ໜ້າຫຼັກ Tags ນາຍົກລັດຖະມົນຕີ

Tag: ນາຍົກລັດຖະມົນຕີ

ນາຍົກລັດຖະມົນຕີ ເຄື່ອນໄຫວຕິດຕາມໄພນໍ້າຖ້ວມ ຢູ່ເມືອງຍົມມະລາດ

ພາຍຫຼັງສໍາເລັດການຕິດຕາມຊຸກຍູ້ການແກ້ໄຂບັນຫາອຸທົກກະໄພ ທີ່ເມືອງສະໜາມໄຊ ແຂວງອັດຕະປື ແລະ ເມືອງໄຊບູລີ ແຂວງສະຫວັນນະເຂດ ໃນວັນທີ 2 ສິງຫາ 2018, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ສືບຕໍ່ເດີນທາງໄປຕິດຕາມໄພນໍ້າຖ້ວມຢູ່ພື້ນທີ່ຕົວຈິງເມືອງຍົມມະລາດ ແຂວງຄໍາມ່ວນ ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ໂອໄດ ສຸດາພອນ ເຈົ້າແຂວງໆຄໍາມ່ວນ ພ້ອມດ້ວຍການນຳຂອງແຂວງ, ການເມືອງ...

ນາຍົກລັດຖະມົນຕີ ຢ້ຽມຢາມຜູ້ຖືກຜົນກະທົບໄພນໍ້າຖ້ວມ ຢູ່ແຂວງຄຳມ່ວນ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມປະຊາຊົນທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ ຢູ່ແຂວງຄໍາມ່ວນ ໃນວັນທີ 2 ສິງຫາ 2018 ໃຫ້ການຕ້ອນຮັບໂດຍ ທ່ານ ໂອໄດ ສຸດາພອນ ເຈົ້າແຂວງໆຄຳມ່ວນ ພ້ອມດ້ວຍຄະນະ. ທ່ານ ໂອໄດ ສຸດາພອນ ໄດ້ລາຍງານສະພາບນໍ້າຖ້ວມຢູ່ບັນດາເມືອງຂອງແຂວງຄຳມ່ວນ ເຊິ່ງເລີ່ມແຕ່ກາງເດືອນກໍລະກົດເປັນຕົ້ນມາ ຝົນຕົກຕິດຕໍ່ກັນຫຼາຍວັນຈົນຮອດທ້າຍເດືອນກໍລະກົດ ເຮັດໃຫ້ນໍ້າເຊບັ້ງໄຟມີລະດັບສູງຂຶ້ນຈົນລົ້ນຝັ່ງແລ້ວໄຫຼເຂົ້າຖ້ວມທີ່ຢູ່ອາໄສ,...

ນາຍົກລັດຖະມົນຕີ ລົງກວດກາການປະຕິບັດວຽກ ແລະ ຢ້ຽມຢາມປະຊາຊົນ ທີ່ເມືອງສະໜາມໄຊ

ວັນທີ 1 ສິງຫາ 2018, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແລະ ພົທ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ ໄດ້ລົງກວດກາການປະຕິບັດວຽກງານຂອງກອງບັນຊາການກູ້ໄພພິບັດທີ່ປະຈຳຢູ່ແຕ່ລະຈຸດພາຍໃນເມືອງສະໜາມໄຊ ພ້ອມທັງຢ້ຽມຢາມປະຊາຊົນທີ່ສູນພັກຊົ່ວຄາວ ເພື່ອກວດກາການຊ່ວຍເຫຼືອປະຊາຊົນໃນເບື້ອງຕົ້ນ ແລະ ສະພາບຊີວິດການເປັນຢູ່ຂອງປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດ ຄູກັ້ນນໍ້າເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍ ແຕກ ທີ່ເມືອງສະໜາມໄຊ ແຂວງອັດຕະປື. ການລົງກວດກາ...

ສານຂອງພະນະທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ເນື່ອງໃນວັນສິ່ງແວດລ້ອມໂລກ 5 ມິຖຸນາ 2018

ບັນດາທ່ານທີ່ນັບຖືພີ່ນ້ອງຮ່ວມຊາດທີ່ຮັກແພງທັງຫຼາຍ. ໃນປີນີ້, ກໍຄືໃນຊຸມປີທີ່ຜ່ານມາ ພວກເຮົາຮ່ວມກັບປະຊາຊາດໃນທົ່ວໂລກສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ 5 ມິຖຸນາ ຄົບຮອບ 46 ປີ ທັງເປັນວັນສິ່ງແວດລ້ອມແຫ່ງຊາດ ຄົບຮອບ 19 ປີ ພາຍໃຕ້ຄຳຂວັນທີ່ວ່າ: “ຫຼຸດຜ່ອນປຼາສະຕິກ ຫຼຸດຜ່ອນມົນລະພິດ Beat Plastic Pollution” ການສະເຫຼີມສະຫຼອງຄັ້ງນີ້ ໄດ້ດຳເນີນຮ່ວມກັນກັບການສະເຫຼີມສະຫຼອງວັນນ້ຳໂລກ ພາຍໃຕ້ຫົວຂໍ້ “ຈົ່ງພ້ອມກັນປົກປັກຮັກສາທຳມະຊາດ ເພື່ອແຫຼ່ງນ້ຳ Nature...

