຂາ
  • ສະຫາຍ ພັທ ນາງຈັນທາ ທອງສະຫວັດ ເປັນ ຄະນະພັກ ຜູ້ກວດກາພັກ ໜ່ວຍພັກຮາກຖານ ຫ້ອງກໍາມະບານ
  • ສະຫາຍ ພັທ ແປງສີ ສົມພອນເທວາ ເປັນ ຄະນະພັກ ປະທານກວດກາພັກ ໜ່ວຍພັກຮາກຖານ ຫ້ອງການເມືອງ

ໂອກາດນີ້, ພົຈວ ຄຳສາຍ ຈັນທະວົງ ກໍໄດ້ໂອ້ລົມຕໍ່ບັນດາສະຫາຍທີ່ໄດ້ຮັບການບົ່ງຕົວແຕ່ງຕັ້ງ ຈົ່ງເພີ່ມທະວີຄວາມເປັນແບບຢ່າງໃນການນຳພາ, ຄຸນສົມບັດທັດສະນະ, ການດຳລົງຊີວິດທີ່ປອດໃສຂາວສະອາດ, ມີແນວຄິດໂປ່ງໃສ, ເປັນມາດຖານຢັ້ງຢືນໃຫ້ສະມາຊິກພັກ ມີຄວາມເຂັ້ມແຂງຮອບດ້ານ, ເອົາໃຈໃສ່ສືບຕໍ່ວຽກງານກວດກາພາຍໃນພັກ, ເປັນບັນຫາຕັດສິນການສ້າງໜ່ວຍພັກ ເຮັດໃຫ້ສະມາຊິກພັກ, ໜ່ວຍພັກ ມີຄວາມປອດໃສ ໜັກແໜ້ນ ເຂັ້ມແຂງ.