ໜ້າຫຼັກ Tags ແຂວງໄຊຍະບູລີ

Tag: ແຂວງໄຊຍະບູລີ

ກອງປະຊຸມສະຫຼຸບວຽກງານ ປ້ອງກັນຄວາມສະຫງົບຮອບດ້ານ ປະຈຳ 6 ເດືອນຕົ້ນປີ ທົ່ວເມືອງປາກລາຍ ແຂວງໄຊຍະບູລີ

6 ເດືອນຕົ້ນປີ ປກສ ເມືອງປາກລາຍ ສຸມໃສ່ແກ້ໄຂ ປະກົດການຫຍໍ້ທໍ້

ກອງປະຊຸມສະຫຼຸບວຽກງານ ປ້ອງກັນຄວາມສະຫງົບ ຮອບດ້ານ ປະຈຳ 6 ເດືອນ ຕົ້ນປີ ທົ່ວເມືອງປາກລາຍ ແຂວງໄຊຍະບູລີ ໄດ້ຈັດຂຶ້ນ ໃນວັນທີ 25 ມິຖຸນາ 2019, ເປັນປະທານ ໂດຍ ພັທ ສຸລິວົງ ສີລິມະໂນທຳ ຮອງຫົວໜ້າກອງບັນຊາການ ປກສ ເມືອງ;...
ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດພິທີມອບ-ຮັບໜ້າທີ່ລະຫວ່າງ ເຈົ້າເມືອງໆແກ່ນທ້າວ (ຜູ້ເກົ່າ) ແລະ ວ່າການເຈົ້າເມືອງໆແກ່ນທ້າວ

ມອບ-ຮັບໜ້າທີ່ ວ່າການເຈົ້າເມືອງໆແກ່ນທ້າວ

ໃນວັນທີ 18 ມິຖຸນາ 2019, ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດພິທີມອບ-ຮັບໜ້າທີ່ລະຫວ່າງ ເຈົ້າເມືອງໆແກ່ນທ້າວ (ຜູ້ເກົ່າ) ແລະ ວ່າການເຈົ້າເມືອງໆແກ່ນທ້າວ, ເປັນກຽດເຂົ້າຮ່ວມໂດຍ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໆໄຊຍະບູລີ, ພ້ອມທັງມີ ຫົວໜ້າ, ຮອງຫົວໜ້າຫ້ອງການ, ເລຂາພັກບ້ານ-ນາຍບ້ານ ອ້ອມຂ້າງເມືອງ ເຂົ້າຮ່ວມ.
ເປັນປະທານໂດຍ ທ່ານ ນາງ ດາວວິນ ລາດຊະກິດ ກຳມະການປະຈຳພັກເມືອງ ຮອງເຈົ້າເມືອງໆຫົງສາ

ຫ້ອງການສາທາລະນະສຸກ ເມືອງຫົງສາ ປະກາດການຈັດຕັ້ງ

ເພື່ອເປັນການປັບປຸງຄຸນນະພາບການເຄື່ອນໄຫວຂອງ ກົງຈັກການຈັດຕັ້ງ ແລະ ການກຳນົດຕຳແໜ່ງງານ ແຕ່ຂັ້ນສູນກາງລົງຮອດຂັ້ນທ້ອງຖິ່ນ ໃຫ້ມີຄວາມສອດຄ່ອງຖືກຕ້ອງຕາມແນວທາງຂອງພັກ-ລັດ ແລະ ແນໃສ່ເພື່ອເຮັດໃຫ້ກົງຈັກການຈັດຕັ້ງແຕ່ລະຂົງເຂດວຽກງານ ມີຄວາມໜັກແໜ້ນເຂັ້ມແຂງ ແລະ ຮັບປະກັນໃຫ້ມີລັກສະນະສືບທອດຕໍ່ເນື່ອງ ແລະ ເຄື່ອນໄຫວມີປະສິດທິຜົນ. ດັ່ງນັ້ນ, ຫ້ອງການສາທາລະນະສຸກ ເມືອງຫົງສາ ແຂວງໄຊຍະບູລີ ຈຶ່ງໄດ້ຈັດພິທີປະກາດການຈັດຕັ້ງຂຶ້ນ ໃນຕອນເຊົ້າຂອງວັນທີ...

ລົງຕິດຕາມ ແລະ ຊຸກຍູ້ ໂຄງການກໍ່ສ້າງຫ້ອງການ ປກສ ເມືອງແກ່ນທ້າວ

ໃນວັນທີ 29 ພຶດສະພາ 2019, ພັອ ຄໍາແພງ ເພັດ ຫົວໜ້າກອງບັນຊາການ ປກສ ແຂວງໄຊຍະບູລີ, ທ່ານ ສໍາລານ ສຸວັນນະໂຊດ ເຈົ້າເມືອງໆແກ່ນທ້າວ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມກວດກາ ແລະ ຊຸກຍູ້ໂຄງການກໍ່ສ້າງ ຫ້ອງການກອງບັນຊາການ ປກສ ເມືອງແກ່ນທ້າວ ເພື່ອເຮັດໃຫ້ໂຄງການກໍ່ສ້າງສໍາເລັດຕາມຄາດໝາຍ...

