ໜ້າຫຼັກ Tags ອົງການກວດສອບແຫ່ງລັດ

Tag: ອົງການກວດສອບແຫ່ງລັດ

ອົງການກວດສອບແຫ່ງລັດ ເປີດຝຶກອົບຮົມວຽກງານໃຫ້ ພະນັກງານໃໝ່

ອົງການກວດສອບແຫ່ງລັດ ໄດ້ເປີດຊຸດຝຶກອົບຮົມໃຫ້ ພະນັກງານ-ລັດຖະກອນໃໝ່ ທີ່ມາຈາກກົມກວດສອບວິຊາສະເພາະ, ຫ້ອງການ, ສະຖາບັນຝຶກອົບຮົມ, ອົງການກວດສອບປະຈຳສູນກາງ ເພື່ອສ້າງຂີດຄວາມສາມາດໃນການປະຕິບັດໜ້າທີ່ທາງດ້ານວິຊາສະເພາະ ໃນວັນທີ 11 ກັນຍາ 2019, ເປັນປະທານໂດຍ ທ່ານ ເຄນ ລໍວັນໄຊ ຮອງປະທານອົງການກວດສອບແຫ່ງລັດ, ມີບັນດາຄະນະຮັບຜິດຊອບຝຶກອົບຮົມ, ວິທະຍາກອນຄູຝຶກ ແລະ ນັກສໍາມະນາກອນ ເຂົ້າຮ່ວມ.

ເນັ້ນໃຫ້ ຄະນະກວດສອບສອງແຂວງ ປະຕິບັດວຽກງານວິຊາສະເພາະ ເຂັ້ມງວດ

ທ່ານ ປອ ນາງ ວຽງທອງ ສີພັນດອນ ກໍາມະການສູນກາງພັກ ປະທານອົງການກວດສອບແຫ່ງລັດ ໄດ້ເນັ້ນໃຫ້ ຄະນະກວດສອບ ແຂວງສາລະວັນ ແລະ ແຂວງອັດຕະປື ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານວິຊາສະເພາະກວດສອບ ຢ່າງເຂັ້ມງວດ ແລະ ໃຫ້ມີຜົນສຳເລັດ, ໂດຍການຕ້ອນຮັບຂອງ ທ່ານ ສີສຸວັນ ວົງຈອມສີ ເຈົ້າແຂວງໆສາລະວັນ ແລະ...

ອົງການກວດສອບແຫ່ງລັດຝຶກອົບຮົມວຽກງານຕິດຕາມ-ກວດກາພັກ

ອົງການກວດສອບແຫ່ງລັດ ໄດ້ຈັດພິທີຝຶກອົບຮົມວຽກງານຕິດຕາມ, ກວດກາພັກໃຫ້ປະ ທານ, ຮອງປະທານຄະນະກວດກາບັນດາໜ່ວຍພັກ, ຜູ້ທີ່ຮັບຜິດຊອບວຽກງານກວດກາລັດຢູ່ບັນດາກົມກອງ, ຫ້ອງການສະຖາບັນຝຶກອົບຮົມ ແລະ ອົງການກວດສອບ ປະຈໍາ 3 ພາກ ໃນວັນທີ 27 ພຶດສະພາ 2019 ເປັນປະທານກ່າວເປີດໂດຍທ່ານ ບຸນເລີດ ເທບວົງສາ ຄະນະປະຈໍາພັກ,...

ອົງການກວດສອບແຫ່ງລັດ ເຜີຍເເຜ່ມະຕິ ກອງປະຊຸມຄົບຄະນະ ຄັ້ງທີ 7

ອົງການກວດສອບແຫ່ງລັດ ໄດ້ເຜີຍແຜ່ມະຕິ ວ່າດ້ວຍ ການປັບປຸງຮາກຖານການເມືອງຂອງ ລະບອບປະຊາທິປະໄຕ ປະຊາຊົນ ໃຫ້ເຂັ້ມແຂງ ແລະ ໜັກແໜ້ນ ແລະ ມະຕິ ວ່າດ້ວຍ ການເພີ່ມທະວີການນໍາພາແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ແລະ  ສ້າງຄວາມເຂັ້ມແຂງຂອງການຄຸ້ມຄອງມະຫາພາກ ຂອງມະຕິ ກອງປະຊຸມຄົບຄະນະ ຄັ້ງທີ 7 ຂອງ ຄະນະບໍລິຫານງານສູນກາງພັກ ສະໄໝທີ X...

ອົງການກວດສອບແຫ່ງລັດ ເຜີຍແຜ່ດຳລັດການປະເມີນຜົນ ພະນັກງານ-ລັດຖະກອນ

ອົງການກວດສອບແຫ່ງລັດ ໄດ້ເຜີຍແຜ່ດໍາລັດ ວ່າດ້ວຍ ການປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ເລກທີ 300/ລບ ລົງວັນທີ 13 ກັນຍາ 2017 ໃຫ້ພະນັກງານ-ລັດຖະກອນ ໃນວັນທີ 21 ກຸມພາ 2019, ເຜີຍແຜ່ໂດຍ ທ່ານ ເຄນ ລໍວັນໄຊ ຮອງປະທານອົງການກວດສອບແຫ່ງລັດ, ມີຄະນະນໍາຫ້ອງການ, ບັນດາກົມ,...

