ໜ້າຫຼັກ Tags ນູແວນເຊລັງ

Tag: ນູແວນເຊລັງ

ນູແວນເຊລັງ ເປີດໂຄງການຮັບຊື້ປືນຄືນ ດົນເຖິງ 6 ເດືອນ

ລັດຖະບານ ນູແວນເຊລັງ ເປີດຕົວໂຄງການຮັບຊື້ປືນຄືນ ດົນ 6 ເດືອນແລ້ວ ໃນວັນທີ 20 ມິຖຸນາ ທີ່ຜ່ານມາ ເຊິ່ງເປັນການຊື້ຄືນ ປືນເຄິ່ງອັດຕະໂນມັດ ທີ່ຫາກໍຖືກປະກາດຫ້າມໃຊ້ ຫຼັງຈາກເກີດເຫດຍິງຄົນໃນມັດສະຍິດ 2 ແຫ່ງ ໃນເມືອງໄຄຣເຊີສ ໃນເດືອນມີນາ ທີ່ຜ່ານມາ.

ນູແວນເຊລັງ ຈັດສັນງົບ ເນັ້ນຄຸນນະພາບຊີວິດຫຼາຍກວ່າ ຕົວເລກເສດຖະກິດ

ໃນວັນທີ 30 ພຶດສະພາ ທີ່ຜ່ານມາ, ລັດຖະບານ ນູແວນເຊລັງ ເຜີຍແພ່ງົບປະມານຫວັງເນັ້ນການເປັນຢູ່ທີ່ດີ ໃຫ້ຄວາມສຳຄັນກັບສຸຂະພາບຈິດ ແລະ ແກ້ບັນຫາຄວາມທຸກຍາກໃນເດັກ ເປັນອັນດັບທຳອິດ. ທ່ານ ນາງ ຈາຊິນດາ ອາເດິນ ນາຍົກລັດຖະມົນຕີ ເປີດເຜີຍວ່າ: ງົບປະມານຊຸດນີ້...

ນູແວນເຊລັງ ຕັ້ງເປົ້າປ່ອຍກ໊າສຄາບອນ 0% ພາຍໃນປີ 2050

ໃນວັນທີ 13 ພຶດສະພາ, ທ່ານ ອັນໂຕນິໂອ ກູເຕີເຣສ ເລຂາທິການສະຫະປະຊາຊາດ (UN) ກ່າວຍ້ອງຍໍ ນູແວນເຊລັງ ທີ່ປະກາດຕັ້ງເປົ້າໝາຍຫຼຸດການປ່ອຍຄາບອນທັງໝົດ ໃຫ້ກາຍເປັນສູນພາຍໃນປີ 2050 ພ້ອມທັງຊື່ນຊົມ ການທີ່ ນູແວນເຊລັງ ມີບົດບາດສຳຄັນໃນການຊ່ວຍຄວບຄຸມປະລິມານກ໊າສຄາບອນໄດອອກໄຊ ເຖິງວ່າປະລິມານການປ່ອຍກ໊າສເຮືອນແກ້ວ ທີ່ອອກມາຈາກພາກອຸດສາຫະກຳ ຍັງບໍ່ເປັນໄປຕາມເປົ້າໝາຍທີ່ວາງໄວ້.

ນູແວນເຊລັງ ຝົນຕົກໜັກ ຈົນເກີດນໍ້າຖ້ວມຮຸນແຮງ

ໃນວັນທີ 27 ມີນາ, ສຳນັກຂ່າວ ດິອອສເຕຣລຽນ ລາຍງານເຫດການວ່າ: ເກີດໄພພິບັດ ທາງທິດຕາເວັນຕົກຂອງເກາະໃຕ້ ປະເທດນູແວນເຊລັງ ພາຍຫຼັງທີ່ພາຍຸຝົນ ຕົກລົງມາຢ່າງໜັກຈົນເກີດນໍ້າຖ້ວມຮຸນແຮງ ໂດຍສະເພາະ ໃນເມືອງຟຣານໂຈເຊບ. ໃນເມືອງໂຮກິຕິກາ ໄດ້ພົບຜູ້ເສຍຊີວິດແລ້ວ 1...

