ໜ້າຫຼັກ Tags ແຂວງໄຊຍະບູລີ

Tag: ແຂວງໄຊຍະບູລີ

ລັດຖະມົນຕີ ກະຊວງ ປກສ ລົງກວດກາເຂື່ອນໄຟຟ້າ ແຂວງໄຊຍະບູລີ

ພົຕ ສົມແກ້ວ ສີລາວົງ ລັດຖະມົນຕີກະຊວງ ປກສ ພ້ອມດ້ວຍຄະນະ ໄດ້ລົງກວດກາການຈັດຕັ້ງປະຕິບັດວຽກງານຄຸ້ມຄອງ, ຈັດສັນ, ຍົກຍ້າຍສິ່ງແວດລ້ອມ ແລະ ສັງຄົມ ຂອງໂຄງການເຂື່ອນໄຟຟ້ານໍ້າຂອງ ແຂວງໄຊຍະບູລີ ໃນວັນທີ 5 ກັນຍາຜ່ານມາ, ໂດຍມີ ພັອ ຄໍາແພງ ເພັດ ຫົວໜ້າກອງບັນຊາການ ປກສ...

ແຂວງໄຊຍະບູລີ ຈັດສັນທີ່ດິນຕາມ 8 ປະເພດ ໄດ້ 11% ໃນ 6 ເດືອນຕົ້ນປີນີ້

ທ່ານ ສົມຈິດ ຈັນທະວົງ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງໄຊຍະບູລີ ໄດ້ຂຶ້ນຊີ້ແຈງຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາປະຊາຊົນແຂວງ ຊຸດທີ I ໃນວັນທີ 2 ສິງຫານີ້ ວ່າ: ການຈັດສັນທີ່ດິນຢູ່ແຂວງໄຊຍະບູລີ ໃນໄລຍະຜ່ານມາ ແມ່ນໄດ້ສຸມໃສ່ຈັດສັນທີ່ດິນໃນ 3 ລະດັບເຊັ່ນ: ລະດັບບ້ານ, ລະດັບເມືອງ...

ພະແນກກະສິກຳ ແລະ ປ່າໄມ້ ແຂວງໄຊຍະບູລີ ປາຖະກະຖາ 3 ວັນປະຫວັດສາດ

ວັນທີ 16 ກໍລະກົດ 2018, ພະແນກກະສິກໍາ ແລະ ປ່າໄມ້ ແຂວງໄຊຍະບູລີ ໄດ້ຈັດຕັ້ງປາຖະກະຖາວັນເກີດຂອງ ທ່ານ ສຸພານຸວົງ ຄົບຮອບ 109, ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລາວ-ຫວຽດນາມຄົບ ຮອບ 41 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 41 ປີ,...

ແຂວງໄຊຍະບູລີ ຫາລືກຽມສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ

ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປຶກສາຫາລືກະກຽມໃຫ້ແກ່ການສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ (ວັນທີ 20 ມັງກອນ 2019) ທີ່ຈະມາເຖິງໃຫ້ມີບັນຍາກາດເບີກບານມ່ວນຊື່ນ; ໃນອາທິດຜ່ານມາ, ໂດຍການເປັນປະທານຂອງ ທ່ານ ປອ ສົມລິດ ເປືອກແກ້ວ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ມີຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ຫົວໜ້າກອງບັນຊາການທະຫານແຂວງ, ປກສ ແຂວງ, ກອງພົນທີ...

ໂຮງຮຽນ ປກສ ຊັ້ນຕົ້ນ ເລກ 2 ເປີດຊຸດຮຽນ ຮຸ່ນທີ XII

ວັນທີ 25 ມິຖຸນາ 2018, ໂຮງຮຽນ ປກສ ຊັ້ນຕົ້ນ ເລກ 2 ແຂວງໄຊຍະບູລີ ໄດ້ເປີດຊຸດຮຽນໃໝ່ ຮຸ່ນທີ XII ໂດຍການເປັນປະທານຂອງ ພັອ ຄໍາແພງ ເພັດ ຫົວໜ້າກອງບັນຊາການ ປກສ ແຂວງ; ເປັນກຽດເຂົ້າຮ່ວມມີ ພັອ ເພີນຄໍາ ແສງດາລາ...

ເມືອງຫົງສາ ສະຫຼຸບການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ

ເມືອງຫົງສາ ແຂວງໄຊຍະບູລີ ຈັດກອງປະຊຸມສະຫຼຸບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານ 6 ເດືອນຕົ້ນປີ ຂອງຄະນະກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນເມືອງ ໃນວັນທີ 20 ມິຖຸນາ 2018, ເປັນປະທານໂດຍ ທ່ານ ນາງ ດາວ ວິນລາດຊະກິດ ຮອງເຈົ້າເມືອງໆຫົງສາ ທັງເປັນປະທານຄະນະກໍາມະການ ແລະ ຄວບຄຸມໄພພິບັດຂັ້ນເມືອງ, ມີ ທ່ານ ສຸກມາໄລ...

