ໜ້າຫຼັກ Tags ເມືອງສະໜາມໄຊ

Tag: ເມືອງສະໜາມໄຊ

ລັດຖະບານ ມີແຜນການຟື້ນຟູປະຊາຊົນ ເມືອງສະໜາມໄຊ ໃຫ້ກັບເຂົ້າສູ່ສະພາບປົກກະຕິ

ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ຮອງລັດຖະມົນຕີກະຊວງແຮງານ ແລະ ສະຫວັດດີການສົງຄັມ, ຫົວໜ້າຫ້ອງການກະຊວງສາທາລະນະສຸກ ຕາງໜ້າໃຫ້ລັດຖະບານລາວ ຖະແຫຼງຂ່າວກ່ຽວກັບມາຕະການ ແລະ ແຜນການຂອງລັດຖະບານ ທີ່ຈະຟື້ນຟູປະຊາຊົນທີ່ຖືກອຸທົກກະໄພ ຢູ່ເມືອງສະໜາມໄຊ ແຂວງອັດຕະປື ຕໍ່ບັນດາທູດ, ຕານຸທູດ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງສັງກັດລັດຖະບານ ແລະ...

ປກສ ແຂວງຫຼວງນ້ຳທາ ລະດົມທຶນໄດ້ 32 ລ້ານກວ່າກີບ ຊ່ວຍເຫຼືອໄພນ້ຳຖ້ວມ

ອາທິດແລ້ວນີ້, ຄະນະພັກ-ຄະນະກອງບັນຊາການ ປກສ ແຂວງຫຼວງນ້ຳທາ ລະດົມທຶນຈາກພະນັກງານ-ນັກຮົບ, ບັນດາ ປກສ ເມືອງ ໄດ້ທັງໝົດ 32.000.000 ກວ່າກີບ ແລ້ວນຳໄປມອບໃຫ້ຄະນະອະນຸກຳມະການຂັ້ນເມືອງ, ຂັ້ນແຂວງ ເພື່ອສົ່ງໄປຊ່ວຍເຫຼືອພໍ່-ແມ່ປະຊາຊົນເພື່ອເປັນການປະກອບສ່ວນຊ່ວຍເຫຼືອ ຜູ້ຖືກຜົນກະທົບຈາກໄພນ້ຳຖ້ວມ ທີ່ເມືອງສະໜາມໄຊ ແຂວງອັດຕະປື. ໃນນັ້ນ, ໄດ້ຮັບເງິນບໍລິຈາກນຳພະນັກງານ-ນັກຮົບອ້ອມຂ້າງກອງບັນຊາການ ປກສ ແຂວງ ເປັນເງິນທັງໝົດຈຳນວນ 16.800.000 ກີບ, ໄດ້ຈາກກອງບັນຊາການ...

11 ວັນ ພົບຜູ້ເສຍຊີວິດຈາກໄພນໍ້າຖ້ວມ ຢູ່ເມືອງສະໜາມໄຊ 23 ສົບ

ວັນທີ 3 ສິງຫາ 2018, ຄະນະຮັບຜິດຊອບຊ່ວຍເຫຼືອກູ້ໄພພິບັດນໍ້າຖ້ວມ ທີ່ເມືອງສະໜາມໄຊ ແຂວງອັດຕະປື ໄດ້ຖະແຫຼງສະຖານະການກອບກູ້ຜູ້ປະສົບໄພ ແລະ ສູນຫາຍຈາກໄພພິບັດນໍ້າຖ້ວມ, ເຊິ່ງດຳເນີນການຊອກຫາມາແຕ່ກາງຄືນຂອງວັນທີ 23 ກໍລະກົດ 2018 ມາຮອດມື້ທີ່ 11 ຂອງການຄົ້ນຫາ ສາມາດກອບກູ້ຜູ້ເສຍຊີວິດໄດ້ທັງໝົດ 23 ສົບ, ເປັນຍິງ 6 ສົບ ແລະ...

ປກສ ແຂວງຄຳມ່ວນ ມອບເງິນຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ ທີ່ເມືອງສະໜາມໄຊ

ວັນທີ 31 ກໍລະກົດ ຜ່ານມາ, ກອງບັນຊາການ ປກສ ແຂວງຄຳມ່ວນ ມອບເງິນຈຳນວນ 50.000.000 ກີບ ໃຫ້ ຫ້ອງວ່າການ ແຂວງຄຳມ່ວນ ເພື່ອເປັນການປະກອບສ່ວນຊ່ວຍເຫຼືອປະຊາຊົນທີ່ປະສົບໄພນ້ຳຖ້ວມຈາກອຸບັດຕິເຫດຄູກັ້ນນໍ້າ ເຂື່ອນເຊປຽນ-ເຊນ້ຳນ້ອຍ ແຕກ ທີ່ເມືອງສະໜາມໄຊ ແຂວງອັດຕະປື ໃນວັນທີ 23 ກໍລະກົດ ຜ່ານມາ, ກ່າວມອບໂດຍ ພັອ...

