ໜ້າຫຼັກ Tags ສປປ ລາວ

Tag: ສປປ ລາວ

ຫຼາຍພາກສ່ວນ ສືບຕໍ່ແບ່ງປັນນໍ້າໃຈຊ່ວຍເຫຼືອຜູ້ປະສົບອຸທົກກະໄພ

ນັບແຕ່ເຫດການນໍ້າຖ້ວມໄດ້ເກີດຂຶ້ນຢູ່ບັນດາແຂວງຂອງ ສປປ ລາວ ເປັນຕົ້ນແມ່ນແຂວງອັດຕະປື, ແຂວງຄຳມ່ວນ, ແຂວງບໍລິຄຳໄຊ, ແຂວງອຸດົມໄຊ ເຮັດໃຫ້ປະຊາຊົນຫຼາຍຄອບຄົວສູນເສຍທີ່ຢູ່ອາໄສ, ບ່ອນທຳມາຫາກິນ ( ໄຮ່ນາ, ສວນ ), ຮ້າຍແຮງໄປກວ່ານັ້ນແມ່ນສູນເສຍຄົນໃນຄອບຄົວ; ຄວາມສູນເສຍທີ່ເກີດຈາກໄພນໍ້າຖ້ວມ ກໍຍັງມີນໍ້າໃຈຈາກຫຼາຍພາກສ່ວນທີ່ນຳມາມອບໃຫ້ຜູ້ປະສົບໄພ ອັນປະກອບສ່ວນເປັນກຳລັງໃຈໃຫ້ຜູ້ປະສົບໄພມີຊີວິດດີຂຶ້້ນ. ນັບແຕ່ມື້ເກີດເຫດຈົນເຖິງປັດຈຸບັນ, ຍັງມີຫຼາຍພາກສ່ວນສືບຕໍ່ນຳເອົາເຄື່ອງອຸປະໂພກ-ບໍລິໂພກມາມອບໃຫ້ຜູ້ປະສົບໄພ ຄື: ຫຼາຍພາກສ່ວນທີ່ດໍາເນີນທຸລະກິດຢູ່ແຂວງໄຊຍະບູລີ ແລະ ບັນດາພະແນກການ-ກົມກອງ, ບັນດາເມືອງທົ່ວແຂວງ ແລະ...

ກຽມຈັດກອງປະຊຸມ ແລະ ວາງສະແດງຜົນງານເຕັກໂນໂລຊີ ລາວ-ຫວຽດນາມ

ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສປປ ລາວ ແລະ ສສ ຫວຽດນາມ ຈະຮ່ວມກັນຈັດກອງປະຊຸມ ແລະ ວາງສະແດງຜົນງານກ່ຽວກັບ ການຖ່າຍທອດເຕັກໂນໂລຊີ ລາວ-ຫວຽດນາມ 2018 ລະຫວ່າງວັນທີ 9-10 ສິງຫານີ້ ຢູ່ນະຄອນຫຼວງວຽງຈັນ ເພື່ອສົ່ງເສີມການຖ່າຍທອດເຕັກໂນໂລຊີ, ເປີດໂອກາດໃຫ້ບັນດາຜູ້ປະກອບການ ແລະ ສະຖາບັນຄົ້ນຄວ້າຂອງສອງປະເທດໄດ້ພົບປະແລກປ່ຽນຂໍ້ມູນຂ່າວສານຮ່ວມກັນ. ...

ເສີມຂະຫຍາຍການຮ່ວມມື ວຽກງານກວດກາລັດຖະບານ ລາວ-ຫວຽດນາມ

ຄະນະຜູ້ແທນອົງການກວດກາລັດຖະບານແຫຼ່ງ ສປປ ລາວ ໄດ້ເຄື່ອນພົບປະແລກປ່ຽນບົດຮຽນນຳ ຄະນະກວດກາລັດຖະບານແຫ່ງ ສສ ຫວຽດນາມ ໃນວັນທີ 25-28 ກໍລະຜ່ານມາ ເພື່ອເສີມຂະຫຍາຍການພົວພັນຮ່ວມມືວຽກງານດັ່ງກ່າວໃຫ້ແໜ້ນແຟ້ນດີຍິ່ງຂຶ້ນ. ຄະນະຜູ້ແທນຝ່າຍລາວນໍາໂດຍ ທ່ານ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ປະທານອົງການກວດກາລັດຖະບານ; ຝ່າຍຫວຽດນາມນໍາໂດຍ ທ່ານ ເລມິງຄາຍ ກໍາມະການສູນກາງພັກ, ຫົວໜ້າຄະນະກວດກາລັດຖະບານ. ທ່ານ ເລມິງຄາຍ ໄດ້ກ່າວຕ້ອນຮັບຄະນະຜູ້ແທນຂັ້ນສູງຝ່າຍລາວ...

