ໜ້າຫຼັກ Tags ບຸນຊ່ວງເຮືອ ທ່າວັດຈັນ

Tag: ບຸນຊ່ວງເຮືອ ທ່າວັດຈັນ

ທ່ຽວບຸນຊ່ວງເຮືອທ່າວັດຈັນ ຢ່າງມີສະຕິ ປ້ອງກັນບໍ່ໃຫ້ຖືກແຫກກະເປົາ

ບຸນອອກພັນສາ ແລະ ຊ່ວງເຮືອທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 28-30 ຕຸລາ 2023 ທີ່ຈະມາເຖິງນີ້; ເຊິ່ງຄາດວ່າຈະມີຜູ້ຄົນເປັນຈໍານວນຫຼວງຫຼາຍມາທ່ຽວໃນງານບຸນ ເຮັດໃຫ້ຂອບເຂດສະຖານທີ່ຈັດງານໜາແໜ້ນໄປດ້ວຍບັນດາຫ້າງຮ້ານ ແລະ ຜູ້ຄົນ. ດ້ວຍເຫດນີ້, ອາດຈະມີກຸ່ມຄົນບໍ່ດີຈໍານວນໜຶ່ງແອບແຝງ ສວຍໂອກາດກໍ່ເຫດແຫກ, ລ້ວງກະເປົາ, ລັກຊັບ, ຊິງຊັບ ຂອງຜູ້ທີ່ມາທ່ຽວໃນງານບຸນ ກໍເປັນໄປໄດ້...

ປີນີ້ ເຮືອລີສອດປາກນໍ້າຄານ ຄອງໜ້ານໍ້າທ່າວັດຈັນ ໄດ້ຮັບເງິນລາງວັນ 16 ລ້ານກີບ ພ້ອມຂັນລາງວັນ

ປີນີ້ ເຮືອລີສອດປາກນໍ້າຄານ ເປັນເຈົ້າຄອງໜ້ານໍ້າທ່າວັດຈັນ ໃນງານບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອ ປະຈໍາປີ 2019 ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໃນຈໍານວນເຮືອຊ່ວງເຂົ້າຊິງເປັນເຈົ້າໜ້ານໍ້າ 22 ລໍາ ໃນວັນທີ 14 ຕຸລາ 2019, ໃຫ້ກຽດມອບຂັນລາງວັນໂດຍ ທ່ານ ສີຫູນ ສິດທິລືໄຊ...

ປກສ ນວ ຈັດກໍາລັງເຂັ້ມງວດ ປ້ອງກັນບຸນຊ່ວງເຮືອ ຮັບປະກັນຄວາມປອດໄພ

ໃນວັນທີ 10 ຕຸລາ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມວາງແຜນປ້ອງກັນ ງານບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອປະເພນີ ປະຈໍາປີ 2019 ທີ່ທ່າວັດຈັນ ເມືອງຈັນທະບູລີ, ໂດຍມີການກໍານົດຈຸດປ້ອງກັນທັງວົງໃນ ແລະ ວົງນອກ ທີ່ມີກໍາລັງທະຫານ ແລະ ຕໍາຫຼວດຫຼາຍພັນສະຫາຍ ທີ່ພ້ອມປະຕິບັດໜ້າທີ່ວິຊາສະເພາະຢ່າງເຂັ້ມງວດ ເພື່ອຮັບປະກັນຄວາມສະຫງົບ...

ປກສ ເມືອງຈັນທະບູລີ ກຽມພ້ອມກໍາລັງປ້ອງກັນ ບຸນຊ່ວງເຮືອທ່າວັດຈັນ ເພື່ອຮັບປະກັນຄວາມປອດໄພ

ກອງບັນຊາການ ປກສ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ປະສານສົມທົບກັບ ທະຫານເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ກຽມພ້ອມຈັດກໍາລັງເຂົ້າປ້ອງກັນ ງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອ ທີ່ທ່າວັດຈັນ ນະຄອນຫຼວງວຽງຈັນ ປະຈໍາປີ 2019 ເກືອບ 1.000 ສະຫາຍ ເຂົ້າປະຈໍາແຕ່ລະຈຸດປ້ອງກັນທີ່ກໍານົດໄວ້ ເພື່ອຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ...