ໜ້າຫຼັກ Tags ຈີນ

Tag: ຈີນ

ຈີນ ອະນຸຍາດໃຫ້ເປີດບໍລິການລົດຕັກຊີບໍ່ມີຄົນຂັບ ໃນປັກກິ່ງ

ບໍລິສັດ ໄປ່ຕູ ຍັກໃຫຍ່ແຫ່ງວົງການເຕັກໂນໂລຊີຈີນ ແລະ ບໍລິສັດ ໂພນີດອດເອໄອ ບໍລິສັດໄອທີດ້ານການພັດທະນາຍານພາຫະນະທີ່ຂັບເຄື່ອນດ້ວຍໂຕເອງ ໄດ້ຮັບ
ເຫດແຜ່ນດິນໄຫວຂະໜາດ 6 ຣິກເຕີ ທາງທິດຕາເວັນຕົກສຽງໃຕ້ຂອງຈີນ ໃນຕອນຄໍ່າຂອງວັນທີ 17 ມິຖຸນາ ທີ່ຜ່ານມາ

ຍອດຜູ້ເສຍຊີວິດ ແລະ ບາດເຈັບ ຈາກແຜ່ນດິນໄຫວ ເສສວນ ລວມກວ່າ 100 ຄົນ

ເຈົ້າໜ້າທີ່ຈີນ ລາຍງານ ໃນວັນທີ 18 ມິຖຸນາ ວ່າ: ເຫດແຜ່ນດິນໄຫວຂະໜາດ 6 ຣິກເຕີ ທາງທິດຕາເວັນຕົກສຽງໃຕ້ຂອງຈີນ ໃນຕອນຄໍ່າຂອງວັນທີ 17 ມິຖຸນາ ທີ່ຜ່ານມາ ເຮັດໃຫ້ມີຜູ້ເສຍຊີວິດເພີ່ມຂຶ້ນເປັນ 11 ຄົນ ແລະ ບາດເຈັບ 122 ຄົນ, ຂະນະທີ່...

ການສົ່ງອອກຂອງຈີນ ເດືອນຜ່ານມາ ເພີ່ມຂຶ້ນເກີນຄາດ

ໃນວັນທີ 10 ມິຖຸນາ, ສຳນັກງານພາສີອາກອນຈີນ ເປີດເຜີຍຂໍ້ມູນ ວ່າ: ຍອດການສົ່ງອອກເດືອນພຶດສະພາ ເພີ່ມຂຶ້ນເກີນຄາດ 1,1% ຈາກເດືອນດຽວກັນຂອງປີຜ່ານມາ ສວນທາງກັບຍອດການນຳເຂົ້າທີ່ຫຼຸດລົງຄໍ່າກວ່າຄາດ 8,5% ແລະ ສົ່ງຜົນໃຫ້ຈີນ ເກີນດຸນການຄ້າທີ່ 41.650 ລ້ານໂດລາສະຫະລັດ. ຕົວເລກດັ່ງກ່າວ...

ເຜີຍຈຳນວນຜູ້ເສຍຊີວິດຈາກ ດິນເຈື່ອນ ໃນຈີນ ມີ 10 ຄົນ

ໃນວັນທີ 17 ມີນາ ທີ່ຜ່ານມາ, ເຈົ້າໜ້າທີ່ມົນທົນຊານຊີ ທາງພາກເໜືອຂອງຈີນ ຖະແຫຼງລາຍລະອຽດກ່ຽວກັບ ເຫດດິນເຈື່ອນໃນເຂດເສົ້າຫຼິງ ແລະ ເຂດຫຼິນເຟິນ ໃນເວລາປະມານ 18:10 ໂມງ ຂອງວັນທີ 15 ມີນາ ຜ່ານມາ ວ່າ: ມີອາຄານທີ່ຢູ່ອາໄສ ເສຍຫາຍ 2 ຫຼັງ ລວມທັງບ້ານພັກ ແລະ ໂຮງອາບນໍ້າສາທາລະນະ...

ຈີນ ສະເໜີຊ່ວຍເວເນຊູເອລາ ກູ້ຄືນລະບົບໄຟຟ້າ

ລັດຖະບານ ສປ ຈີນ ສະເໜີໃຫ້ການຊ່ວຍເຫຼືອກູ້ຄືນລະບົບໄຟຟ້າໃນປະເທດເວເນຊູເອລາ ຫຼັງຈາກເກີດເຫດໄຟຟ້າມອດມາຫຼາຍວັນຕິດຕໍ່ກັນ ນັບຕັ້ງແຕ່ວັນທີ 7 ມີນາ 2019 ເປັນຕົ້ນມາ. ວັນທີ 13 ມີນາຜ່ານມາ, ໂຄສົກກະຊວງການ່າງປະເທດ ສປ ຈີນ ໃຫ້ຮູ້ວ່າ:...

ຈີນ ເປີດກອງປະຊຸມອິນເຕີເນັດໂລກ ຄັ້ງທີ 5

ໃນວັນທີ 7 ພະຈິກ ທີ່ຜ່ານມາ, ກອງປະຊຸມອິນເຕີເນັດໂລກ ຄັ້ງທີ 5  ເລີ່ມຂຶ້ນເເລ້ວທີ່ເມືອງອູເຈິ້ນ ໃນມົນທົນເຈີ້ຈ້ຽງ ທາງທິດຕາເວັນອອກຂອງຈີນ ໂດຍມີຜູ້ເຂົ້າຮ່ວມງານປະມານ 1.500 ຄົນ ຈາກຫຼາຍກວ່າ 70 ປະເທດ ແລະ ດິນແດນທົ່ວໂລກ. ກອງປະຊຸມໃນປີນີ້ມີຄຳຂວັນວ່າ: “ ການສ້າງສັນໂລກດິຈິຕອນ ເພື່ອຄວາມໄວ້ວາງໃຈ ແລະ...

