ໜ້າຫຼັກ Tags ແຂວງອັດຕະປື

Tag: ແຂວງອັດຕະປື

ປະຊາຊົນ 6 ໝູ່ບ້ານ ຖືກນໍ້າຖ້ວມຢ່າງໜັກ ເນື່ອງຈາກຄູກັນນໍ້າ ເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍ ແຕກ

ປະຊາຊົນ ຢູ່ 6 ບ້ານ ຈໍານວນ 1.000 ກວ່າຄົນ ຂອງເມືອງສະໝາມໄຊ ແຂວງອັດຕະປື ໄດ້ຮັບຜົນໄຟນໍາຖ້ວມຢ່າງໜັກ ເນື່ອງຈາກການເກີດອຸບັດຕິເຫດໂຄງການສ້າງເຄື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍ ຢູ່ເມືອງສະໝາມໄຊ ແຂວງອັດຕະປື ເຮັດໃຫ້ປະລິມານນໍ້າມະຫາສານໄຫຼລົງສູ່ບ້ານທີ່ລຽບຕາມລໍາເຊປຽນ. ເບື້້ອງຕົ້ນມີຜູ້ສູນຫາຍ 30 ກວ່າຄົນ. ປັດຈຸບັນ, ລັດຖະບານປະກາດເອົາເຂດໄຟນໍ້າຖ້ວມຂອງເມືອງສະໜານໄຊ ເປັນເຂດປະສົບໄຟພິບັດສຸກເສີນລະດັບແຂວງ. ຈາກການເປີດເຜີຍອຳນາດການປົກຄອງເມືອງສະໜາມໄຊ ແຂວງອັດຕະປື ໃຫ້ຮູ້ວ່າ: ໃນຄັ້ງວັນທີ...

3 ແຂວງ ຈູດທຳລາຍຢາເສບຕິດ ໃນນີ້ ຢາບ້າ 300.000 ກວ່າເມັດ

ໃນວັນທີ 26 ມິຖຸນາ 2018, ແຂວງອຸດົມໄຊ, ແຂວງອັດຕະປື ແລະ ແຂວງຊຽງຂວາງ ໄດ້ຈັດພິທີຈູດທໍາລາຍຢາເສບຕິດ ຫຼາຍລາຍການ ໃນນີ້ຢາບ້າລວມທັງໝົດ 300.000 ກວ່າເມັດ ເນື່ອງໃນໂອກາດສະຫຼອງວັນສາກົນຕ້ານຢາເສບຕິດ ຄົບຮອບ 31 ປີ ໂດຍມີການນໍາແຂວງ, ກໍາລັງ ປກຊ-ປກສ ແລະ ບັນດາພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ. ຢາເສບຕິດທີ່ຈູດທໍາລາຍຖິ້ມໃນຄັ້ງນີ້ ແມ່ນຜ່ານການຕັດສິນໃຊ້ໄດ້ຢ່າງເດັດຂາດຂອງສານປະຊາຊົນແຕ່ລະແຂວງ....

ປກສ ເມືອງຊານໄຊ ທຳລາຍອາວຸດລ່າເນື້ອ

ກອງບັນຊາການ ປກສ ເມືອງຊານໄຊ ແຂວງອັດຕະປື ໄດ້ຈັດພິທີທຳລາຍອາວຸດລ່າເນື້ອປະເພດປືນແກັບ ແລະ ໝໍ້ຊ໊ອດ ໃນວັນທີ 2 ພຶດສະພານີ້, ທີ່ກອງບັນຊາການ ປກສ ເມືອງຊານໄຊ, ເຂົ້າຮ່ວມມີທ່ານ ບຸນເນັມ ໄຊຍະເສັມ ຮອງເຈົ້າເມືອງໆຊານໄຊ, ມີ ພັທ ກິຕັນ ຟອງສຸວັນ ຫົວໜ້າກອງບັນຊາການ ປກສ ເມືອງຊານໄຊ,...