ໜ້າຫຼັກ Tags ສສ ຫວຽດນາມ

Tag: ສສ ຫວຽດນາມ

ປະທານສະພາແຫ່ງຊາດ ຕ້ອນຮັບການເຂົ້າຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງ ສສ ຫວຽດນາມ

ວັນທີ 9 ຕຸລາ 2018, ສະຫາຍ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກປະຊາຊົນ ປະຕິວັດລາວ ປະທານສະພາແຫ່ງຊາດ ສປປ ລາວ ໄດ້ຕ້ອນຮັບຄະນະຜູ້ແທນຂັ້ນສູງພັກຄອມມູນິດ ຫວຽດນາມ ນໍາໂດຍ ສະຫາຍ ເຈີ່ນ ກວັກ ເວືອງ ກໍາມະການກົມການເມືອງສູນກາງພັກ...

ລາວ – ຫວຽດນາມ ສືບຕໍ່ຮ່ວມມືວຽກງານຮັກສາຄວາມສະຫງົບຊາຍແດນ

ກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ແລະ ກອງບັນຊາການປ້ອງກັນຊາຍແດນ ກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ໄດ້ຈັດກອງປະຊຸມຮ່ວມມືຮັກສາຄວາມສະຫງົບຊາຍແດນ ລາວ-ຫວຽດນາມ ຄັ້ງທີ III ຂຶ້ນໃນວັນທີ 12 ກັນຍາ 2018 ຢູ່ທີ່ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງ...

ປະເມີນຜົນການຮຽນ ນັກຮຽນ 3 ຮຸ່ນ ທີ່ຈະໄປສຶກສາຕໍ່ຢູ່ ສສ ຫວຽດນາມ

ກົມກໍ່ສ້າງກໍາລັງ ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ສະຫຼຸບປະເມີນຜົນການຮຽນຂອງນັກຮຽນ 3 ຮຸ່ນ ຄື: ນັກຮຽນຈົບ ມ4 ໂຮງຮຽນວັດທະນະທໍາຊົນເຜົ່າ-ເດັກກຳພ້າ ຫຼັກ 67 ທີ່ຈະໄປຮຽນຕໍ່ຢູ່ໂຮງຮຽນວັດທະນະທໍາເລກ 1 ກະຊວງຕໍາຫຼວດຫວຽດນາມ, ນັກຮຽນຈົບ ມ7 ຈາກໂຮງຮຽນວັດທະນະທຳ ເລກ 1 ແລະ ນັກຮຽນກຽມພາສາຫວຽດນາມ ທີ່ຈະໄປສຶກສາຕໍ່ວິຊາສະເພາະປະລິນຍາຕີຢູ່...

ກຽມຈັດກອງປະຊຸມ ແລະ ວາງສະແດງຜົນງານເຕັກໂນໂລຊີ ລາວ-ຫວຽດນາມ

ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສປປ ລາວ ແລະ ສສ ຫວຽດນາມ ຈະຮ່ວມກັນຈັດກອງປະຊຸມ ແລະ ວາງສະແດງຜົນງານກ່ຽວກັບ ການຖ່າຍທອດເຕັກໂນໂລຊີ ລາວ-ຫວຽດນາມ 2018 ລະຫວ່າງວັນທີ 9-10 ສິງຫານີ້ ຢູ່ນະຄອນຫຼວງວຽງຈັນ ເພື່ອສົ່ງເສີມການຖ່າຍທອດເຕັກໂນໂລຊີ, ເປີດໂອກາດໃຫ້ບັນດາຜູ້ປະກອບການ ແລະ ສະຖາບັນຄົ້ນຄວ້າຂອງສອງປະເທດໄດ້ພົບປະແລກປ່ຽນຂໍ້ມູນຂ່າວສານຮ່ວມກັນ. ...

ເສີມຂະຫຍາຍການຮ່ວມມື ວຽກງານກວດກາລັດຖະບານ ລາວ-ຫວຽດນາມ

ຄະນະຜູ້ແທນອົງການກວດກາລັດຖະບານແຫຼ່ງ ສປປ ລາວ ໄດ້ເຄື່ອນພົບປະແລກປ່ຽນບົດຮຽນນຳ ຄະນະກວດກາລັດຖະບານແຫ່ງ ສສ ຫວຽດນາມ ໃນວັນທີ 25-28 ກໍລະຜ່ານມາ ເພື່ອເສີມຂະຫຍາຍການພົວພັນຮ່ວມມືວຽກງານດັ່ງກ່າວໃຫ້ແໜ້ນແຟ້ນດີຍິ່ງຂຶ້ນ. ຄະນະຜູ້ແທນຝ່າຍລາວນໍາໂດຍ ທ່ານ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ປະທານອົງການກວດກາລັດຖະບານ; ຝ່າຍຫວຽດນາມນໍາໂດຍ ທ່ານ ເລມິງຄາຍ ກໍາມະການສູນກາງພັກ, ຫົວໜ້າຄະນະກວດກາລັດຖະບານ. ທ່ານ ເລມິງຄາຍ ໄດ້ກ່າວຕ້ອນຮັບຄະນະຜູ້ແທນຂັ້ນສູງຝ່າຍລາວ...