ອຸດສາຫະກຳເຫຼັກຂອງຈີນ ກຳໄລເຄິ່ງປີທຳອິດ ເພີ່ມຂຶ້ນ

ໃນວັນທີ 10 ກັນຍານີ້, ບໍລິສັດທີ່ເຮັດທຸລະກິດ ໃນພາກອຸດສາຫະກຳເຫຼັກ ແລະ ຈົດທະບຽນໃນຕະຫຼາກຮຸ້ນຂອງຈີນ ລາຍງານຕົວເລກລາຍໄດ້ທີ່ເພີ່ມສູງຂຶ້ນ ໃນໄລຍະເຄິ່ງປີທຳອິດຂອງປີນີ້ ທ່າມກາງຄວາມພະຍາຍາມຢ່າງຕໍ່ເນື່ອງຂອງລັດຖະບານ ທີ່ຈະຫຼຸດພາວະການຜະລິດທີ່ສູງເກີນໄປ ໃນພາກອຸດສາຫະກຳດັ່ງກ່າວ. ລາຍໄດ້ໂດຍລວມຂອງບໍລິສັດເຫຼົ່ານີ້ ຢູ່ທີ່ 4,26 ໝື່ນລ້ານຢວນ ເພີ່ມຂຶ້ນ 15% ເມື່ອທຽບເປັນລາຍປີ...

ຈີນ ສັ່ງປາບໂຄສະນາເຖື່ອນ ພ້ອມປັບໄໝໄປແລ້ວຫຼາຍກວ່າ 100 ລ້ານຢວນ

ສຳນັກງານບໍລິຫານຈັດການກົດລະບຽບຕະຫຼາດແຫ່ງລັດ (SAMR) ຂອງທາງການຈີນ ລາຍງານໃນວັນທີ 23 ກໍລະກົດທີ່ຜ່ານມາວ່າ: ໃນໄລຍະເຄີ່ງປີທຳອິດຂອງປີ 2018 ຈີນໄດ້ເຂົ້າປາບປາມ ແລະ ກວາດລ້າງໂຄສະນາເຖື່ອນທີjຜິດກົດໝາຍຈຳນວນ 8.104 ລາຍການ ເຊິ່ງເພີ່ມຂຶ້ນ 64,2% ເມື່ອທຽບກັບປີທີ່ຜ່ານມາ. ຂະນະທີ່, ຄ່າປັບໄໝຈາກການເຜີຍແຜ່ໂຄສະນາເຖື່ອນດັ່ງກ່າວ ຄິດເປັນມູນຄ່າທັງໝົດ 116,7 ລ້ານຢວນ ຫຼື ປະມານ 17,42 ລ້ານໂດລາສະຫະລັດ...

ຈີນ ລົງໂທດ ແອໄຊນາ ຫຼັງນັກບິນຜູ້ຊ່ວຍ ສູບຢາໃນຫ້ອງນັກບິນ

ສື່ທາງການຈີນ ລາຍງານໃນວັນທີ 18 ກໍລະກົດ ທີ່ຜ່ານມາວ່າ: ສຳນັກງານການບິນພົນລະເຮືອນຈີນ ຈະລົງໂທດແອໄຊນາ ສາຍການບິນແຫ່ງຊາດ ກໍລະນີນັກບິນຜູ້ຊ່ວຍສູບຢາສູບໄຟຟ້າ ຂະນະປະຕິບັດໜ້າທີ່ໃນຫ້ອງນັກບິນ ຈົນເປັນເຫດໃຫ້ເຮືອບິນຫຼຸດລະດັບລົງຢ່າງສຸກເສີນ ໃນອາທິດຜ່ານມາ. ບັນຊີວີແຊັດຂອງສະຖານີໂທລະພາບ CCTV ລາຍງານວ່າ: ສຳນັກງານການບິນພົນລະເຮືອນ ຈະຫຼຸດຊົ່ວໂມງການບິນຂອງເຮືອບິນ ໂບອິງ 737 ຂອງແອໄຊນາ ລົງ 10%, ຍົກເລີກໃບອະນຸຍາດຂອງນັກບິນທີ 1 ແລະ...

EU ຮຽກຮ້ອງ ຈີນ – US – ລັດເຊຍ ຢ່າເປີດສາກສົງຄາມການຄ້າ

ທ່ານ ໂດໂນ ທັສ ປະທານຄະນະລັດຖະມົນຕີເອີຣົບ ກ່າວໃນວັນທີ 16 ກໍລະກົດນີ້ວ່າ: ຈີນ, ສະຫະລັດ ອາເມລິກາ ແລະ ລັດເຊຍ ຈະຕ້ອງບໍ່ເປີດສາກສົງຄາມການຄ້າແກ່ກັນ ແລະ ຮຽກຮ້ອງໃຫ້ທັງສາມປະເທດ ປະຕິຮູບອົງການການຄ້າໂລກ. ທ່ານ ທັສ ກ່າວວ່າ: ຂະນະນີ້ຍັງພໍມີເວລາທີ່ຈະປ້ອງກັນຄວາມຂັດແຍ້ງ ແລະ ຄວາມວຸ້ນວາຍທີ່ອາດເກີດຂຶ້ນຈາກບັນຫາທາງການຄ້າ. ທ່ານ ທັສ ແລະ...