ນູແວນເຊລັງ ກຽມອອກກົດໝາຍໃໝ່ ຫ້າມໃຊ້ອາວຸດທຸກປະເພດ

ທ່ານ ນາງ ຈາຊິນດາ ອາເດິນ ນາຍົກລັດຖະມົນຕີ ນູແວນເຊລັງ ເປີດເຜີຍໃນວັນທີ 21 ມີນາ ວ່າ: ລັດຖະບານ ນູແວນເຊລັງ ກຽມຫ້າມໃຊ້ອາວຸດທຸກປະເພດ ລວມທັງປືນເຄິ່ງອັດຕະໂນມັດ ທີ່ຜູ້ກໍ່ເຫດໃຊ້ຍິງຄົນ ຢູ່ທີ່ມັດສະຢິດຊາວມຸດສະລິມ 2 ແຫ່ງ...

ອົດສະຕຣາລີ ສະໜັບສະໜຸນເງິນ ເພື່ອຍົກລະດັບຄວາມປອດໄພ ໃນຊຸມຊົນ

ໃນວັນທີ 18 ມີນາ ທີ່ຜ່ານມາ, ທ່ານ ສະກັອດ ມໍຣິສັນ ນາຍົກລັດຖະມົນຕີ ອົດສະຕຣາລີ ປະກາດຈະສະໜັບສະໜຸນເງິນ ມູນຄ່າ 55 ລ້ານໂດລາອົດສະຕຣາລີ ຫຼັງຈາກເກີດເຫດຍິງປືນໃສ່ຜູ້ຄົນ ໃນມັດສະຢິດ ໃນເມືອງໄຄສ໌ເຊີສ ປະເທດນູແວນເຊລັງ. ທ່ານ...

ນູແວນເຊລັງ ຈະເລີກໃຊ້ຖົງພລາສຕິກ ແບບຄັ້ງດຽວຖິ້ມ ໃນປີໜ້າ

ທ່ານ ຊິນອາ ອາເດິນ ນາຍົກລັດຖະມົນຕີຂອງນູແວນເຊລັງ ກ່າວໃນວັນທີ 10 ສິງຫານີ້ວ່າ: ຊາວນູແວນເຊລັງໃຊ້ຖົງພລາສຕິກແບບຄັ້ງດຽວຖິ້ມປີລະຫຼາຍລ້ານຖົງ ສ່ວນໃຫຍ່ກາຍໄປເປັນຂີ້ເຫຍື້ອອັນຕະລາຍຕໍ່ສັດນໍ້າ ເພາະເປັນຂີ້ເຫຍື້ອທີ່ພົບຫຼາຍທີ່ສຸດຕາມແຄມຝັ່ງນູແວນເຊລັງ ຈຶ່ງຕ້ອງຈັດການກັບຂີ້ເຫຍື້ອໃຫ້ດີກວ່ານີ້. ການເລີກໃຊ້ຖົງພລາສຕິກແບບໃຊ້ແລ້ວຖິ້ມ ເປັນວິທີການທີ່ໄດ້ຜົນໃນຫຼຸດພາວະມົນລະພິດ ເພາະຈະຊ່ວຍຮັກສາສະພາບແວດລ້ອມ ແລະ ປົກປັກຮັກສາພາບລັກການເປັນປະເທດທີ່ສະອາດ ແລະ ເປັນມິດກັບສິ່ງແວດລ້ອມ. ລັດຖະບານປະສົມຂອງປະເທດ ກຳລັງປະຄວາມທ້າທາຍດ້ານສິ່ງແວດລ້ອມ ແລະ ກຳລັງດຳເນີນການເພື່ອບໍ່ໃຫ້ບັນຫາຕົກໄປເຖິງຄົນຮຸ້ນຫຼັງ. ສະຫະປະຊາຊາດ (UN) ອອກລາຍງານໃນເດືອນມິຖຸນາວ່າ:...