ໜ້າຫຼັກ Tags ກົມໃຫຍ່ສັນຕິບານ

Tag: ກົມໃຫຍ່ສັນຕິບານ

ກົມໃຫຍ່ສັນຕິບານ ເຊື່ອມຊຶມມະຕິ – ຄຳສັ່ງ ວຽກງານພັກ – ພະນັກງານ ໃນກຳລັງ ປກສ

ກົມໃຫຍ່ສັນຕິບານ ກະຊວງ ປກສ ໄດ້ຈັດຕັ້ງເຊື່ອມຊຶມບັນດາເອກະສານມະຕິ, ຄໍາສັ່ງກ່ຽວກັບ ວຽກງານພັກ-ພະນັກງານ ໃນກຳລັງປ້ອງກັນຄວາມສະຫງົບ ໃນວັນທີ 7 ມີນາ 2019 ເພື່ອໃຫ້ບັນດາຄະນະພັກ-ຄະນະບັນຊາ, ຫ້ອງການ, ພະແນກ, ຕະຫຼອດຮອດພະນັກງານຫຼັກແຫຼ່ງ ທົ່ວກົມໃຫຍ່ສັນຕິບານ ໄດ້ຮັບຮູ້ເນື້ອໃນແຕ່ລະເອກະສານ ແລ້ວນຳໄປຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ.

ກົມໃຫຍ່ສັນຕິບານ ແລະ CV5 ຕຳຫຼວດຫວຽດນາມ ເຮັດວຽກຢູ່ ປກສ ແຂວງສະຫວັນນະເຂດ

ຄະນະຜູ້ແທນ ກົມໃຫຍ່ສັນຕິບານ ກະຊວງ ປກສ ແຫ່ງ ສປປ ລາວ ແລະ ອົງການຜູ້ຕາງໜ້າ CV5 ກະຊວງຕຳຫຼວດ ແຫ່ງ ສສ ຫວຽດນາມ ເຮັດວຽກຢູ່ ກອງບັນຊາການ ປກສ ແຂວງສະຫວັນນະເຂດ, ເຊິ່ງນຳພາໂດຍ ພັອ ໄພວັນ ແມນວິໄລ...

6 ເດືອນຕົ້ນປີ ມີຄົນເຂົ້າ-ອອກເມືອງ ຫຼາຍກວ່າ 7 ລ້ານຄົນ

6 ເດືຶອນຕົ້ນປີ 2018 ມີຄົນເຂົ້າ-ອອກເມືອງ 7.435.514 ຄົນ, ໃນນີ້ຄົນເຂົ້າເມືອງ 3.690.480 ຄົນ ຍິງ 1.365.804 ຄົນ, ເດັກ 70.230 ຄົນ, ລວມມີ 139 ສັນຊາດ, ຄົນອອກເມືອງ 3.745.034 ຄົນ ຍິງ...

ລາວ – ຫວຽດນາມ ສືບຕໍ່ຮ່ວມມືວຽກງານຮັກສາຄວາມສະຫງົບຊາຍແດນ

ກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ແລະ ກອງບັນຊາການປ້ອງກັນຊາຍແດນ ກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ໄດ້ຈັດກອງປະຊຸມຮ່ວມມືຮັກສາຄວາມສະຫງົບຊາຍແດນ ລາວ-ຫວຽດນາມ ຄັ້ງທີ III ຂຶ້ນໃນວັນທີ 12 ກັນຍາ 2018 ຢູ່ທີ່ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງ...

ປະກາດແຕ່ງຕັ້ງ ຮອງຫົວໜ້າກົມໃຫຍ່ສັນຕິບານ

ກົມໃຫຍ່ສັນຕິບານ ກະຊວງ ປກສ ໄດ້ຈັດພິທີປະກາດຂໍ້ຕົກລົງແຕ່ງຕັ້ງ ຮອງຫົວໜ້າກົມໃຫຍ່ສັນຕິບານ ໃນວັນທີ 17 ສິງຫາ 2018 ເປັນປະທານໂດຍ ພົຈວ ບຸນມີ ແສງຄໍາຢອງ ຫົວໜ້າກົມໃຫຍ່ສັນຕິບານ, ມີຄະນະພັກ-ຄະນະນໍາ, ຄະນະກົມ-ຄະນະພະແນກ, ແຂກຮັບເຊີນ ແລະ ພະນັກງານຫຼັກແຫຼ່ງທົ່ວກົມໃຫຍ່ ເຂົ້າຮ່ວມ. ພັທ ສຸລິໄຊ ຫຼ້າຈັນເພັດ ຮອງຫົວໜ້າກົມຈັດຕັ້ງພະນັກງານ ໄດ້ຂຶ້ນຜ່ານດໍາລັດ...

