ກອງປະຊຸມກາງສະໄໝຂອງ ອົງຄະນະບໍລິຫານງານພັກ ກອງບັນຊາການປ້ອງກັນສູນກາງ ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດຂຶ້ນໃນວັນທີ 30-31 ພຶດສະພາ 2023 ເພື່ອທົບທວນຄືນການຊີ້ນໍາ-ນໍາພາ ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ກະຊວງ ປກສ ກໍຄື ມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງກອງບັນຊາການປ້ອງກັນສູນກາງ, ໂດຍການເປັນປະທານຂອງ ພົຈວ ສົມພົງ ຂໍາວິລຸນ ຄະນະພັກກະຊວງ ເລຂາຄະນະພັກ ຫົວໜ້າກອງບັນຊາການປ້ອງກັນສູນກາງ, ມີຄະນະພັກກອງບັນຊາການ, ຄະນະໜ່ວຍພັກຮາກຖານ, ຄະນະພັກຮາກຖານຫ້ອງ, ກອງພັນ ແລະ ໂຮງຮຽນ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຄົ້ນຄວ້າຢ່າງເລິກເຊິ່ງ ແລະ ເປັນເອກະສັນຮັບຮອງເອົາ ບົດສະຫຼຸບການນໍາພາຂອງ ຄະນະບໍລິຫານງານພັກກາງສະໄໝທີ VI ທີ່ໄດ້ສະເໜີຕໍ່ກອງປະຊຸມຄົບຄະນະກາງສະໄໝຂອງ ຄະນະພັກ ກອງບັນຊາການປ້ອງກັນສູນກາງ ໂດຍສະແດງຄວາມເຫັນດີຕໍ່ກັບການສະຫຼຸບຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງ ກໍຄື ມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກ ກອງບັນຊາການປ້ອງກັນສູນກາງ ເປັນຕົ້ນແມ່ນ ຜົນງານອັນພົ້ນເດັ່ນທີ່ຍາດມາໄດ້ຄື:

  • ວຽກງານປົກປັກຮັກສາຄວາມສະຫງົບ ທາງດ້ານການເມືອງ
  • ວຽກງານກໍ່ສ້າງພັກ-ພະນັກງານ ແລະ ການນຳພາອົງການຈັດຕັ້ງມະຫາຊົນ
  • ວຽກງານນະໂຍບາຍ ແລະ ກວດກາກໍາລັງ
  • ວຽກງານຄຸ້ມຄອງຫ້ອງການ
  • ວຽກງານເສນາທິການ, ພະລາທິການ ແລະ ອື່ນໆ

ບັນດາຜົນສຳເລັດທີ່ບັນລຸໄດ້ເປັນພື້ນຖານ ແລະ ທວງທ່າໃໝ່ ໃຫ້ແກ່ການສືບຕໍ່ພັດທະນາກຳລັງປ້ອງກັນສູນກາງ ໃຫ້ຂະຫຍາຍຕົວຢ່າງໜັກແໜ້ນ ໄປຕາມທິດທາງ ແລະ ຈຸດໝາຍທີ່ວາງໄວ້. ພ້ອມກັນນັ້ນ, ກອງປະຊຸມ ກໍໄດ້ຕີລາຄາກົງໄປກົງມາກ່ຽວກັບ ຂໍ້ຄົງຄ້າງໃນການນໍາພາຈັດຕັ້ງປະຕິບັດໜ້າທີ່ວຽກງານ ໃນບາງດ້ານທີ່ບໍ່ທັນບັນລຸຜົນສຳເລັດຕາມຄາດໝາຍທີ່ວາງໄວ້ ແລະ ໄດ້ເລັ່ງທວງໃຫ້ມີມາດຕະການທີ່ແທດເໝາະ ເພື່ອດໍາເນີນການແກ້ໄຂຢ່າງຈິງຈັງ ແນໃສ່ສ້າງການຫັນປ່ຽນອັນຕັ້ງໜ້າທີ່ເດັດຂາດ ໃຫ້ຫຼາຍຂຶ້ນກວ່າເກົ່າ.

ນອກນີ້, ກອງປະຊຸມ ໄດ້ຈັດຕັ້ງເຊື່ອມຊຶມເອກະສານຄຳສັ່ງແນະນໍາ ວ່າດ້ວຍ ດໍາເນີນກອງປະຊຸມຄົບຄະນະກາງສະໄໝຂອງ ຄະນະພັກແຕ່ລະຂັ້ນ ໃນທົ່ວອົງຄະນະພັກ ກະຊວງປ້ອງກັນຄວາມສະຫງົບ ແລະ ມະຕິຂອງຄະນະບໍລິຫານງານພັກ ກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍ ມາດຖານຂອງພະນັກງານນຳພາ-ບັນຊາ ໃນກຳລັງປ້ອງກັນຄວາມສະຫງົບ ແລະ ໄດ້ຄົ້ນຄວ້າ ແລະ ປະກອບຄຳເຫັນຈາກຜູ້ແທນກອງປະຊຸມ ດ້ວຍຄວາມຮັບຜິດຊອບສູງຢ່າງກົງໄປກົງມາຕໍ່ໝາກຜົນ ກໍຄື ບັນດາຂໍ້ຄົງຄ້າງ ໃນການນຳພາຊີ້ນຳຂອງຄະນະພັກກອງບັນຊາການ ໃນກາງສະໄໝທີ່ຜ່ານມາ ແລະ ຂໍ້ສະດວກທີ່ມີຫຼັກສະນະເປັນບົດຮຽນຈາກພຶດຕິກຳຕົວຈິງ ໃນການກໍ່ສ້າງພັກ-ກໍ່ສ້າງພະນັກງານໃນຕໍ່ໜ້າ.