ພັດທະນາຂຶ້ນ! ແຂວງໄຊຍະບູລີ ມີເສັ້ນທາງເຂົ້າເຖິງທຸກບ້ານ

ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງໄຊຍະບູລີ ກ່າວໃນກອງປະຊຸມສະຫຼຸບວຽກງານ ຍທຂ ປະຈໍາປີ 2018 ວ່າ: ທົ່ວແຂວງ ມີເສັ້ນທາງຍາວທັງໝົດ 3.400 ກວ່າກິໂລແມັດ, ມີເສັ້ນທາງເຂົ້າເຖິງທຸກບ້ານ ໃນນີ້ມີເສັ້ນທາງທຽວໄດ້ສອງລະດູ ຈໍານວນ 300 ກວ່າບ້ານ ກວມ 82,56% ແລະ ທຽວໄດ້ລະດູດຽວ...

120 ຄອບຄົວ ໃນບ້ານຫ້ວຍຈ້ວງ ໄດ້ຮັບຜົນກະທົບຈາກພາຍຸ

ຕາມການໃຫ້ຂໍ້ມູນຈາກປະຊາຊົນ ບ້ານຫ້ວຍຈ້ວງ ເມືອງຫົງສາ ແຂວງໄຊຍະບູລີ ໄດ້ໃຫ້ຮູ້ວ່າ: ໃນຄໍ່າຄືນຂອງວັນທີ 3 ພຶດສະພາ 2019 ເວລາ 22:30 ໂມງ ໄດ້ເກີດມີລົມພາຍຸພັດຖະຫຼົ່ມ ເຮັດໃຫ້ເຮືອນຂອງປະຊາຊົນເສຍຫາຍ 120 ຄອບຄົວ ລວມມູນຄ່າເສຍຫາຍ 600 ລ້ານກວ່າກີບ.

ໄຊຍະບູລີ-ເຊິນລາ ສືບຕໍ່ຮ່ວມມືດ້ານກະສິກຳ

ໃນວັນທີ 20 ເມສາ 2019, ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໆໄຊຍະບູລີ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ເຍີຍ ທິເຟືອງ ຮອງປະທານສະພາປະຊາຊົນແຂວງເຊິນລາ ພ້ອມດ້ວຍຄະນະ ທີ່ຢ້ຽມຢາມແຂວງໄຊຍະບູລີ ເພື່ອສືບຕໍ່ເສີມຂະຫຍາຍການຮ່ວມມືຮອບດ້ານລະຫວ່າງ ແຂວງໄຊຍະບູລີ ສປປ ລາວ ແລະ ແຂວງເຊິນລາ ສສ...

ເນັ້ນໃຫ້ທະຫານ ກອງພັນ 411 ເອົາໃຈໃສ່ 4 ບັນຫາ

ໃນວັນທີ 24 ມີນາ 2019 ນີ້, ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໆໄຊຍະບູລີ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ໂອ້ລົມຕໍ່ ພະນັກງານ-ນັກຮົບ ກອງພັນ 411 ທະຫານແຂວງໄຊຍະບູລີ, ໂດຍມີ ພັທ ວິໄລວັນ ພິລາຈັນ ຫົວໜ້າການທະຫານກອງພັນ ຕ້ອນຮັບ ແລະ ລາຍງານຫຍໍ້, ເຊິ່ງທ່ານເຈົ້າແຂວງ...

ຖອດຖອນບັນທົດລອງດໍາເນີນຊີວິດການເມືອງ ຢູ່ບ້ານສີເມືອງ

ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມຖອດຖອນບົດຮຽນບັ້ນທົດລອງດໍາເນີນຊີວິດການເມືອງປັບປຸງປົວແປງພັກ ຕິດພັນກັບການດໍາເນີນກອງປະຊຸມໃຫຍ່ ໜ່ວຍພັກຮາກຖານ ບ້ານສີເມືອງ, ເປັນປະທານໂດຍ ສະຫາຍ ຄໍາສິງ ສໍລະສຸກ ກໍາມະການປະຈໍາພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆໄຊຍະບູລີ, ມີ ສະຫາຍ ບຸນແທນ ທິແກ້ວ ກໍາມະການພັກແຂວງ ຫົວໜ້າພະແນກການເງິນແຂວງ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ ແລະ...

ປິດກອງປະຊຸມຄົບຄະນະບໍລິຫານງານພັກແຂວງໄຊຍະບູລີ ເປີດກວ້າງຄັ້ງທີ 11 ສະໄໝທີ VI

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງໄຊຍະບູລີ ເປີດກວ້າງຄັ້ງທີ 11 ( ສະໄໝທີ VI ) ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ, ໃນອາທິດຜ່ານມາ, ເປັນປະທານໂດຍ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆໄຊຍະບູລີ, ເຂົ້າຮ່ວມໂດຍ ທ່ານ ວັນໄຊ ຊົງຊາຢູ ຮອງປະທານຄະນະກວດກາສູນກາງພັກ ແລະ...