ສະຫາຍ ພົທ ກົງທອງ ພົງວິຈິດ ກໍາມະການສູນກາງພັກ ຮອງລັດຖະມົນຕີ ກະຊວງ ປກສ ໄດ້ມີທິດຊີ້ນຳໃຫ້ຄະນະພັກ-ກອງບັນຊາການປ້ອງກັນສູນກາງ (ປກ) ກະຊວງ ປກສ ກໍຄື ຄະນະພັກ-ຄະນະບັນຊາທຸກຂັ້ນ ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ໜັກແໜ້ນ, ຮັບປະກັນໃຫ້ຄະນະພັກໄດ້ນໍາພາຖືກຕ້ອງຕາມແນວທາງຂອງພັກ, ພ້ອມທັງສືບຕໍ່ຄົ້ນຄວ້າ, ສະເໜີທິດນໍາ, ວິທີການ ແລະ ມາດຕະການຕົວຈິງ ເພື່ອແກ້ໄຂບັນຫາບົກຜ່ອງ, ຂໍ້ຄົງຄ້າງ ເພື່ອຍົກລະດັບຄຸນນະພາບໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າ ແລະ ເລິກເຊິ່ງເທື່ອລະກ້າວ.

ທິດຊີ້ນຳດັ່ງກ່າວ ມີຂຶ້ນໃນໂອກາດທີ່ ສະຫາຍ ພົທ ກົງທອງ ພົງວິຈິດ ໄດ້ເຂົ້າຮ່ວມ ແລະ ໂອ້ລົມຕໍ່ກອງປະຊຸມຄົບຄະນະກາງສະໄໝທີ VI ຂອງອົງຄະນະພັກ ກອງບັນຊາການ ປກ ແລະ ທິດທາງແຜນການ ໄລຍະທ້າຍສະໄໝ ໃນວັນທີ 31 ພຶດສະພາ 2023 ພາຍຫຼັງດໍາເນີນເປັນເວລາ 2 ວັນ ໃນລະຫວ່າງວັນທີ 30-31 ພຶດສະພາ 2023, ເປັນປະທານໂດຍ ສະຫາຍ ພົຈວ ສົມພົງ ຂໍາວິລຸນ ຄະນະພັກ ກະຊວງ ປກສ, ເລຂາຄະນະພັກ, ຫົວໜ້າກອງບັນຊາການ ປກ ແລະ ມີຄະນະພັກ-ຄະນະກອງບັນຊາການ, ຄະນະຫ້ອງ, ກອງພັນ, ກອງຮ້ອຍ, ໂຮງຮຽນ, ແຂກຮັບເຊີນ ພ້ອມດ້ວຍພະນັກງານນໍາພາ-ບັນຊາ ເຂົ້າຮ່ວມ ໂດຍທ່ານໄດ້ເນັ້ນວ່າ:

ໃຫ້ບັນດາສະຫາຍຄະນະພັກ ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ໜັກແໜ້ນ, ຮັບປະກັນໃຫ້ຄະນະພັກໄດ້ນຳພາຖືກຕ້ອງ ຕາມແນວທາງຂອງພັກ ແລະ ປະຕິບັດມະຕິຂັ້ນຂອງຕົນ ເຂົ້າສູ່ວຽກງານຕົວຈິງ ໃຫ້ມີຜົນສໍາເລັດ; ນອກນີ້, ຄະນະພັກ-ຄະນະບັນຊາທຸກຂັ້ນ ຕ້ອງຊ່ວຍກັນກວດກາຄືນບັນດາຈຸດອ່ອນ, ຂໍ້ຂາດຕົກບົກຜ່ອງຂອງວຽກງານ ຢ່າງມີຄວາມຮັບຜິດຊອບແທ້, ບໍ່ຄວນປະໃຫ້ການຈັດຕັ້ງອ່ອນເພຍ, ອ່ອນແອ, ຂາດຄວາມຮັບຜິດຊອບ ແລະ ຂາດຄວາມເປັນແບບຢ່າງໃຫ້ມະຫາຊົນ.

ສຸມໃສ່ແກ້ໄຂບັນຫາຫຍໍ້ທໍ້ແອບແຝງ ຢູ່ຖັນແຖວສະມາຊິກພັກ ຫຼື ຄະນະພັກຈໍານວນໜຶ່ງ ທີ່ມີການປະພຶດທີ່ບໍ່ດີ, ບໍ່ທັນເປັນແບບຢ່າງ, ບໍ່ເປັນແວ່ນແຍງທີ່ດີໃຫ້ແກ່ມະຫາຊົນ, ເດັດຂາດບໍ່ໃຫ້ມີພຶດຕິກໍາທີ່ຝືນຕໍ່ລະບຽບວິໄນຂອງພັກ, ຖືຕົນເອງເປັນຜູ້ມີສິດອຳນາດຢູ່ເໜືອລະບຽບກົດໝາຍ, ສວຍໃຊ້ໜ້າທີ່ຕຳແໜ່ງລັກໂລບ, ສໍ້ໂກງ ແລະອື່ນໆ.

ສືບຕໍ່ຝຶກຝົນຫຼ່ໍຫຼອມຄວາມໜັກແໜ້ນຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ຄວາມຈົ່ງຮັກພັກດີຕໍ່ອຸດົມການຂອງພັກ, ສ້າງຄວາມເຊື່ອໝັ້ນຕໍ່ອຸດົມການສັງຄົມນິຍົມ, ມີສະຕິຕໍ່ການຈັດຕັ້ງ, ມີຄວາມເດັດດ່ຽວ, ເດັດຂາດຕໍ່ກົນອຸບາຍຂອງສັດຕູ, ບໍ່ຫວັ່ນໄຫວຄອນແຄນຕໍ່ສິ່ງທ້າທາຍ ໃນທຸກສະພາບການໃໝ່.

ພ້ອມກັນນີ້, ຄະນະພັກແຕ່ລະຂັ້ນ ຕ້ອງເອົາໃຈໃສ່ວຽກງານກໍ່ສ້າງພັກ, ຍົກສູງຄວາມສາມາດນຳພາຂອງຕົນ ບົນພື້ນຖານຢຶດໝັ້ນຕາມ 5 ຫຼັກການ ແລະ 3 ທິດນໍາຂອງພັກ ໃຫ້ເຂັ້ມແຂງເປັນປົກກະຕິ ໂດຍສະເພາະແມ່ນ ປະຕິບັດຫຼັກການຕິຊົມຕົນເອງ, ຕິຊົມກັນ, ຖືເອົາວຽກງານກໍ່ສ້າງໜ່ວຍພັກ ເປັນວຽກບູລິມະສິດ, ເປັນໃຈກາງໃນການນຳພາ-ຊີ້ນຳຂອງຕົນ, ເອົາໃຈໃສ່ຕີລາຄາປະເມີນຜົນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃຫ້ຖືເອົາຜົນສໍາເລັດຕົວຈິງໃນການນຳພາ-ຊີ້ນຳຕໍ່ໜ້າທີ່ວຽກງານທີ່ໄດ້ມອບໝາຍ ເປັນພື້ນຖານໃນການຕີລາຄາ, ຫຼີກເວັ້ນການຕີລາຄາແບບຜິວເຜີນ, ເອົາຮູບການ ແລະ ລັກສະນະສະເລ່ຍ, ຊອກໃຫ້ເຫັນບຸກຄົນ ແລະ ການຈັດຕັ້ງດີເດັ່ນ ເປັນແບບຢ່າງນຳໜ້າຢ່າງແທ້ຈິງ.