ຫ້ອງການສາທາລະນະສຸກ ເມືອງທົ່ງມີໄຊ ປາຖະກະຖາວັນແພດລາວ ຄົບຮອບ 53 ປີ

ຫ້ອງການສາທາລະນະສຸກ ເມືອງທົ່ງມີໄຊ ແຂວງໄຊຍະບູລີ ໄດ້ຈັດຕັ້ງປາຖະກະຖາວັດແພດລາວ ຄົບຮອບ 53 ປີ (18 ມິຖຸນາ 1965-18 ມິຖຸນາ 2018) ໃນວັນທີ 19 ມິຖຸນາ 2018 ເພື່ອໃຫ້ພະນັກງານ-ລັດຖະກອນ ໃນຂົງເຂດສາທາລະນະສຸກໄດ້ຮັບຮູ້, ເຂົ້າໃຈ ແລະ ນຳໄປຈັດຕັ້ງຜັນຂະຫຍາຍໃຫ້ມີປະສິດທິຜົນ, ເຂົ້າຮ່ວມ ແລະ ເຜີຍແຜ່ໂດຍ...

ເມືອງແກ່ນທ້າວ ສຳເລັດການສອບເສັງຈົບຊັ້ນ ມ 7 ທົ່ວເມືອງ ສົກປີ 2017-2018

ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ສໍາເລັດການສອບເສັງຈົບຊັ້ນ ມ 7 ທົ່ວເມືອງ ສົກປີ 2017-2018 ເປັນເອກະພາບກັນທົ່ວປະເທດໃນຄັ້ງວັນທີ 19-20 ມິຖຸນາ 2018, ທີ່ສູນສອບເສັງມັດທະຍົມສົມບູນສຶກສາ ເມືອງແກ່ນທ້າວ, ເຂົ້າຮ່ວມຕັດຫົວບົດສອບເສັງຄັ້ງນີ້ມີ ທ່ານ ອໍາຄາ ລັດສະໝີ ຮອງເຈົ້າເມືອງໆແກ່ນທ້າວ ທັງເປັນປະທານການສອບເສັງ ແລະ ທ່ານ ສົມພອນ ຈິນດາວົງ...

ຝຶກອົບຮົມວຽກງານວິຊາສະເພາະ ໃຫ້ ຕຳຫຼວດສິ່ງແວດລ້ອມ 5 ແຂວງ

ຊຸດຝຶກອົບຮົມວຽກງານວິຊາສະເພາະໄລຍະສັ້ນໃຫ້ ເຈົ້າໜ້າທີ່ຕໍາຫຼວດສິ່ງແວດລ້ອມ 5 ແຂວງ ( ແຂວງໄຊຍະບູລີ, ຊຽງຂວາງ, ຫົວພັນ, ໄຊສົມບູນ ແລະ ແຂວງວຽງຈັນ ) ໄດ້ຈັດຂຶ້ນລະຫວ່າງວັນທີ 14-15 ມິຖຸນາ 2018 ທີ່ເມືອງໄຊຍະບູລີ ແຂວງໄຊຍະບູລີ; ໂດຍມີ ພັທ ປອ ຄໍາແພງ ມະນີໄຊ ຫົວໜ້າກົມຕໍາຫຼວດສິ່ງແວດລ້ອມ...

ປະທານແນວລາວສ້າງຊາດ ແຂວງໄຊຍະບູລີ ຕ້ອນຮັບອະດີດສະມາຄົມນັກຮົບເກົ່າ ສສ ຫວຽດນາມ

ທ່ານ ຄໍາສຸກ ທໍ່ ຮອງເລຂາພັກແຂວງ ປະທານແນວລາວສ້າງຊາດ ແຂວງໄຊຍະບູລີ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ວູ ກວາງຍາກ ອະດີດຊ່ຽວຊານທະຫານພາກໃຕ້ລາວ-ແຂວງຝູເທາະ, ມີບັນດາອະດີດພະນັກງານ-ນັກຮົບປະຕິວັດ, ຄະນະປະສານງານກອງພົນ 316 ແຂວງອຽນບາຍ, ອາສາສະໝັກຊາວໜຸ່ມ, ຄອບຄົວນັກຮົບປະຕິວັດ ສສ ຫວຽດນາມ ພ້ອມດ້ວຍຄະນະ ທີ່ມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງໄຊຍະບູລີ ໃນວັນທີ...