ລັດຖະບານ ຍຸກເລີກ ໂຮງງານ-ທຸລະກິດປຸງແຕ່ງໄມ້ 1.000 ກວ່າຫົວໜ່ວຍ ກວດພົບຜູ້ກະທຳຜິດ ສ່ວນຫຼາຍພະນັກງານລັດ

ລັດຖະບານ ໄດ້ສືບຕໍ່ປະຕິບັດຄໍາສັ່ງເລກທີ 15/ນຍ ຢ່າງເຂັ້ມງວດ ມາຮອດປັດຈຸບັນສາມາດດັດສົມ ແລະ ຍຸບເລີກໂຮງງານປຸງແຕ່ງໄມ້ ແລະ ທຸລະກິດປຸງແຕ່ງຂະໜາດນ້ອຍທີ່ບໍ່ໄດ້ຮັບອະນຸຍາດ ແລະ ຜິດກົດໝາຍໄດ້ທັງໝົດ 1.000 ກວ່າຫົວໜ່ວຍ, ກວດພົບເຫັນຜູ້ກະທໍາຜິດ 702 ກວ່າຄົນ, ສ່ວນຫຼາຍແມ່ນພະນັກງານລັດ ກວມເອົາ 400 ກວ່າຄົນ. ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ລາຍງານຕໍ່ໃນກອງປະຊຸມສະໄໝສາມັນ...

ນາຍົກລັດຖະມົນຕີ ໂອ້ລົມປະຊາຊົນເມືອງໜອງບົກ ໃຫ້ຮັກສາມູນເຊື້ອດຸໝັ່ນ

ທ່ານ ທອງລຸນ ສີລຸລິດ ນາຍົກລົດຖະມົນຕີ ພ້ອມດ້ວຍຄະນະ ໄດ້ພ້ອມກັນເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄຳມ່ວນ ໃນວັນທີ 10 ເມສາ 2018 ເຊິ່ງໄດ້ພົບປະໂອ້ລົມໃຫ້ອຳນາດການປົກຄອງ ແລະ ປະຊາຊົນບ້ານດອນປາແດກ, ບ້ານດອນຂຽວ ແລະ ບ້ານອ້ອມຂ້າງ ເມືອງໜອງບົກ ຈົ່ງສືບຕໍ່ຮັກສາມູນຊື້ອຄວາມດຸໝັ່ນໃນການສ້າງສາທຳມາຫາກິນ. ໂອກາດທີ່ໂອ້ລົມຄັ້ງນີ້, ທ່ານນາຍົກລັດຖະມົນຕີ ເນັ້ນໃຫ້ອຳນາດການປົກຄອງ ແລະ ປະຊາຊົນແຕ່ລະບ້ານພາຍໃນເມືອງໜອງບົກ...

ນາຍົກລັດຖະມົນຕີ ໃຫ້ທິດຊີ້ນຳຫຼາຍວຽກງານຕໍ່ການນຳແຂວງສະຫວັນນະເຂດ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ໃຫ້ທິດຊີ້ນຳຫຼາຍວຽກງານທີ່ສຳຄັນຕໍ່ການນຳແຂວງສະຫວັນນະເຂດ ໃນໂອກາດທີ່ເຄື່ອນໄຫວຊຸກຍູ້ການຜະລິດຢູ່ແຂວງສະຫວັນນະເຂດ, ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງໆສະຫວັນນະເຂດ ພ້ອມດ້ວຍຄະນະນຳຂອງແຂວງ, ບັນດາພະແນກການ, ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງພາຍໃນແຂວງ ວັນທີ 9 ເມສາທີ່ຜ່ານມາ. ໃນນີ້, ທ່ານນາຍົກລັດຖະມົນຕີ ໄດ້ໃຫ້ທິດຊີ້ນຳຕໍ່ການນຳຫຼັກແຫຼ່ງ ແລະ ພາກສ່ວນທີ່ກ່ຽວຂ້ອງພາຍໃນແຂວງ...