ກົມຕໍາຫຼວດຈະລາຈອນ ລາວ-ຫວຽດນາມ ແລກປ່ຽນບົດຮຽນວຽກງານວິຊາສະເພາະ

ກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ແຫ່ງ ສປປ ລາວ ຮ່ວມກັບ ກົມຕໍາຫຼວດຈະລາຈອນ ກະຊວງຕໍາຫຼວດ ແຫ່ງ ສສ ຫວຽດນາມ ຈັດກອງປະຊຸມແລກປ່ຽນບົດຮຽນວຽກງານວິຊາສະເພາະ ຂຶ້ນໃນວັນທີ 17 ກໍລະກົດ 2018 ຢູ່ທີ່ນະຄອນຫຼວງວຽງຈັນ ຝ່າຍລາວນໍາໂດຍ ພັທ ກົງສີ ສຸວັນນະຕຸ້ມ ຫົວໜ້າກົມຕໍາຫຼວດຈະລາຈອນ,...

ກຸ່ມຄົນບໍ່ຫວັງດີ ສວຍໂອກາດປອມເປັນເຈົ້າໜ້າທີ່ທະຫານ ຕົ້ມຕຸນຊັບພົນລະເມືອງ

ອົງການສືບສວນ-ສອບສວນ ກອງບັນຊາການຕຳຫຼວດນະຄອນຮ່າໂນ້ຍ ສສ ຫວຽດນາມ ສາມາດມ້າງຄະດີກຸ່ມຄົນບໍ່ດີຈຳນວນໜຶ່ງ ໃນຂໍ້ຫາຕົ້ມຕຸນຊັບທີ່ມີຜົນເສຍຫາຍມະຫາສານ; ເຊິ່ງຫົວໂປ່ໂຕການໄດ້ປອມເປັນເຈົ້າໜ້າທີ່ທະຫານ ຊັ້ນພົນຈັດຕະວາ (ພົວຈ), ຮ່ວມກັນຈັດຕັ້ງເຄືອຂ່າຍຕົ້ມຕຸນຊັບ ສ້າງຄວາມເສຍຫາຍໃຫ້ປະຊາຊົນຫຼາຍພັນຄົນ. ເດືອນກຸມພາ 2018 ຜ່ານມາ, ກົມປ້ອງກັນຄວາມສະຫງົບທະຫານ ກະຊວງປ້ອງກັນປະເທດ ໄດ້ຮັບໜັງສືແຈ້ງຄວາມຈາກປະຊາຊົນ ກ່ຽວກັບ ເປົ້າໝາຍຄົນໜຶ່ງທີ່ໃສ່ຊື່ໂຕເອງວ່າ ຮວ້າ ຫີວລັອງ ແນະນຳວ່າຕົນເປັນທະຫານ ຊັ້ນ ພົຈວ...

4 ກອງບັນຊາການ ລາວ-ຫວຽດນາມ ແລກປ່ຽນບົດຮຽນວຽກງານວິຊາສະເພາະ

ກອງບັນຊາການ ປກສ ແຂວງສາລະວັນ ສປປ ລາວ ໄດ້ຈັດກອງປະຊຸມພົບປະແລກປ່ຽນ ແລະ ຖອດຖອນບົດຮຽນວຽກງານວິຊາສະເພາະ ກັບ ກອງບັນຊາການຕໍາຫຼວດ ແລະ ທະຫານຊາຍແດນ ແຂວງກວາງຈິ-ແຂວງເທື່ອທຽນເຫວ້ ສສ ຫວຽດນາມ ຫວ່າງບໍ່ດົນມານີ້. ກອງປະຊຸມດັ່ງກ່າວຈັດຂຶ້ນຢູ່ແຂວງສາລະວັນ ສປປ ລາວ, ຝ່າຍລາວນໍາໂດຍ ພັອ ພູວັນ ນາຊຽງຄໍາ ຫົວໜ້າກອງບັນຊາການ ປກສ...

ຍົກລະດັບທັກສະ ການແກ້ໄຂວິກິດການ ທາງດ້ານຂໍ້ມູນຂ່າວສານໃຫ້ສື່ມວນຊົນ

ສະຖາບັນສື່ມວນຊົນ ວັດທະນະທຳ ແລະ ທ່ອງທ່ຽວ, ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ ຮ່ວມກັບກົມສື່ມວນຊົນ ກະຊວງຖະແຫຼງຂ່າວ ແລະ ການສື່ສານ ແຫ່ງ ສສ ຫວຽດນາມ ຈັດຊຸດຝຶກອົບຮົມຫົວຂໍ້ "ທັກສະການແກ້ໄຂວິກິດການຂໍ້ມູນຂ່າວສານ" ຂຶ້ນໃນລະຫວ່າງວັນທີ 25-29 ມິຖຸນານີ້, ໂດຍມີທ່ານ...

ຕຳຫຼວດລາວ-ຫວຽດນາມ ແລກປ່ຽນບົດຮຽນ ວຽກງານປ້ອງກັນຄວາມສະຫງົບ

ກອງບັນຊາການ ປກສ ແຂວງຈຳປາສັກ ສປປ ລາວ ໄດ້ພົບປະແລກປ່ຽນບົດຮຽນວຽກງານປ້ອງກັນຄວາມສະຫງົບ ກັບ ກອງບັນຊາການຕຳຫຼວດ ແຂວງກວາງຈິ ສສ ຫວຽດນາມ; ຝ່າຍລາວນຳໂດຍ ພົຈວ ສີພັນ ວົງເຮືອງຄຳ ຫົວໜ້າກອງບັນຊາການ ປກສ ແຂວງຈຳປາສັກ ແລະ ຝ່າຍ ສສ ຫວຽດນາມ ນຳໂດຍ ພັອ...