ໜ້າຫຼັກ Tags ຍີ່ປຸ່ນ

Tag: ຍີ່ປຸ່ນ

ຍີ່ປຸ່ນ ປະກາດເຕືອນລະວັງພາຍຸ 2 ລູກ ພັດຖະຫຼົ່ມ – ສ່ວນ ອູແກຣນ ປະເຊີນນໍ້າຖ້ວມຄັ້ງໃຫຍ່

ຂ່າວຕ່າງປະເທດລາຍງານ ໃນວັນທີ 20 ສິງຫານີ້ວ່າ: ຍີ່ປຸ່ນ ປະກາດເຕືອນໃຫ້ປະຊາຊົນລະວັງພາຍຸ 2 ລູກ ທີ່ກຳລັງເຄື່ອນທີ່ເຂົ້າສູ່ແຄມຝັ່ງ ທາງທິດຕາເວັນຕົກສຽງໃຕ້ຂອງປະເທດ ໂດຍພາຍຸລູກທຳອິດ ຊື່ວ່າ ພາຍຸໄຕ້ຝຸ່ນຊູລິກ ທີ່ກຳລັງເຄື່ອນທີ່ດ້ວຍຄວາມໄວ 20 ກິໂລແມັດຕໍ່ຊົ່ວໂມງ ໂດຍມີການຄາດຄະເນວ່າ: ຈະເຂົ້າໃກ້ເກາະຄິວຊູ ແລະ ອາມາມິ ໃນຕອນສວຍຂອງວັນທີ 21 ສິງຫານີ້. ສ່ວນພາຍຸອີກລູກໜຶ່ງ ຊື່ວ່າ...

ອາກາດຮ້ອນໃນຍີ່ປຸ່ນ ເຮັດໃຫ້ກັງວົນຕໍ່ການຈັດກິລາໂອລິມປິກ 2020

ຄື້ນຄວາມຮ້ອນຮຸນແຮງທີ່ແຜ່ປົກຄຸມໄປທົ່ວຍີ່ປຸ່ນ ໃນວັນທີ 18 ກໍລະກົດ ທີ່ຜ່ານມາ ເຮັດໃຫ້ອຸນຫະພູມເພີ່ມຂຶ້ນເປັນ 41 ອົງສາເຊ ແລະ ເກີດຄວາມກັງວົນຕໍ່ການທີ່ ນະຄອນຫຼວງໂຕກຽວ ຈະເປັນເຈົ້າພາບຈັດການແຂ່ງຂັນກິລາໂອລິມປິກລະດູຮ້ອນ 2020. ການກໍ່ສ້າງສະໜາມກິລາໂອລິມປິກແຫ່ງໃໝ່ ຜ່ານເຂົ້າສູ່ເດືອນທີ 20 ແລ້ວ ເຊິ່ງເຈົ້າໜ້າທີ່ກ່າວວ່າ: ການກໍ່ສ້າງຈະແລ້ວສຳເລັດທັນເວລາພາຍໃນເດືອນພຶດສະພາ ປີໜ້າ. ແນວໃດກໍຕາມ, ອາກາດຮ້ອນຫຼາຍເຮັດໃຫ້ມີຜູ້ເສຍຊີວິດຢ່າງນ້ອຍ 14 ຄົນ ໃນໄລຍະທ້າຍອາທິດທີ່ຜ່ານມາ...

