ໜ້າຫຼັກ Tags ແຂວງຫຼວງນໍ້າທາ

Tag: ແຂວງຫຼວງນໍ້າທາ

ປກສ ເມືອງສິງ ສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ

ກອງບັນຊາການ ປກສ ເມືອງສິງ ແຂວງຫຼວງນໍ້າທາ ໄດ້ຈັດກອງປະຊຸມຖອດຖອນບົດຮຽນ ວຽກງານກໍ່ສ້າງຮາກຖານ ປະຈໍາປີ 2018 ໃນວັນທີ 25 ມີນາ 2019 ໂດຍການເຂົ້າຮ່ວມຂອງ ພົຈວ ຄໍາສາຍ ຈັນທະວົງ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ມີຄະນະບັນຊາ ປກສ ແຂວງ, ເມືອງສິງ ຕະຫຼອດຮອດພະນັກງານກໍ່ສ້າງຮາກຖານການເມືອງ ເຂົ້າຮ່ວມ.

ຫຼວງນໍ້າທາ ຍົກລະດັບໄລຍະສັ້ນໃຫ້ສື່ມວນຊົນ

ເພື່ອເຮັດໃຫ້ທົ່ວແຂວງຫຼວງນ້ຳທາ ມີບົດບາດກ້າວໜ້າໃນສັງຄົມ ໃນຍຸກປັດຈຸບັນ ໃນການເກັບກຳຂໍ້ມູນຂ່າວສານ, ການປະກາດຂ່າວທາງສື່ເອເລັກໂຕຼນິກ, ສື່ສິ່ງພິມ ແລະ ສື່ທາງລະບົບອອນລາຍຕ່າງໆມີຄວາມວ່ອງໄວ, ທັນເຫດການ, ຖືກຕ້ອງກັບຄວາມເປັນຈິງ ແລະ ສາມາດເປັນກະບອກສຽງອັນແຫຼມຄົມ ໃຫ້ແກ່ພັກ-ລັດ ໃນການນຳເອົາແນວທາງນະໂຍບາຍ, ລະບຽບກົດໝາຍເຜີຍແຜ່ໃນສັງຄົມ ໃຫ້ໄດ້ຮັບຊາບຢ່າງທົ່ວເຖິງ.  ໃນນີ້, ໄດ້ເລີ່ມແຕ່ວັນທີ 11-15 ມີນາ...

ທຳລາຍໄຮ່ຝິ່ນຢູ່ແຂວງຫຼວງນໍ້າທາ 166 ຈຸດ ລວມເນື້ອທີ່ 68,79 ເຮັກຕາ

ກອງບັນຊາການ ປກສ ແຂວງຫຼວງນໍ້າທາ ສົມທົບກັບອໍານາດການປົກຄອງບັນດາເມືອງ, ກໍາລັງ ປ້ອງກັນຊາດ ແລະ ປກສ ກຸ່ມບ້ານ ໄດ້ປະຕິບັດໜ້າທີ່ທໍາລາຍໄຮ່ຝິ່ນທີ່ປະຊາຊົນພາຍໃນແຂວງລັກລອບປູກ ຈໍານວນ 166 ຈຸດ, ມີເນື້້ອທີ່ທັງໝົດ 68,79 ເຮັກຕາ ດ້ວຍການຖາງ ແລະ ຫຼົກຕົ້ນຝິ່ນ ເພື່ອບໍ່ໃຫ້ຂະຫຍາຍຕົວກ່ອນເກັບກ່ຽວຜົນຜະລິດ.

ປກສ ເມືອງວຽງພູຄາ ປະກາດແຕ່ງຕັ້ງ – ໂຍກຍ້າຍນາຍຕຳຫຼວດ

ກອງບັນຊາການ ປກສ ເມືອງວຽງພູຄາ ແຂວງຫຼວງນໍ້າທາ ຈັດພິທີປະກາດແຕ່ງຕັ້ງ-ໂຍກຍ້າຍນາຍຕຳຫຼວດ ໃນວັນທີ 6 ມີນາ 2019, ເປັນປະທານໂດຍ ພັທ ຄຳພັດ ພົມພິພັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງຫຼວງນ້ຳທາ, ມີ ທ່ານ ວົງເພັດ ເສັດຈຽມແສງ ເຈົ້າເມືອງໆວຽງພູຄາ ພ້ອມບັນດາຫົວໜ້າ-ຮອງພະແນກ, ຫົວໜ້າ-ຮອງ...

ປີ 2018 ທົ່ວເມືອງສິງ ມີຄະດີເກີດຂຶ້ນ 146 ເລື່ອງ

ໃນ 1 ປີຜ່ານມາ, ກອງບັນຊາການ ປກສ ເມືອງສິງ ແຂວງຫຼວງນໍ້າທາ ໄດ້ເອົາໃຈໃສ່ສະກັດກັ້ນ ແລະ ແກ້ໄຂປະກົດຫານຫຍໍ້ທໍ້ ພາຍໃນເມືອງ, ຮັບປະກັນຄວາມສະຫງົບໂດຍພື້ນຖານ ແຕ່ກໍປັດສະຈາກບໍ່ໄດ້ສະພາບຫຍໍ້ທໍ້ໃນສັງຄົມ. ສະເພາະໃນປີ 2018, ເມືອງສິງ ມີຄະດີເກີດຂຶ້ນທັງໝົດ 146 ເລື່ອງ,...

