ໜ້າຫຼັກ Tags ນະຄອນຫຼວງວຽງຈັນ

Tag: ນະຄອນຫຼວງວຽງຈັນ

ບ້ານໂພນສີນວນ ຈະເພີ່ມທະວີປຸກລະດົມປະຊາຊົນ ເຂົ້າຮ່ວມວຽກງານ ປກຊ-ປກສ

6 ເດືອນທ້າຍປີ 2018, ອໍານາດການປົກຄອງບ້ານໂພນສີນວນ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ຈະເພີ່ມທະວີປຸກລະດົມປະຊາຊົນພາຍໃນບ້ານເຂົ້າຮ່ວມວຽກງານກັນຊາດ-ປ້ອງກັນຄວາມສະຫງົບ ( ປກຊ-ປກສ ) ເພື່ອຊ່ວຍເປັນຫູ-ເປັນຕາໃຫ້ເຈົ້າໜ້າທີ່ ໂດຍສະເພາະກຳລັງ ປກສ ບ້ານ ໃນການສະກັດກັ້ນ-ແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆທີ່ຈະເກີດຂຶ້ນພາຍໃນບ້ານ. ທ່ານ ນາງ ມີໄລວອນ ວັນນຸວົງ ນາຍບ້ານໆໂພນສີນວນ ກ່າວໃນກອງປະຊຸມສະຫຼຸບວຽກງານ 6 ເດືອນຕົ້ນປີ ແລະ ແຜນການ...

ເຜີຍແຜ່ແຈ້ງການ ທົດລອງປະຕິບັດລາຄາຊີ້ນໍາອາຫານຈານດ່ຽວ

ພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ ໄດ້ເຜີຍແຜ່ແຈ້ງການຂອງຫ້ອງການກະຊວງອຸດສາຫະກໍາ ແລະ ການຄ້າ ກ່ຽວກັບ ການທົດລອງຈັດຕັ້ງປະຕິບັດລາຄາຊີ້ນໍາອາຫານຈານດ່ຽວ ໃຫ້ບັນດາຫ້ອງການອ້ອມຂ້າງເມືອງໄຊເສດຖາ, ບັນດາບ້ານພາຍໃນເມືອງ ຈໍານວນ 48 ບ້ານ ແລະ ຜູ້ປະກອບການຫົວໜ່ວຍທຸລະກິດຮ້ານອາຫານທົ່ວໄປພາຍໃນເມືອງ ຈໍານວນ 150 ຮ້ານ ໃນວັນທີ 5 ກໍລະກົດທີ່ຜ່ານມາ. ເຜີຍແຜ່ແຈ້ງການດັ່ງກ່າວໂດຍ ທ່ານ...

ຝຶກອົບຮົມອັກຄີໄພໃຫ້ ບໍລິສັດ ລາວ ໂຄຄາ-ໂຄລາ ບ໊ອດຕຼິງ ຈຳກັດ

ໃນວັນທີ 9 ກໍລະກົດ 2018, ເຈົ້າໜ້າທີ່ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ນະຄອນຫຼວງວຽງຈັນ ໄດ້ຈັດຝຶກອົບຮົມກ່ຽວກັບການສະກັດກັ້ນ ແລະ ຕ້ານອັກຄີໄພຂັ້ນພື້ນຖານໃຫ້ກັບ ບໍລິສັດ ລາວ ໂຄຄາ-ໂຄລາ ບ໊ອຕຕຼິງ ຈໍາກັດ ໂດຍມີພະນັກງານພາຍໃນບໍລິສັດເຂົ້າຮ່ວມຮັບຟັງ. ພັທ ຄໍາເພັດ ດາລາວົງ ຮອງພະແນກສະກັດກັ້ນ ແລະ ຕ້ານອັກຄີໄພ ປກສ ນະຄອນຫຼວງວຽງຈັນ...