ກົມໃຫຍ່ສັນຕິບານ ເຜີຍແຜ່ເອກະສານສຳຄັນຂອງພັກ

ກົມໃຫຍ່ສັນຕິບານ ກະຊວງ ປກສ ໄດ້ຈັດຕັ້ງເຜີຍແຜ່ເຊື່ອມຊຶມເອກະສານສຳຄັນຕ່າງໆຂອງພັກ-ຂອງຊາດ ໃນວັນທີ 12 ກໍລະກົດ 2018; ໂດຍການເຜີຍແຜ່ຂອງ ພັອ ປອ ບົວວັນ ວົງສາວັນທອງ ຄະນະປະຈຳພັກກົມໃຫຍ່ ຮອງຫົວໜ້າກົມໃຫຍ່ສັນຕິບານ, ມີບັນດາພະນັກງານ-ນັກຮົບພາຍໃນກົມໃຫຍ່ເຂົ້າຮ່ວມ. ເອກະສານທີນໍາມາເຜີຍແຜ່ຄັ້ງນີ້ປະກອບມີ ຄຳສັ່ງຂອງກົມການເມືອງສູນກາງພັກວ່າດ້ວຍ ການເພີ່ມທະວີກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ມະຕິຂອງກົມການເມືອງສູນກາງພັກວ່າດ້ວຍ ມາດຕະຖານຂອງພະນັກງານນຳພາ-ຄຸ້ມຄອງ; ການຄຸ້ມຄອງພະນັກງານ;...

ກົມ 502 ເຜີຍແຜ່ເຊື່ອມຊຶມມະຕິຄຳສັ່ງ ກົມການເມືອງສູນກາງພັກ

ວານນີ້, ກົມໃຫຍ່ສັນຕິບານ ( ກົມ 502 ) ກະຊວງ ປກສ ໄດ້ຈັດພິທີເຜີຍແຜ່ເຊື່ອມຊຶມມະຕິ, ຄໍາສັ່ງຂອງ ກົມການເມືອງສູນກາງພັກ ກ່ຽວກັບ ວຽກງານກໍ່ສ້າງພັກ-ພະນັກງານ ໂດຍການເຜີຍແຜ່ຂອງ ພົຈວ ບຸນມີ ແສງຄໍາຢອງ ຄະນະປະຈໍາພັກກະຊວງ ປກສ ຫົວໜ້າກົມ 502 ເພື່ອເຮັດໃຫ້ຄະນະພັກ, ສະມາຊິກພັກ, ພະນັກງານ-ນັກຮົບກໍາແໜ້ນບັນດາເນື້ອໃນເອກະສານສໍາຄັນດັ່ງກ່າວ...

ກົມໃຫຍ່ສັນຕິບານ ມອບໃບຍ້ອງຍໍກົມກອງເຂັ້ມແຂງ-ນັກພັກຮູ້ນຳພາຮອບດ້ານ ແລະ ປະກາດເລື່ອນຊັ້ນ

ກົມໃຫຍ່ສັນຕິບານ ກະຊວງ ປກສ ໄດ້ຈັດພິທີມອບໃບຢັ້ງຢືນ ກົມກອງເຂັ້ມແຂງ-ໜ່ວຍພັກຮູ້ນຳພາຮອບດ້ານ ປະຈຳປີ 2017 ແລະ ປະກາດການເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດທີ່ມີຜົນສຳເລັດໃນການປະຕິບັດໜ້າທີ່ວຽກງານ ແລະ ຄົບມາດຖານເງື່ອນໄຂຂອງການເລື່ອນຊັ້ນ ຈຳນວນ 67 ສະຫາຍ ຍິງ 14 ສະຫາຍ ໃນວັນທີ 4 ເມສາ 2018; ມອບໃບຢັ້ງຢືນ...