ປີ 2018 ປກສ ແຂວງຫຼວງນໍ້າທາ ແກ້ໄຂຄະດີໄດ້ 175 ເລື່ອງ

ໄລຍະ 1 ປີຜ່ານມາ ທົ່ວແຂວງຫຼວງນ້ຳທາ ມີປະກົດການຫຍໍ້ທໍ້ເກີດຂຶ້ນທັງໝົດ 200 ກວ່າເລື່ອງ ເຈົ້າໜ້າທີ່ສາມາດມ້າງໄດ້ 175 ເລື່ອງ, ມີຜູ້ຖືກຫາ 266 ຄົນ ເດັ່ນກ່ວາໝູ່ແມ່ນຄະດີລັກຊັບພົນລະເມືອງ. ກອງປະຊຸມສະຫຼຸບວຽກງານປ້ອງກັນຄວາມສະຫງົບ ປະຈຳປີ 2018 ຂອງກອງບັນຊາການ...

ປກສ ເມືອງສິງ ປະກາດເລື່ອນຊັ້ນໃຫ້ ນາຍ ແລະ ພົນຕຳຫຼວດ

ວັນທີ 18 ທັນວາ 2018, ກອງບັນຊາການ ປກສ ເມືອງສິງ ແຂວງຫຼວງນ້ຳທາ ໄດ້ຈັດພິທີປະກາດການເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດ ໂດຍການເຂົ້າຮ່ວມຂອງ ພັອ ສົມໄຊ ຈັນທະວົງ ຫົວໜ້າກອງບັນຊາການ ປກສ ແຂວງຫຼວງນ້ຳທາ, ມີຫົວໜ້າ-ຮອງພະແນກ, ຫົວໜ້າ-ຮອງ ປກສ ກຸ່ມບ້ານ ຕະຫຼອດຮອດພະນັກງານ-ນັກຮົບ...

ເມືອງລອງ ປ່ອຍປາສູ່ແຫຼ່ງນ້ຳທຳມະຊາດ

ເມືອງລອງ ແຂວງຫຼວງນໍ້າທາ ໄດ້ເປີດພິທີປ່ອຍປາໃນອາທິດຜ່ານມາ, ເນື່ອງໃນໂອກາດວັນປ່ອຍປາແຫ່ງຊາດ, ວັນອະນຸລັກຊັບພະຍາກອນທຳມະຊາດ, ປ່າໄມ້, ສັດນໍ້າ-ສັດປ່າ ເຂົ້າຮ່ວມໂດຍ ທ່ານ ນໍລີນ ໄມທອງ ຮອງເລຂາພັກເມືອງ ຮອງເຈົ້າເມືອງໆລອງ, ມີການນຳຂັ້ນແຂວງ, ການນຳຂັ້ນເມືອງ, ຫ້ອງການອ້ອມຂ້າງເມືອງ, ບໍລິສັດ, ຫົວໜ່ວຍທຸລະກິດ, ກອງບັນຊາການ ປກຊ-ປກສ ຕະຫຼອດຮອດພໍ່ແມ່ປະຊາຊົນ ເຂົ້າຮ່ວມ. ທ່ານ ນໍລີນ ໄມທອງ...

ສະຫຼຸບຖອດຖອນບົດຮຽນ ວຽກງານຕ້ານປະກົດການຫຍໍ້ທໍ້ ໃນຂົງເຂດເມືອງສິງ

ກອງປະຊຸມຖອດຖອນບົດຮຽນ ວຽກງານຕ້ານປະກົດການຫຍໍ້ທໍ້ ໃນຂົງເຂດເມືອງສິງ ແຂວງຫຼວງນໍ້າທາ ໄດ້ຈັດຂຶ້ນໃນວັນທີ 20 ມິຖຸນາ 2018 ເຂົ້າຮ່ວມໂດຍ ພັທ ສົມສັກ ສີປະເສີດ ຫົວໜ້າກອງບັນຊາການ ປກສ ເມືອງສິງ ມີບັນດາຫ້ອງການອ້ອມຂ້າງເມືອງ ແລະ ແຂກຮັບເຊີນເຂົ້າຮ່ວມ. ໃນກອງປະຊຸມ, ຜູ້ແທນກອງປະຊຸມໄດ້ຟັງຜົນການຕ້ານປະກົດການຫຍໍ້ທໍ້ ແລະ ທິດທາງແຜນການໃນຕໍ່ໜ້າວ່າ: ພາຍຫຼັງໄດ້ຮັບແຕ່ງຕັ້ງຄະນະສະເພາະກິດ ກໍໄດ້ປະຊຸມເອກະພາບກັນລົງຕິດຕາມກວດກາເຄື່ອນໄຫວ ເອົາໃຈໃສ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ...

ສຳເລັດການຝຶກອົບຮົມວິຊາສະເພາະ ໃຫ້ ປກສ ບ້ານ ທີ່ຂຶ້ນກັບກຸ່ມບ້ານທ້ຽວ

ການຝຶກອົບຮົມວຽກງານວິຊາສະເພາະໃຫ້ກຳລັງ ປກສ ບ້ານ ທີ່ຂຶ້ນກັບກຸ່ມບ້ານທ້ຽວ ເມືອງວຽງພູຄາ ແຂວງຫຼວງນໍ້າທາ ໄດ້ສຳເລັດໃນວັນທີ 15 ມິຖຸນາ 2018 ພາຍຫຼັງທີ່ດໍາເນີນເປັນເວລາ 2 ວັນ (ແຕ່ວັນທີ 13-14) ເປັນປະທານໂດຍ ພັທ ແອ ພິມມະວົງ ຮອງຫົວໜ້າກອງບັນຊາການ ປກສ ເມືອງວຽງພູຄາ; ໂດຍມີ ທ່ານ...