ຍອດເສຍຊີວິດຈາກເຫດຝົນຕົກໜັກ ໃນຍີ່ປຸ່ນ ເພີ່ມຂຶ້ນເປັນ 200 ຄົນແລ້ວ

ເຈົ້າໜ້າທີ່ຍີ່ປຸ່ນ ເປີດເຜີຍໃນວັນທີ 13 ກໍລະກົດນີ້ວ່າ: ຍອດຜູ້ເສຍຊີວິດຈາກເຫດຝົນຕົກໜັກທາງພາກຕາເວັນຕົກ ເພີ່ມຂຶ້ນໄປເຖິງ 200 ຄົນແລ້ວ ໃນຂະນະທີ່ການຄົ້ນຫາຜູ້ເຄາະຮ້າຍຍັງຄົງດຳເນີນຕໍ່ໄປ ເພື່ອຫາຜູ້ຫາຍສາບສູນອີກຫຼາຍຄົນ ຈາກເຫດນ້ຳຖ້ວມ ແລະ ດິນເຈື່ອນ. ເຈົ້າໜ້າທີ່ ແລະ ອາສາສະມັກຫຼາຍກວ່າ 70.000 ຄົນ ເຂົ້າຮ່ວມໃນປະຕິບັດການຄົ້ນຫາ ແລະ ກູ້ໄພເພື່ອຫາຜູ້ເຄາະຮ້າຍປະມານ 60 ຄົນ ຫຼື ອາດຈະຫຼາຍກວ່ານີ້...

ຍອດຜູ້ເສຍຊີວິດຈາກຝົນຕົກໜັກ ໃນຍີ່ປຸ່ນ ເກືອບ 200 ຄົນ

ໂຄສົກລັດຖະບານຍີ່ປຸ່ນ ຖະແຫຼງວ່າ: ຍອດຜູ້ເສຍຊີວິດຈາກຝົນຕົກໜັກຫຼາຍເປັນປະຫວັດສາດ ເພີ່ມຂຶ້ນເປັນ 199 ຄົນແລ້ວ ໃນວັນທີ 12 ກໍລະກົດນີ້ ຂະນະທີ່ຍັງມີຜູ້ຫາຍສາບສູນອີກຫຼາຍຄົນ. ທ່ານ ໂຢຊິຮິເດະ ຊູກະ ໂຄສົກລັດຖະບານຍີ່ປຸ່ນ ຖະແຫຼງວ່າ: ປະຕິບັດການຄົ້ນຫາຍັງຄົງດຳເນີນໄປຢ່າງຕໍ່ເນື່ອງ ຫຼັງຈາກທີ່ປະສົບສະພາບອາກາດທີ່ຮ້າຍແຮງທີ່ສຸດ ໃນຮອບກວ່າ 30 ປີ; ທາງດ້ານທ່ານ ນາຍົກລັດຖະມົນຕີ ຊິນໂຊ ອາເບະ ກໍໄດ້ລົງພື້ນທີ່ປະສົບໄພພິບັດ...

ຍອດຜູ້ເສຍຊີວິດຈາກໄພພິບັດໃນຍີ່ປຸ່ນ ຍັງເພີ່ມສູງຂຶ້ນເລື້ອຍໆ

ສື່ທ້ອງຖິ່ນຍີ່ປຸ່ນ ລາຍງານໃນວັນທີ 11 ກໍລະກົດນີ້ວ່າ: ປະຕິບັດການຄົ້ນຫາ ແລະ ກູ້ໄພ ຍັງຄົງດຳເນີນໄປຢ່າງຕໍ່ເນື່ອງ ພາຍຫຼັງເກີດນ້ຳຖ້ວມ ແລະ ດິນເຈື່ອນ ຈາກຝົນທີ່ຕົກລົງມາຢ່າງໜັກຕິດຕໍ່ກັນຫຼາຍມື້ ຂະນະທີ່ຍັງມີປະຊາຊົນຫຼາຍຄົນ ຫາຍສາບສູນໃນໄພພິບັດຈາກສະພາບອາກາດ ທີ່ເຮັດໃຫ້ມີຜູ້ເສຍຊີວິດຫຼາຍທີ່ສຸດໃນຍີ່ປຸ່ນ ໃນຮອບ 36 ປີ; ພ້ອມກັນນັ້ນ, ທ່ານນາຍົກລັດຖະມົນຕີ ຊິນໂຊ ອາເບະ ຂອງຍີ່ປຸ່ນ ກໍຍັງໄດ້ເດີນທາງໄປຢ້ຽມຢາມພື້ນທີ່ປະສົບໄພທາງຕາເວັນຕົກ...