ເຄື່ອງຊ່ວຍເຫຼືອສຸກເສີນຈາກບັນດາປະເທດຕ່າງໆ ມາເຖິງ ສປປ ລາວ

ໃນວັນທີ 27 ກໍລະກົດ 2018, ອຸປະກອນສໍາລັບຊ່ວຍເຫຼືອບັນເທົາທຸກຈາກ ປະຊາຊົນ ແລະ ລັດຖະບານປະເທດຍີ່ປຸ່ນ ໄດ້ມາເຖິງສະໝາມບິນສາກົນວັດໄຕ ສປປ ລາວ. ຈາກນັ້ນ, ສະຖານທຸດຍີ່ປຸ່ນ ແລະ ອົງການໄຈກ້າ ໄດ້ມອບເຄື່ອງບັນເທົາທຸກໃຫ້ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສປປ ລາວ ເພື່ອນໍາໄປມອບຕໍ່ໃຫ້ຜູ້ທີ່ປະສົບໄພນໍ້າຖ້ວມ ຢູ່ແຂວງອັດຕະປື. ເຄື່ອງທີ່ນໍາມາມອບໃນຄັ້ງນີ້ ປະກອບມີ:...

UN ສະແດງຄວາມເສຍໃຈຕໍ່ຄອບຄົວຜູ້ເຄາະຮ້າຍ – ເຂື່ອນແຕກໃນລາວ

ທ່ານ ອັນໂຕນິໂອ ກູເຕີເຣສ ເລຂາທິການສະຫະປະຊາຊາດ (UN) ສະແດງຄວາມເສຍໃຈຕໍ່ຄອບຄົວຜູ້ເສຍຊີວິດ ແລະ ຕໍ່ຄວາມເສຍຫາຍທີ່ເກີດຈາກເຂື່ອນເຊປ່ຽນ-ເຊນ້ຳນ້ອຍ ທີ່ແຕກໃນ ສປປ ລາວ. ນອກຈາກນີ້, ທ່ານ ກູເຕີເຣສ ຍັງໄດ້ສະແດງຄວາມເສຍໃຈໄປຍັງລັດຖະບານ ສປປ ລາວ ແລະ ສະແດງຄວາມພ້ອມຂອງສະຫະປະຊາຊາດ ໃນການເຂົ້າໃຫ້ການຊ່ວຍເຫຼືອດ້ານການກູ້ໄພ. ທັ້ງນີ້, ເຫດການເຂື່ອນແຕກດັ່ງກ່າວ ໄດ້ເຮັດໃຫ້ເກີດນ້ຳຖ້ວມຢ່າງກະທັນຫັນ ໃນໝູ່ບ້ານ 6 ແຫ່ງ...

ບໍລິສັດ ສ.ເກົາຫຼີ ກວດພົບເຂື່ອນເສຍຫາຍ ກ່ອນແຕກ

ເອສເຄ ເອັນຈີເນຍຣິງ ແອນ ຄອນສະຕັກເຊິນ ບໍລິສັດກໍ່ສ້າງຈາກ ສ.ເກົາຫຼີ ໜຶ່ງໃນຫຸ້ນສ່ວນໂຄງການເຂື່ອນເຊປ່ຽນ-ເຊນ້ຳນ້ອຍໃນລາວ ເປີດເຜີຍໃນວັນທີ 25 ກໍລະກົດນີ້ວ່າ: ພົບຄວາມເສຍຫາຍບໍລິເວນສ່ວນເສີມຂອງເຂື່ອນ ໃນເວລາ 21:00 ຂອງວັນທີ 22 ກໍລະກົດທີ່ຜ່ານມາ ຕາມເວລາໃນປະເທດລາວ ຈຶ່ງຮີບເເຈ້ງທາງການ ແລະ ເລີ່ມອົບພະຍົບຜູ້ຄົນໃນໝູ່ບ້ານທີ່ຢູ່ທ້າຍນ້ຳ ແຕ່ເນື່ອງຈາກຝົນຕົກໜັກ, ເສັ້ນທາງຂາດ ຈຶ່ງບໍ່ສາມາດຊ້ອມແປງໄດ້. ໃນຕອນເຊົ້າຂອງວັນທີ...