ປີ 2018 ມີ 99 ເປົ້າໝາຍ ຖືກກວດສອບ

ໃນປີ 2018 ຜ່ານມາ, ອົງການກວດສອບແຫ່ງລັດ ໄດ້ດໍາເນີນການກວດສອບ 99 ເປົ້າໝາຍ, ກວດສອບສໍາເລັດ 95 ເປົ້າໝາຍ, ພວມດໍາເນີນການກວດສອບ 4 ເປົ້າໝາຍ. ໃນນັ້ນ, ໄດ້ກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ, ກວດສອບໂຄງການເງິນກູ້ຢືມ ແລະ ຊ່ວຍເຫຼືອລ້າ, ກວດສອບລັດວິ ສາຫະກິດ ແລະ ທະນາຄານ.

ອົງການກວດສອບແຫ່ງລັດ ປາຖະກະຖາມູນເຊື້ອຖານທີ່ໝັ້ນການປະຕິວັດ

ໃນວັນທີ 5 ທັນວາຜ່ານມາ, ອົງການກວດສອບແຫ່ງລັດ ໄດ້ຈັດກອງປະຊຸມປາຖະກະຖາເພື່ອລະນຶກເຖິງ ວັນສ້າງຕັ້ງເມືອງວຽງໄຊ-ຖານທີ່ໝັ້ນຂອງການປະຕິວັດລາວ ຄົບຮອບ 50 ປີ (31 ພະຈິກ 1968-31 ພະຈິກ 2018), ໂດຍການເປັນປະທານ ແລະ ປາຖະກະຖາໂດຍ ທ່ານ ທອງສະຫວັດ ໄຂຄໍາພິທູນ ພະນັກງານບໍານານ ອະດີດຫົວໜ້າຫ້ອງວ່າການສູນກາງພັກ,...

ປະທານອົງການກວດສອບແຫ່ງລັດ ຕ້ອນຮັບການຢ້ຽມຂໍ່ານັບຂອງ ສະຖາບັນກວດສອບສູງສຸດສາກົນ

ໃນວັນທີ 4 ທັນວາ 2018, ທ່ານ ປອ ນາງ ວຽງທອງ ສີພັນດອນ ປະທານອົງການກວດສອບແຫ່ງລັດ ແຫ່ງ ສປປ ລາວ ໄດ້ໃຫ້ການຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ທ່ານ ກາມາ ເທັນຊິນ ຜູ້ຈັດການອົງການລິເລີ່ມເພື່ອພັດທະນາຂອງ ສະຫະພັນສະຖາບັນກວດສອບສູງສຸດສາກົນ ພ້ອມຄະນະ ໃນໂອກາດທີ່ມາຈັດຝຶກອົບຮົມໃນຫົວຂໍ້: ''...

ເອົາໃຈໃສ່ກວດສອບແຕ່ລາຍຮັບ ບໍ່ເຂົ້າງົບປະມານ ຫຼາຍຮ້ອຍຕື້

ໃນປີ 2017 ຜ່ານມາ, ອົງການກວດສອບແຫ່ງລັດ ໄດ້ດຳເນີນການກວດສອບບັນດາຫົວໜ່ວຍງົບປະມານຢ່າງຕັ້ງໜ້າ ເຫັນວ່າລາຍຮັບບໍ່ເຂົ້າງົບປະມານແຫ່ງລັດ 239 ຕື້ກວ່າກີບ ໂດຍສ່ວນຫຼາຍແລ້ວພົບວ່າ: ລາຍຈ່າຍບໍ່ນອນໃນແຜນ, ໂຄງການບໍ່ໄດ້ຜ່ານຕາມຂັ້ນຕອນຂອງກົດໝາຍ, ການນຳໃຊ້ເງິນແຮທ້ອງຖິ່ນບໍ່ຖືກຕ້ອງຕາມເປົ້າໝາຍ, ການຈັດຊື້້ຂອງອົງການລັດ ບໍ່ດຳເນີນຕາມຂັ້ນຕອນຢ່າງຄົບຖ້ວນ ແລະອື່ນໆ. ທ່ານ ປອ ນາງ...

ອົງການກວດສອບແຫ່ງລັດ ເຜີຍແຜ່ສະພາບການຊາຍແດນ ລາວ-ກຳປູເຈຍ

ມື້ວານນີ້, ອົງການກວດສອບແຫ່ງລັດ ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານສະພາບການຊາຍແດນ ລາວ-ກຳປູເຈຍ ເພື່ອໃຫ້ບັນດາຄະນະພັກ, ຄະນະນຳອົງການກວດສອບປະຈຳພາກກາງ, ຄະນະນຳຫ້ອງການ, ບັນດາກົມ, ສະຖາບັນຝຶກອົບຮົມ ພ້ອມດ້ວຍພະນັກງານຫຼັກແຫຼ່ງອ້ອມຂ້າງອົງການ ໄດ້ຮັບຮູ້ຄວາມເປັນມາທາງດ້ານປະຫວັດສາດແຫ່ງການພົວພັນ ລະຫວ່າງ ລາວ-ກຳປູເຈຍ ນັບແຕ່ໄລຍະການຕໍ່ສູ້ເພື່ອຄວາມເປັນເອກະລາດຈົນເຖິງປັດຈຸບັນ, ສະພາບການສຳຫຼວດປັກຫຼັກໝາຍຊາຍແດນ ແລະ ບັນຫາທີ່ເກີດຂຶ້ນທີ່ພົວພັນເຖິງຊາຍແດນລະຫວ່າງ ລາວ-ກຳປູເຈຍ; ໃຫ້ກຽດຂຶ້ນບັນຍາຍເອກະສານໂດຍ ທ່ານ ແສງເພັດ ຮຸ່ງບຸນຍວງ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ໂດຍມີ...