ບ້ານດົງໝ້ຽງ ມີຄວາມເປັນລະບຽບຮຽບຮ້ອຍດີຂຶ້ນ ຫຼັງສຳເລັດກໍ່ສ້າງຮາກຖານການເມືອງ

ຄະນະຮັບຜິດຊອບວຽກງານກໍ່ສ້າງຮາກຖານການເມືອງ ປະຈໍາ ກຸ່ມ 2 ທົ່ງຕູມ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ຈັດພິທີສະຫຼຸບວຽກງານລົງກໍ່ສ້າງຮາກຖານການເມືອງ ຢູ່ບ້ານດົງໝ້ຽງ ໃນວັນທີ 4 ກໍລະກົດ 2018 ໂດຍການເປັນປະທານຂອງ ພັທ ແກ້ວມາລາ ສິງທອງ ຮອງຫົວໜ້າກົມຕໍາຫຼວດຈະລາຈອນ ທັງເປັນຫົວໜ້າຊີ້ນໍາວຽກງານກໍ່ສ້າງຮາກຖານການເມືອງໝູ່ 2 ທົ່ງຕູມ ແລະ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ...

ສະຫຼຸບ ລົງກໍ່ສ້າງຮາກຖານການເມືອງ – ແກ້ໄຂປະກົດການຫຍໍ້ທໍ້ ຢູ່ບ້ານໂພນສະຫວ່າງ

ບ້ານໂພນສະຫວ່າງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມສະຫຼຸບການກໍ່ສ້າງຮາກຖານການເມືອງ ແລະ ແກ້ໄຂປະກົດການຫຍໍ້ທໍ້ ໃນວັນທີ 30 ມິຖຸນາ 2018 ເຂົ້າຮ່ວມໂດຍທ່ານ ຈຸນມະນີ ພັນທະນຸວົງ ປະທານກວດກາພັກ-ລັດເມືອງຈັນທະບູລີ ແລະ ພັທ ຊຽງພັນ ອິນທະປັນຍາ ຮອງຫົວໜ້າກອງບັນຊາການ ປກສ ເມືອງຈັນທະບູລີ ຜູ້ຊີ້ນໍາວຽກງານກໍ່ສ້າງຮາກຖານກອງຮ້ອຍ 1 ເມືອງຈັນທະບູລີ,...

ສານປະຊາຊົນເຂດ I ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ພິພາກສາ ຄັ້ງທີ IX

ສານປະຊາຊົນເຂດ I ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມເຜີຍແຜ່ມະຕິກອງປະຊຸມໃຫຍ່ຜູ້ພິພາກສາ ຄັ້ງທີ IX ໃນລະຫວ່າງວັນທີ 27-29 ມິຖຸນາ 2018 ເພື່ອເຮັດໃຫ້ພະນັກງານຂອງສານກໍຄືຜູ້ພິພາສາ ໄດ້ນໍາເອົາເນື້ອໃນຈິດໃຈມະຕິກອງປະຊຸມໃຫຍ່ຜູ້ພິພາກສາ ຄັ້ງທີ IX ໄປຜັນຂະຫຍາຍເຂົ້າໃນໜ້າທີ່ວຽກງານ ກໍຄືການຕັດສິນຄະດີຕ້ອງໃຫ້ຖືກຕ້ອງ, ເປັນທໍາ ແລະ ມີຄວາມວອງໄວ; ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນຊູ ພະວິເສດ ຫົວໜ້າຫ້ອງການກວດກາພັກ-ລັດ ເມືອງນາຊາຍທອງ...

ມສ ຈອມຄຳ ສະຫຼຸບສົກຮຽນ ແລະ ມອບໃບປະກາສະນິຍະບັດ

ໂຮງຮຽນມັດທະຍົມສຶກສາສົມບູນ (ມສ) ຈອມຄໍາ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ຈັດພິທີສະຫຼຸບສົກຮຽນ 2017-2018 ພ້ອມທັງມອບໃບປະກາສະນິຍະບັດຊັ້ນປະຖົມ ແລະ ມອບໃບຢັ້ງຢືນຈົບອະນຸບານ 3 ຂຶ້ນໃນວັນທີ 27 ມິຖຸນາ 2018 ໂດຍການເຂົ້າຮ່ວມຂອງ ທ່ານ ສົມພູ ແກ້ວປັນຍາ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນວ, ມີອຳນວຍການ,...