ກົມຕໍາຫຼວດຈະລາຈອນ ລາວ-ຫວຽດນາມ ແລກປ່ຽນບົດຮຽນວຽກງານວິຊາສະເພາະ

ກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ແຫ່ງ ສປປ ລາວ ຮ່ວມກັບ ກົມຕໍາຫຼວດຈະລາຈອນ ກະຊວງຕໍາຫຼວດ ແຫ່ງ ສສ ຫວຽດນາມ ຈັດກອງປະຊຸມແລກປ່ຽນບົດຮຽນວຽກງານວິຊາສະເພາະ ຂຶ້ນໃນວັນທີ 17 ກໍລະກົດ 2018 ຢູ່ທີ່ນະຄອນຫຼວງວຽງຈັນ ຝ່າຍລາວນໍາໂດຍ ພັທ ກົງສີ ສຸວັນນະຕຸ້ມ ຫົວໜ້າກົມຕໍາຫຼວດຈະລາຈອນ,...

4 ກອງບັນຊາການ ລາວ-ຫວຽດນາມ ແລກປ່ຽນບົດຮຽນວຽກງານວິຊາສະເພາະ

ກອງບັນຊາການ ປກສ ແຂວງສາລະວັນ ສປປ ລາວ ໄດ້ຈັດກອງປະຊຸມພົບປະແລກປ່ຽນ ແລະ ຖອດຖອນບົດຮຽນວຽກງານວິຊາສະເພາະ ກັບ ກອງບັນຊາການຕໍາຫຼວດ ແລະ ທະຫານຊາຍແດນ ແຂວງກວາງຈິ-ແຂວງເທື່ອທຽນເຫວ້ ສສ ຫວຽດນາມ ຫວ່າງບໍ່ດົນມານີ້. ກອງປະຊຸມດັ່ງກ່າວຈັດຂຶ້ນຢູ່ແຂວງສາລະວັນ ສປປ ລາວ, ຝ່າຍລາວນໍາໂດຍ ພັອ ພູວັນ ນາຊຽງຄໍາ ຫົວໜ້າກອງບັນຊາການ ປກສ...

ຍົກລະດັບທັກສະ ການແກ້ໄຂວິກິດການ ທາງດ້ານຂໍ້ມູນຂ່າວສານໃຫ້ສື່ມວນຊົນ

ສະຖາບັນສື່ມວນຊົນ ວັດທະນະທຳ ແລະ ທ່ອງທ່ຽວ, ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ ຮ່ວມກັບກົມສື່ມວນຊົນ ກະຊວງຖະແຫຼງຂ່າວ ແລະ ການສື່ສານ ແຫ່ງ ສສ ຫວຽດນາມ ຈັດຊຸດຝຶກອົບຮົມຫົວຂໍ້ "ທັກສະການແກ້ໄຂວິກິດການຂໍ້ມູນຂ່າວສານ" ຂຶ້ນໃນລະຫວ່າງວັນທີ 25-29 ມິຖຸນານີ້, ໂດຍມີທ່ານ...

ຕຳຫຼວດລາວ-ຫວຽດນາມ ແລກປ່ຽນບົດຮຽນ ວຽກງານປ້ອງກັນຄວາມສະຫງົບ

ກອງບັນຊາການ ປກສ ແຂວງຈຳປາສັກ ສປປ ລາວ ໄດ້ພົບປະແລກປ່ຽນບົດຮຽນວຽກງານປ້ອງກັນຄວາມສະຫງົບ ກັບ ກອງບັນຊາການຕຳຫຼວດ ແຂວງກວາງຈິ ສສ ຫວຽດນາມ; ຝ່າຍລາວນຳໂດຍ ພົຈວ ສີພັນ ວົງເຮືອງຄຳ ຫົວໜ້າກອງບັນຊາການ ປກສ ແຂວງຈຳປາສັກ ແລະ ຝ່າຍ ສສ ຫວຽດນາມ ນຳໂດຍ ພັອ...