ໜ້າຫຼັກ Tags ທ່ານ ຄຳສານ ສຸວົງ

Tag: ທ່ານ ຄຳສານ ສຸວົງ

ກອງປະຊຸມປຶກສາຫາລືວຽກງານ ການດໍາເນີນຄະດີຊັບພະຍາກອນປ່າໄມ້, ສັດນໍ້າ ແລະ ສັດປ່າ

ຫາລືວຽກງານ ການດໍາເນີນຄະດີຊັບພະຍາກອນປ່າໄມ້

ກະຊວງກະສິກໍາ ແລະ ປ່າໄມ້ ຮ່ວມກັບ ອົງການໄອຍະການປະຊາຊົນສູງສຸດ ໄດ້ຈັດກອງປະຊຸມປຶກສາຫາລືວຽກງານ ການດໍາເນີນຄະດີຊັບພະຍາກອນປ່າໄມ້, ສັດນໍ້າ ແລະ ສັດປ່າ ໃນວັນທີ 23 ທັນວາ 2019 ໂດຍມີ ທ່ານ ຄໍາສານ ສຸວົງ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ທ່ານ ທອງພັດ ວົງມະນີ...

ອົງການໄອຍະການປະຊາຊົນສູງສຸດ ເຊື່ອມຊຶມມະຕິ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ

ອົງການໄອຍະການປະຊາຊົນສູງສຸດ ໄດ້ຈັດຕັ້ງເຜີຍແຜ່, ເຊື່ອມຊຶມມະຕິ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 7 ສະໄໝທີ X ໃຫ້ສະມາຊິກພັກ-ພະນັກງານ ໃນວັນທີ 18 ກຸມພາ 2019, ເຜີຍແຜ່ໂດຍ ທ່ານ ຄໍາສານ ສຸວົງ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີຄະນະພັກ-ຄະນະນໍາ, ສະມາຊິກພັກ ແລະ ພະນັກງານ-ລັດຖະກອນ...

ປີ 2018 ມີນັກໂທດໄດ້ຮັບການອະໄພຍະໂທດ 1.700 ກວ່າຄົນ

ກອງປະຊຸມວຽກງານອະໄພຍະໂທດ ທົ່ວປະເທດ ປະຈໍາປີ 2018 ຈັດຂຶ້ນໃນວັນທີ 6 ກຸມພາ 2019 ໂດຍການເປັນປະທານຂອງ ທ່ານ ປອ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ທັງເປັນປະທານຄະນະກໍາມະການອະໄພຍະໂທດລະດັບຊາດ, ມີຄະນະປະທານ, ຮອງລັດຖະມົນຕີບັນດາກະຊວງ, ສານປະຊາຊົນ, ອົງການໄອຍະການປະຊາຊົນ, ແຂກຮັບເຊີນ ແລະ ຄະນະຮັບຜິດຊອບ...

ຕ້ອງເພີ່ມທະວີຕິດຕາມກວດກາການປະຕິບັດ ແລະ ການສັ່ງຟ້ອງ ຮັບປະກັນຄວາມຖືກຕ້ອງ

ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ໄດ້ໃຫ້ທິດຊີ້ນໍາອົງການໄອຍະການປະຊາຊົນທຸກຂັ້ນ ຕ້ອງເພີ່ມທະວີການຕິດຕາມກວດກາ ການຈັດຕັ້ງປະຕິບັດກົດໝາຍ ແລະ ການສັ່ງຟ້ອງຜູ້ກະທໍາຜິດຂຶ້ນສານ ໃຫ້ຮັບປະກັນຄວາມຖືກຕ້ອງ ແລະ ຍຸຕິທໍາ, ມີຂໍ້ມູນຫຼັກຖານຮັດກຸມ, ຖືກຕ້ອງຕາມຄວາມເປັນຈິງ ແລະ ຖືກຕ້ອງຕາມມາດຕາຂອງກົດໝາຍ. ການໃຫ້ທິດຊີ້ນໍາດັ່ງກ່າວມີຂຶ້ນ ໃນໂອກາດທີ່ທ່ານປະທານສະພາແຫ່ງຊາດເຂົ້າຮ່ວມໂອ້ລົມຕໍ່ກອງປະຊຸມສະຫຼຸບວຽກງານໄອຍະການ...

ປີ 2018 ອົງການໄອຍະການປະຊາຊົນ ໄດ້ອອກຄໍາສັ່ງຈັບຕົວ ເກືອບ 2.000 ສະບັບ

1 ປີຜ່ານມາ ອົງການໄອຍະການປະຊາຊົນ ອອກຄໍາສັ່ງຕ່າງໆ ໄດ້ 19.261 ສະບັບ; ໃນນັ້ນອອກຄໍາສັ່ງຈັບຕົວ 1.900 ສະບັບ, ອອກຄໍາສັ່ງກັກຂັງພາງ 8.061 ສະບັບ, ອອກຄໍາສັ່ງປ່ອຍຕົວພາງ 766 ສະບັບ, ອອກຄໍາສັ່ງປ່ອຍຕົວກ່ອນກໍານົດ 275 ສະບັບ, ອອກຄໍາສັ່ງເປີດການສືບສວນ-ສອບສວນ 721 ສະບັບ, ອອກຄໍາສັ່ງຍຶດ ຫຼື ອາຍັດຊັບ...

ປາຖະກະຖາວັນສ້າງຕັ້ງ ອົງການໄອຍະການປະຊາຊົນ ຄົບຮອບ 29 ປີ

ອົງການໄອຍະການປະຊາຊົນສູງສຸດ ປາຖະກະຖາຫວນຄືນມູນເຊື້ອວັນສ້າງຕັ້ງໄອຍະການປະຊາຊົນ ຄົບຮອບ 29 ປີ ( 9 ມັງ ກອນ 1990-9 ມັງກອນ 2019) ໃນທ້າຍອາທິດຜ່ານ, ໂດຍການປາຖະກະຖາຂອງ ທ່ານ ຄໍາສານ ສຸວົງ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີພະນັກງານ-ລັດຖະກອນເຂົ້າຮ່ວມຢ່າງພ້ອມພຽງ.

ອົງການໄອຍະການປະຊາຊົນ ປາຖະກະຖາ ວັນສ້າງຕັ້ງລັດຖະທຳມະນູນ ຄົບຮອບ 27 ປີ

ໃນວັນທີ 7 ສິງຫາ 2018, ອົງການໄອຍະການປະຊາຊົນສູງສຸດ ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງລັດຖະທຳມະນູນແຫ່ງຊາດລາວ ຄົບຮອບ 27 ປີ ( 15 ສິງຫາ 1991-15 ສິງຫາ 2018 ) ໂດຍການເປັນປະທານຂອງ ທ່ານ ຄຳສານ ສຸວົງ ປະທານອົງການໄອຍະການປະຊາຊົນສູງສຸດ, ມີຫົວໜ້າກົມ, ຮອງກົມ-ຫ້ອງການ, ອົງການໄອຍະການພາກກາງ,...