ໄຕ້ຫວັນ ໃຫ້ເງິນຊ່ວຍເຫຼືອນ້ຳຖ້ວມ ຍີ່ປຸ່ນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 10 ກໍລະກົດ ທີ່ຜ່ານມາວ່າ: ທາງການໄຕ້ຫວັນ ບໍລິຈາກເງິນ 20 ລ້ານເຢນ (180.000 ໂດລາສະຫະລັດ) ເພື່ອຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມຢ່າງໜັກ ແລະ ດິນເຈື່ອນທາງຕາເວັນຕົກຂອງຍີ່ປຸ່ນ ຫຼັງເກີດຝົນຕົກໜັກ ຂະນະທີ່ຈຳນວນຜູ້ເສຍຊີວິດເພີ່ມຕໍ່ເນື່ອງຫຼ້າສຸດມີເຖິງ 140 ຄົນແລ້ວ ແລະ ຫາບສາບສູນອີກ 80 ກວ່າຄົນ. ກະຊວງການຕ່າງປະເທດໄຕ້ຫວັນ ລະບຸວ່າ: ລັດຖະບານຕັດສິນໃຈບໍລິຈາກເງິນ...

ຍີ່ປຸ່ນ ເລັ່ງຄົ້ນຫາຜູ້ລອດຊີວິດ ຫຼັງນ້ຳຖ້ວມໜັກ

ເຈົ້າໜ້າທີ່ກູ້ໄພໃນຍີ່ປຸ່ນ ເດີນໜ້າຄົ້ນຫາຕາມກອງຂີ້ຕົມ ແລະ ຊາກເປ່ເພ ໃນວັນທີ 9 ກໍລະກົດນີ້ ເພື່ອເລັ່ງຕົ້ນຫາຜູ້ລອດຊີວິດ ຫຼັງຈາກຝົນຕົກໜັກ ເຮັດໃຫ້ເກີດນ້ຳຖ້ວມ ແລະ ດິນເຈື່ອນເປັນວົງກວ້າງ ມີຜູ້ເສຍຊີວິດແລ້ວເກືອບຮ້ອຍຄົນ. ຝົນທີ່ເລີ່ມຢຸດຕົກ ຫຼັງຈາກທີ່ຕົກໜັກທົ່ວພາກຕາເວັນຕົກຂອງຍີ່ປຸ່ນ ໃນອາທິດຜ່ານມາ, ເຮັດໃຫ້ທ້ອງຟ້າໂປ່ງ ແລະ ມີແດດ, ອຸນຫະພູມສູງກວ່າ 30 ອົງສາເຊ ກໍ່ໃຫ້ເກີດກະແສວິຕົກວ່າ: ປະຊາຊົນອາດຈະເກີດພາວະເປັນລົມແພ້ແດດ ໃນໄລຍະທີ່ບໍ່ມີໄຟຟ້າ...

ຍີ່ປຸ່ນ ອົບພະຍົບນັບແສນ – ເສຍຊີວິດ 2 ຈາກຝົນຕົກໜັກ

ທາງການຍີ່ປຸ່ນ ໄດ້ອົບພະຍົບປະຊາຊົນຫຼາຍແສນຄົນ ທາງພາກຕາເວັນຕົກ ແລະ ພາກກາງ ອອກຈາກບ້ານເຮືອນໃນວັນທີ 6 ກໍລະກົດນີ້ ຂະນະທີ່ເກີດພາຍຸຝົນຕົກໜັກທົ່ວປະເທດ ເຮັດໃຫ້ນ້ຳຖ້ວມແມ່ນ້ຳຫຼາຍສາຍ, ດິນເຈື່ອນຫຼາຍຈຸດ ແລະ ມີຜູ້ເສຍຊີວິດຢ່າງໜ້ອຍ 2 ຄົນ. ສະຖານີອຸຕຸນິຍົມວິທະຍາຍີ່ປຸ່ນ ລາຍງານວ່າ: ຝົນຕົກໜັກຫຼາຍທີ່ສຸດເປັນປະຫວັດສາດ ແລະ ເຕືອນວ່າ ຈະມີຝົນຕົກລົງມາເລື້ອຍໆໃນພື້ນທີ່ທີ່ປະສົບໄພຢູ່ແລ້ວ ຈົນເຖິງວັນທີ 8 ກໍລະກົດ, ໂດຍໃນຕອນເຊົ້າຂອງວັນທີ...