ກຸ່ມ 2 ທົ່ງຕູມ ເຜີຍແຜ່ຜົນຮ້າຍຂອງຢາເສບຕິດ

ພະນັກງານກໍ່ສ້າງຮາກຖານການເມືອງ ປກສ ກຸ່ມ 2 ທົ່ງຕູມ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ເຜີຍແຜ່ຜົນຮ້າຍຂອງຢາເສບຕິດ ແລະ ກົດລະບຽບການສັນຈອນຢູ່ຕາມທ້ອງຖະໜົນ ໃຫ້ກັບກຸ່ມເປົ້າໝາຍ ແລະ ພໍ່-ແມ່ປະຊາຊົນພາຍໃນກຸ່ມ ໃນວັນທີ 20 ມິຖຸນາ 2018 ເພື່ອໃຫ້ເຂົາເຈົ້າໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ຜົນຮ້າຍຂອງຢາເສບຕິດ ແລະ ມີສະຕິຕໍ່ການຂັບຂີ່ຕາມທ້ອງຖະໜົນ ໂດຍການເຜີຍແຜ່ຂອງ ພັທ...

ເມືອງສີສັດຕະນາກ ປິດການຮຽນ-ການສອນ ກົດໝາຍຊັ້ນຕົ້ນ

ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ປິດການຮຽນ-ການສອນ ກົດໝາຍຊັ້ນຕົ້ນ ລະບົບ 3 ເດືອນ ຊຸດທີ 8 ໃຫ້ບັນດານາຍບ້ານ ແລະ ຮອງນາຍບ້ານພາຍໃນເມືອງ ໃນນວັນທີ 21 ມິຖຸນາ 2018 ເພື່ອເປັນການສ້າງບຸກຄະລາກອນກົດໝາຍຊັ້ນຕົ້ນຂັ້ນພື້ນຖານ ໂດຍການເຂົ້າຮ່ວມຂອງ ທ່ານ ບຸນຄໍາ ວິຈິດລາສີ ຮອງເຈົ້າເມືອງສີສັດຕະນາກ, ມີບັນດາຂະແໜງການທີ່ກ່ຽວຂ້ອງ ແລະ...

ໂຄງການກໍ່ສ້າງຄູປ້ອງກັນນ້ຳຖ້ວມ ແລະ ເສັ້ນທາງເລກທີ 11 ໃຕ້ ຄາດຈະໃຫ້ສຳເລັດໃນທ້າຍປີນີ້

ໂຄງການກໍ່ສ້າງຄູປ້ອງກັນນ້ຳຖ້ວມ (ຄປຖ) ແລະ ເສັ້ນທາງເລກທີ 11 ໃຕ້ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ເປັນໂຄງການທາງປູຢາງຂົວອັດສະຟານ ຕົວແບບດ້ານມາດຕະຖານເຕັກນິກຂອງອາຊຽນ ທີ່ປະຊາຊົນອາໄສຢູ່ເຂດດັ່ງກ່າວລໍຄອຍຄວາມຫວັງທີ່ຈະໄດ້ເສັ້ນທາງປູຢາງໃໝ່ ເພື່ອການຄົມມະນາຄົມສັນຈອນໄປ-ມາສະດວກສະບາຍດີຂຶ້ນກວ່າເກົ່າ; ມາເຖິງປັດຈຸບັນ, ໂຄງການດັ່ງກ່າວມີຄວາມຄືບໜ້າແລ້ວ 90%; ຂະນະເຈົ້າຂອງໂຄງການຢືນຢັນ ຈະກໍ່ສ້າງໃຫ້ສໍາເລັດ 100% ໃນທ້າຍປີນີ້. ທ່ານ ສຸກກະເສີມ ດາລາແສນ ຫົວໜ້າໂຄງການ ຄປຖ...