ຮັບປະກັນການສະໜອງອາຫານໃຫ້ ຜູ້ໄດ້ຮັບຜົນກະທົບ ຈາກສັນເຂື່ອນເຊປຽນ-ເຊນໍ້ານ້ອຍ ແຕກ ຢູ່ເມືອງສະໜາມໄຊ

ໜ່ວຍງານແຕ່ງກິນ ໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບ ຈາກອຸບັດຕິເຫດສັນເຂື່ອນເຊປຽນ-ເຊນໍ້ານ້ອຍ ແລະ ຜູ້ທີ່ເຂົ້າໄປໃຫ້ຄວາມຊ່ວຍເຫຼືອໄດ້ກ່າວວ່າ: ປັດຈຸບັນສາມາດຮັບປະກັນໄດ້ທາງດ້ານສະບຽງອາຫານໃຫ້ພຽງພໍຕາມຄວາມຕ້ອງການຂອງຈຳນວນຄົນ ແຕ່ລະມື້. ທ່ານ ນາງ ຍອຍຄຳ ພອນແກ້ວ ຫົວໜ້າໜ່ວຍງານແຕ່ງກິນ ໄດ້ໃຫ້ພາດວ່າ: ເພື່ອສະໜອງທາງດ້ານສະບຽງອາຫານໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດຄັ້ງນີ້ ເກືອບ 6.000 ຄົນ ແລະ ໜ່ວຍງານຕ່າງໆທີ່ເຂົ້າມາຊ່ວຍເຫຼືອໃຫ້ໄດ້ຮັບອາຫານຢ່າງພຽງພໍ ( ກິນອີ່ມ ) ໄດ້ມີໜ່ວຍງານຈາກ 5 ເມືອງ...

ຄົ້ນພົບຜູ້ເສຍຊີວິດ ອີກ 2 ສົບ ຈາກຄູກັ້ນນໍ້າເຂື່ອນແຕກ ຢູ່ເມືອງສະໜາມໄຊ

ພາລະກິດເລັ່ງຄົ້ນຫາຜູ້ເສຍຊີວິດຈາກຜົນກະທົບຄູກັ້ນນໍ້າຂອງເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍ ແຕກ ຂອງກໍາລັງທະຫານ, ຕໍາຫຼວດ ແລະ ກູ້ໄຟ ມາຮອດວັນທີ 1 ສິງຫາ 2018 ພົບຜູ້ເສຍຊີວິດອີກ 2 ສົບ ລວມຜູ້ເສຍຊີວິດທີ່ເຫັນແລ້ວ 13 ສົບ. ພົຕ ຄໍາລຽງ ອຸທະໄກສອນ ຮອງຫົວໜ້າກົມໃຫຍ່ເສນາທິການ ກະຊວງປ້ອງກັນປະເທດ ທັງເປັນຮອງຫົວໜ້າຄະນະຮັບຜິດຊອບ ຊ່ວຍເຫຼືອກູ້ໄພພິບັດນໍ້າຖ້ວມທີ່ເມືອງສະໜາມໄຊ ແຂວງອັດຕະປື...

ນາຍົກລັດຖະມົນຕີ ລົງກວດກາການປະຕິບັດວຽກ ແລະ ຢ້ຽມຢາມປະຊາຊົນ ທີ່ເມືອງສະໜາມໄຊ

ວັນທີ 1 ສິງຫາ 2018, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແລະ ພົທ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ ໄດ້ລົງກວດກາການປະຕິບັດວຽກງານຂອງກອງບັນຊາການກູ້ໄພພິບັດທີ່ປະຈຳຢູ່ແຕ່ລະຈຸດພາຍໃນເມືອງສະໜາມໄຊ ພ້ອມທັງຢ້ຽມຢາມປະຊາຊົນທີ່ສູນພັກຊົ່ວຄາວ ເພື່ອກວດກາການຊ່ວຍເຫຼືອປະຊາຊົນໃນເບື້ອງຕົ້ນ ແລະ ສະພາບຊີວິດການເປັນຢູ່ຂອງປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດ ຄູກັ້ນນໍ້າເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍ ແຕກ ທີ່ເມືອງສະໜາມໄຊ ແຂວງອັດຕະປື. ການລົງກວດກາ...

