ໜ້າຫຼັກ Tags ແຂວງຈຳປາສັກ

Tag: ແຂວງຈຳປາສັກ

ແຂວງຈຳປາສັກ ສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບ ຄົບຮອບ 70 ປີ

ໃນຕອນເຊົ້າ ຂອງວັນທີ 28 ມັງກອນ 2019 ແຂວງຈຳປາສັກ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ຢ່າງຄຶກຄື່ນຢູ່ເດີ່ນກິລາຂອງແຂວງ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ; ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ການນຳຂອງແຂວງຈຳປາສັກ, ຜູ້ຕາງໜ້າບັນດາແຂວງໃກ້ຄຽງ, ແຂກຮັບເຊີນ, ສື່ມວນຊົນ ແລະ ປະຊາຊົນຊາວ ແຂວງຈຳປາສັກ ເຂົ້າຮ່ວມຢ່າງຫຼວງຫຼາຍ.

ກອງປະຊຸມສະຫຼຸບວຽກງານ ປກຊ-ປກສ 4 ແຂວງພາກໃຕ້

ກອງປະຊຸມສະຫຼຸບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 4 ແຂວງ 1 ກອງພົນ ປະຈໍາປີ 2018 ແລະ ວາງທິດທາງແຜນການປີ 2019 ໄດ້ຈັດຂຶ້ນ ໃນວັນທີ 24 ມັງກອນ 2019 ທີ່ແຂວງອັດຕະປື, ໂດຍການເຂົ້າ ຮ່ວມເປັນປະທານຂອງ ພົທ ວິໄລ ຫຼ້າຄໍາຟອງ ເລຂາທິການສູນກາງພັກ...

ເຈົ້າໜ້າທີ່ວັງເຕົ່າ-ຊ່ອງເມັກ ອອກແຮງຊ່ວຍເຫຼືອນໍ້າຖ້ວມສະໝາມໄຊ

ນັບແຕ່ມື້ເກີດເຫດການໄພພິບັດຄັ້ງຮ້າຍແຮງ ທີ່ເມືອງສະໜາມໄຊ ແຂວງອັດຕະປື, ທາງເຈົ້າໜ້າທີ່ຕຳຫຼວດກວດຄົນເຂົ້າ-ອອກເມືອງ ແລະ ເຈົ້າໜ້າທີ່ພາສີປະຈຳຢູ່ດ່ານສາກົນວັງເຕົ່າ-ຊ່ອງເມັກ ແຂວງຈຳປາສັກ ໄດ້ເອົາໃຈໃສ່ອຳນວຍຄວາມສະດວກທຸກຢ່າງໃຫ້ທຸກພາກສ່ວນທີ່ເຂົ້າມາຊ່ວຍເຫຼືອຄັ້ງນີ້; ເປັນຕົ້ນຍົກເວັ້ນຄ່າທຳນຽມເຄື່ອງ, ພາຫະນະ ແລະ ບຸກຄົນທີ່ເຂົ້າມາຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມຢູ່ເມືອງສະໜາມໄຊ ແຂວງ ອັດຕຕະປື ມີ 200 ກວ່າທີມງານ ແລະ 2.000 ກວ່າຄົນ. ພັຕ ຄຳໝານ ໃຊກອງພັນ ຫົວໜ້າດ່ານຕຳຫຼວດກວດຄົນເຂົ້າ-ອອກເມືອງດ່ານສາກົນວັງເຕົ່າ-ຊ່ອງເມັກ...

ພົຈວ ສີພັນ ວົງເຮືອງຄຳ ລົງຢ້ຽມຢາມປະຊາຊົນທີ່ຖືກຜົນກະທົບຈາກໄພນ້ຳຖ້ວມ

ວັນທີ 4 ສິງຫາ 2018, ສີພັນ ວົງເຮືອງຄຳ ຫົວໜ້າກອງບັນຊາການ ປກສ ແຂວງຈຳປາສັກ ທັງເປັນຜູ້ຊີ້ນຳວຽກງານຢູ່ເມືອງຊະນະສົມບູນ ພ້ອມດ້ວຍ ທ່ານ ສົມບູນ ເຮືອງວົງສາ ເຈົ້າເມືອງໆຊະນະສົມບູນ ໄດ້ເດີນທາງດ້ວຍເຮືອໄວລົງກວດກາສະພາບນ້ຳຖ້ວມ ແລະ ຢ້ຽມຢາມປະຊາຊົນຢູ່ເຂດບ້ານພັດທະນາສຸລະ ເມືອງຊະນະສົມບູນ ແຂວງຈຳປາສັກ ເຊິ່ງເປັນເຂດເໜືອສຸດຂອງເມືອງດັ່ງກ່າວ ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ. ການລົງເຮັດວຽກຢູ່ບ້ານພັດທະນາສຸລະ ໃນຄັ້ງນີ້, ພົຈວ...