ໜ້າຫຼັກ Tags ນະຄອນຫຼວງວຽງຈັນ

Tag: ນະຄອນຫຼວງວຽງຈັນ

ກອງປະຊຸມໃຫຍ່ ຄັ້ງທີ 5 ຂອງໜ່ວຍສະຫະພັນນັກຮົບເກົ່າ ບ້ານສາຍນ້ຳເຫັນ

ໜ່ວຍສະຫະພັນນັກຮົບເກົ່າ ບ້ານສາຍນໍ້າເງິນ ເມືອໄຊທານີ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ 5 ຂອງຕົນຂຶ້ນໃນວັນທີ 15 ມິຖຸນາ 2018, ໂດຍມີ ທ່ານ ນາງ ສີດາ ບຸນມາ ຫົວໜ້າຫ້ອງການພະແນກພາຍໃນ ເມືອງໄຊທານີ, ມີບັນດາປະທານ-ຮອງປະທານສະຫະພັນນັກຮົບເກົ່າເມືອງ, ເລຂາພັກບ້ານ-ນາຍບ້ານ, ອົງການຈັດຕັ້ງມະຫາຊົນ, ໜ່ວຍສະຫະພັນນັກຮົບເກົ່າອ້ອມຂ້າງ ແລະ ສະມາຊິກພາຍໃນໜ່ວຍເຂົ້າຮ່ວມ. ພັທ...

ເປີດງານສັບປະດາ ປ່ອຍປາຫາງນົກຍຸງ ຕ້ານໄຂ້ເລືອດອອກ

ຫ້ອງການສາທາລະນະສຸກ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໄດ້ເປີດງານສັບປະດາ ປ່ອຍປາຫາງນົກຍຸງ ເພື່ອຕ້ານໄຂ້ເລືອດອອກ ຢູ່ບ້ານນາຄູນນ້ອຍ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໃນວັນທີ 13 ມິຖຸນາ 2018, ໂດຍການເຂົ້າຮ່ວມຂອງ ທ່ານ ວິລະສັກ ນາມມຸນຕີ ເຈົ້າເມືອງໆນາຊາຍທອງ, ມີຫ້ອງການສາທາລະນະສຸກເມືອງ, ມີນາຍບ້ານ, ອາສາສະໝັກບ້ານ, ນັກສຶກສາ ແລະ ພໍ່-ແມ່ປະຊາຊົນເຂົ້າຮ່ວມ. ທ່ານ...

ບ້ານໄຊສົມບູນ ສະຫຼຸບວຽກງານ 5 ປີ

ບ້ານໄຊສົມບູນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມສະຫຼຸບວຽກງານ 5 ປີ (2013-2018) ແລະ ທິດທາງແຜນການ 5 ປີ ໃນວັນທີ 6 ມິຖຸນາ 2018, ເຂົ້າຮ່ວມໂດຍ ພັທ ສີທົນ ຂຽວນາມວົງ ຄະນະປະຈໍາພັກເມືອງ ຫົວໜ້າກອງບັນຊາການ ປກສ ເມືອງໄຊທານີ ແລະ...

ປກສ ກຸ່ມໜອງໜ້ຽວ ປຸກລະດົມປະຊາຊົນ ມີສ່ວນຮ່ວມສະກັດກັ້ນປະກົດການຫຍໍ້ທໍ້

ພັທ ຄຳຊຽນ ມະນີວົງ ຫົວໜ້າ ປກສ ກຸ່ມໜອງໜ້ຽວ ໃຫ້ສຳພາດຕໍ່ສື່ມວນຊົນ ປກສ ໃນວັນທີ 29 ພຶດສະພາ 2018 ວ່າ: ຄະນະຮັບຜິດຊອບຊີ້ນຳ ປກສ ກຸ່ມ ໜອງໜ້ຽວ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຈະນຳເອົາເເນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ບັນດາແຈ້ງການສຳຄັນຕ່າງໆລົງໂຄສະນາເຜີຍແຜ່ໃຫ້ພໍ່-ແມ່ປະຊາຊົນພາຍໃນກຸ່ມຮັບຮູ້ຢ່າງທົ່ວເຖິງ ເພື່ອເປັນການປຸກລະດົມໃຫ້ປະຊາຊົນ...

ສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ ຢູ່ບ້ານໂຊກນ້ອຍ

ປກສ ກຸ່ມ VII ບ້ານດຸງ ຮ່ວມກັບບ້ານໂຊກນ້ອຍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ສະຫຼຸບວຽກງານການຫັນລົງກໍ່ສ້າງຮາກຖານການເມືອງ ຕິດພັນກັບການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນວັນທີ 28 ພຶດສະພາ 2018, ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ວົງພະຈັນ ຂັນທະຈັນ ຄະນະພັກເມືອງ ປະທານສະຫະພັນແມ່ຍິງເມືອງ, ພັທ ສອນເພັດ ພິຈິດ ຮອງຫົວໜ້າກອງບັນຊາການ ປກສ...

ສະຫຼຸບຖອດຖອນບົດຮຽນ ການລົງກໍ່ສ້າງຮາກຖານການເມືອງ

ໃນວັນທີ 9 ພຶດສະພາ 2018 ຜ່ານມາ, ຫ້ອງວ່າການປົກຄອງເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນ ການລົງກໍ່ສ້າງຮາກຖານການເມືອງ ຢູ່ບ້ານຈັນສະຫວ່າງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ນາງ ພູວຽງ ແກ້ວວົງວິຈິດ ເຈົ້າເມືອງໆສີໂຄດຕະບອງ, ເຂົ້າຮ່ວມໂດຍ ພົຈວ ປອ ຄໍາມ້າວ ຫຼ້າຈັນເພັດ ຮອງຫົວໜ້າກົມໃຫຍ່ສັນຕິບານ, ຜູ້ຊີ້ນໍາວຽກງານກໍ່ສ້າງຮາກຖານການເມືອງຢູ່ເມືອງສີໂຄດຕະບອງ,...

ຫ້ອງການເງິນ ສະຫຼຸບວຽກງານປະຈຳປີ

ຫ້ອງການ-ການເງິນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຈັດກອງປະຊູມສະຫຼຸບວຽກງານການຈັດຕັ້ງປະຕິບັດວຽກງານການເງິນ ປະຈໍາປີ 2017 ແລະ ວາງທິດທາງແຜນການປີ 2018 ຂຶ້ນໃນວັນທີ 4 ພຶດສະພາ 2018 ເພື່ອເຮັດໃຫ້ລະບົບການຈັດຕັ້ງຂະແໜງການເງິນມີການປັບປຸງດີຂຶ້ນກວ່າເກົ່າ ແລະ ຮັບປະກັນຄວາມເປັນເອກະພາບພາຍໃນການຈັດຕັ້ງ ເຂົ້າຮ່ວມເປັນປະທານຂອງ ທ່ານ ອິນທະລາ ອິນທະລັງສີ ເຈົ້າເມືອງໆໄຊທານີ, ບັນດາຫົວໜ້າພະແນກ, ນາຍບ້ານ 104...

ນະຄອນຫຼວງວຽງຈັນ ມີຄະດີເກີດຂຶ້ນທັງໝົດ 5.000 ກວ່າເລື່ອງ

ສະພາບປະກົດການຫຍໍ້ທໍ້ຢູ່ໃນນະຄອນຫຼວງວຽງຈັນ ຍັງສືບຕໍ່ເກີດຂຶ້ນສະແດງອອກໃນປີ 2017 ມີຄະດີເກີດຂຶ້ນທັງໝົດ 5.000 ກວ່າເລື່ອງ, ພົ້ນເດັ່ນແມ່ນຄະດີອຸບັດຕິເຫດ ແລະ ລັກຊັບພົນລະເມືອງ ສ້າງຜົນເສຍຫາຍເປັນຈໍານວນຫຼາຍ. ພັທ ແສງທອງ ເກື້ອບຸນລໍ້າ ຮອງຫົວໜ້າຫ້ອງຕໍາຫຼວດ ປກສ ນະຄອນຫຼວງວຽງຈັນ ກ່າວໃນກອງປະຊຸມສະຫຼຸບວຽກງານປະຈໍາປີ ວ່າ: ໃນ 1 ປີຜ່ານມາ, ທົ່ວນະຄອນຫຼວງວຽງຈັນ ມີຄະດີເກີດຂຶ້ນທັງໝົດ 5.398 ເລື່ອງ,...