ພົບຜູ້ເສຍຊີວິດຈາກໄພນໍ້າຖ້ວມ ເມືອງສະໜາມໄຊ ແລ້ວ 11 ຊີວິດ

ນັບແຕ່ມື້ເກີດເຫດເຖິງວັນທີ 30 ກໍລະກົດ 2018, ເຈົ້າໜ້າທີ່ທະຫານ, ຕຳຫຼວດ ແລະ ກູ້ໄພຄົ້ນພົບຜູ້ເສຍຊີວິດຈາກຜົນກະທົບເຂື່ອນກັ້ນນ້ຳໄຟຟ້າເຊປຽນ-ເຊນ້ຳນ້ອຍແຕ ທັງໝົດ 11 ສົບ. ພົຕ ຄຳລຽງ ອຸທະໄກສອນ ຮອງຫົວໜ້າກົມໃຫຍ່ເສນາທິການ ກະຊວງປ້ອງກັນປະເທດ ທັງເປັນຮອງຫົວໜ້າຄະນະຮັບຜິດຊອບຊ່ວຍເຫຼືອກູ້ໄພພິບັດນ້ຳຖ້ວມທີ່ເມືອງສະໜາມໄຊ ແຂວງອັດຕະປື ຖະແຫຼງຕໍ່ສື່ມວນຊົນວ່າ: ໃນວັນທີ 30 ກໍລະກົດ 2018 ແມ່ນໄດ້ຈັດກຳລັງທະຫານສົມທົບກັບເຈົ້າໜ້າທີ່ຕຳຫຼວດ, ໜ່ວຍກູ້ໄພຕ່າງໆທັງພາຍໃນ...

ຕໍາຫຼວດຫວຽດນາມ ມອບເງິນ 400 ກວ່າລ້ານກີບ ຊ່ວຍເຫຼືອຜູ້ຖືກອຸທົກກະໄພ

ກະຊວງຕໍາຫຼວດ ສສ ຫວຽດນາມ ໄດ້ມອບເງິນຊ່ວຍເຫຼືອ ມູນຄ່າ 50.000 ໂດລາສະຫະລັດ ຫຼື ປະມານ 430 ລ້ານກີບ ໃຫ້ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ເພື່ອໄປມອບໃຫ້ກໍາລັງປ້ອງກັນຄວາມສະຫງົບ ແລະ ປະຊາຊົນຜູ້ຖືກອຸທົກກະໄພ ຢູ່ເມືອງສະໜາມໄຊ ແຂວງອັດຕະປື. ພິທີມອບ-ຮັບໄດ້ຈັດຂຶ້ນໃນຕອນແລງຂອງວັນທີ 30 ກໍລະກົດ 2018 ຢູ່ກະຊວງ...

ສືບຕໍ່ຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ ທີ່ເມືອງສະໜາມໄຊ ຢ່າງເຕັມທີ່

ໃນວັນທີ 27 ກໍລະກົດ ທີ່ຜ່ານມາ, ຫົວໜ້າຄະນະຈັດຕັ້ງແຂວງອັດຕະປື ແລະ ເຈົ້າເມືອງໆສະໜາມໄຊ ໄດ້ຮ່ວມກັນຖະແຫຼງຂ່າວຄວາມຄືບໜ້າການຊ່ວຍເຫຼືອປະຊາຊົນ ບໍລິເວນຈຸດອຳນວຍການຊ່ວຍເຫຼືອຜູ້ປະສົບໄພ ເທດສະບານເມືອງສະໜາມໄຊ ແຂວງອັດຕະປື ໂດຍລະບຸວ່າ: ຂະນະນີ້, ໜ່ວຍກູ້ໄພທັງໝົດ ໄດ້ລະດົມການຊ່ວຍເຫຼືອປະຊາຊົນທັງກາງເວັນ ແລະ ກາງຄືນ ເຖິງວ່າຝົນທີ່ຕົກບໍ່ໜັກປານໃດ ແຕກໍເປັນອຸປະສັກຕໍ່ການເຮັດວຽກຂອງທຸກໜ່ວຍ ເຊິ່ງໃນວັນທີ 27 ກໍລະກົດຜ່ານມານັ້ນ ກໍໄດ້ຊ່ວຍເຫຼືອປະຊາຊົນອອກຈາກໝູ່ບ້ານທີ່ປະສົບໄພ 7...