ກອງປະຊຸມວິທະຍາສາດ ວຽກງານປ້ອງກັນພາຍໃນ ຄັ້ງທີ I ໄດ້ຈັດຂຶ້ນໃນວັນທີ 3 ພຶດສະພາ 2018 ທີ່ກະຊວງປ້ອງກັນຄວາມສະຫງົບ ເພື່ອພົບປະຫາລືແລກປ່ຽນບົດຮຽນກ່ຽວກັບ ວຽກງານປ້ອງກັນພາຍໃນ ໃຫ້ມີຄວາມເປັນເອກະພາບກັນໃນການປ້ອງກັນຮັບປະກັນຈຸດຕ່າງໆມີຄວາມສະຫງົບ, ເປັນປະທານໂດຍ ພົຈວ ບຸນມີ ແສງຄຳຢອງ ຫົວໜ້າກົມໃຫຍ່ສັນຕິບານ ກະຊວງ ປກສ, ມີບັນດາທ່ານຕາງໜ້າຈາກກະຊວງປ້ອງຕ່າງປະເທດ, ພາກສ່ວນທີ່ກ່ຽວຂ້ອງ ແລະ ພະນັກງານຫຼັກແຫຼ່ງກົມກອງອ້ອມຂ້າງກະຊວງ ເຂົ້າຮ່ວມ.

ພົຈວ ບຸນມີ ແສງຄຳຢອງ ໃຫ້ຮູ້ວ່າ: ການຈັດກອງປະຊຸມຄັ້ງນີ້ ເພື່ອເປັນການພົບປະແລກປ່ຽນບົດຮຽນກ່ຽວກັບວຽກງານປ້ອງກັນພາຍໃນກັບບັນດາພາກສ່ວນທີ່ກ່ຽວຂ້ອງ ເພື່ອໃຫ້ຮັບຮູ້ເຖິງພາລະບົດບາດ, ສິດ ແລະ ໜ້າທີ່ຂອງວຽກງານ, ພ້ອມທັງຄົ້ນຄວ້າກະກຽມການປ້ອງກັນກອງປະຊຸມວຽກງານປ້ອງກັນພາຍໃນທົ່ວປະເທດ, ກອງປະຊຸມຄະນະພັກ 3 ຂັ້ນ ແລະ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງສູນກາງພັກ ເພື່ອເຮັດໃຫ້ພາຍໃນກົງຈັກການຈັດຕັ້ງຂອງພັກ-ລັດ ໃຫ້ມີຄວາມປອດໃສ, ໜັກແໜ້ນ ແລະ ເຂັ້ມແຂງ; ເນື່ອງຈາກປັດຈຸບັນພວກກຸ່ມຄົນບໍ່ດີຍາມໃດພວກເຂົາກໍພະຍາຍາມຫວັງມ້າງເພທຳລາຍພາຍໃນພັກ-ລັດເຮົາຢ່າງຮອບດ້ານ ເປັນຕົ້ນແມ່ນໃນຖັນແຖວສະມາຊິກພັກ-ພະນັກງານ, ທະຫານ-ຕຳຫຼວດ ທີ່ກໍ່ໃຫ້ເກີດມີປະກົດການຫຍໍ້ທໍ້ດ້ວຍຫຼາຍຮູບການ ແລະ ຫຼາຍລະດັບທີ່ສະທ້ອນເຖິງບົດບາດການນຳພາຂອງພັກ ທັງສູນກາງລົງຮອດທ້ອງຖິ່ນເຮັດໃຫ້ພັກ-ລັດບໍ່ມີຄວາມເປັນລະບຽບ. ສະນັ້ນ, ຈຶ່ງມີຄວາມຈຳເປັນທີ່ຈະຕ້ອງມີການປະຊຸມຮ່ວມກັນ ເພື່ອແລກປ່ຽນສະພາບການ ແລະ ຖອດຖອນບົດຮຽນນຳກັນໃນການກຳແໜ້ນສະພາບດ້ານການເມືອງ-ແນວຄິດ ຂອງສະມາຊິກພັກ-ພະນັກງານທີ່ສັງກັດຢູ່ພາຍໃນການຈັດຕັ້ງຂອງພັກ-ລັດທຸກຂັ້ນ ໂດຍສະເພາະແມ່ນກຳໃຫ້ໄດ້ບົດບາດການນຳພາຂອງພັກຕໍ່ກັບລະບົບການເມືອງ-ການປົກຄອງຂອງປະເທດ ເພື່ອນຳມາຄົ້ນຄວ້າເປັນເອກະພາບກັນໃນການສ້າງແຜນການປ້ອງກັນ ແລະ ສະເໜີປັບປຸງແກ້ໄຂໃນຕໍ່ໜ້າ ເພື່ອຮັບປະກັນໃຫ້ການປ້ອງກັນພາຍໃນມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ.

ໂອກາດນີ້, ພົຈວ ບຸນມີ ແສງຄຳຢອງ ເຂົ້າຮ່ວມກອງປະຊຸມ ທ່ານໄດ້ຊີ້ນຳໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງ ຈົ່ງພ້ອມກັນຍົກສູງສະຕິຄວາມເປັນເຈົ້າການປະຕິບັດວຽກງານປ້ອງກັນພາຍໃນຢ່າງເຂັ້ມງວດ ແລະ ມີຄວາມຮັບຜິດຊອບສູງ ເປັນຕົ້ນແມ່ນປ້ອງກັນບັນດາກອງປະຊຸມລະດັບຊາດ ແລະ ສາກົນ, ປ້ອງກັນການນຳພັກ-ລັດ, ສຳນັກງານ-ອົງການ ແລະ ສະຖານທີ່ສຳຄັນຕ່າງໆ, ຮັບປະກັນໃຫ້ຈຸດປ້ອງກັນມີຄວາມປອດໄພ 100%.