ໜ້າຫຼັກ Tags ອິນເດຍ

Tag: ອິນເດຍ

ອິນເດຍ ຫ້າມບໍ່ໃຫ້ມີການໂຄສະນາພະນັນອອນລາຍ ໃນປະເທດ

ກະຊວງຂ້ໍມູນຂ່າວສານ ແລະ ການກະຈາຍສຽງ ອິນເດຍ ໄດ້ມີຄຳສັ່ງແນະນຳບັນດາສື່ທຸກປະເພດ ໃຫ້ງົດການເຜີຍແຜ່ອອກອາກາດ ຫຼື ສະໜັບສະໜູນການໂຄສະນາ

ແອອິນເດຍ ຈະເລີກໃຊ້ພຼາສຕິກ ແບບໃຊ້ແລ້ວຖິ້ມ ເທິງເຮືອບິນ

ໃນວັນທີ 29 ສິງຫາ ທີ່ຜ່ານມາ, ແອອິນເດຍ ສາຍການບິນແຫ່ງຊາດຂອງອິນເດຍ ທີ່ມີບັນຫາໜີ້ສິນ ເປີດເຜີຍວ່າ: ຈະປ່ຽນນໍ້າດື່ມບັນຈຸກະຕຸກພຼາສຕິກ ຈາກ 200 ມິນລີລິດ ເປັນ 1.500 ມິນລີລິດ ໂດຍທັນທີ, ສ່ວນບ່ວງຊ້ອມ ແລະ ຖົງພຼາສຕິກຕ່າງໆ ທີ່ໃຊ້ຄັ້ງດຽວຖິ້ມ ຈະປ່ຽນເປັນວັດຖຸທີ່ເຮັດຈາກເຈ້ຍ ຫຼື ໄມ້; ເຊິ່ງຈະເລີ່ມຈາກທຸກຖ້ຽວບິນຂອງສາຍການບິນໃນກຣຸບຄື ແອອິນເດຍເອັກສ໌ເພຣສ ແລະ...

ໝາກໄມ້ເປັນພິດ! ເດັກເສຍຊີວິດແລ້ວ 53 ໃນ 10 ມື້ – ອີກ 40 ຍັງນອນໂຮງໝໍ

ໃນວັນທີ 13 ມິຖຸນາ, ສຳນັກຂ່າວ ເດລີເມ ລາຍງານສະຖານະການ ການແຜ່ລະບາດຂອງພະຍາດ ໃນລັດພິຫາ ທາງພາກຕາເວັນອອກສຽງເໜືອຂອງປະເທດອິນເດຍ ຫຼັງຈາກພົບເດັກນ້ອຍປ່ວຍເປັນ ພະຍາດສະໝອງອັກເສບກະທັນຫັນ (AES) ແລະ ເສຍຊີວິດແລ້ວຢ່າງໜ້ອຍ 53 ຄົນ ໃນໄລຍະເວລາພຽງ 10 ມື້ ທີ່ຜ່ານມາ.

ຄື້ນຄວາມຮ້ອນໃນອິນເດຍ ເຮັດໃຫ້ລີງຕາຍ 200 ໂຕ

ໃນວັນທີ 10 ມິຖຸນາ ທີ່ຜ່ານມາ, ສຳນັກຂ່າວ ກາໂອນ ລາຍງານວ່າ: ສະພາບອາກາດຈາກຄື້ນຄວາມຮ້ອນ ອຸນຫະພູມ 45 ອົງສາເຊ ເຮັດໃຫ້ລີງຫຼາຍກວ່າ 200 ໂຕ ຕ້ອງຂາດນໍ້າຕາຍ ຢູ່ທີ່ລັດມັດທະຍະປະເທດ ພາກກາງຂອງອິນເດຍ. ເຈົ້າໜ້າທີ່ປ່າໄມ້ ເຊື່ອວ່າ:

ເຜີຍ ມົນລະພິດທາງອາກາດ ຂ້າຊີວິດເດັກໃນອິນເດຍ ປີລະ 100.000 ຄົນ

ຂ່າວຕ່າງປະເທດ ລາຍງານ ໃນວັນທີ 7 ມິຖຸນາ ວ່າ: ມົນລະພິດທາງອາກາດ ທີ່ປົກຄຸມເມືອງຕ່າງໆ ທັງໃຫຍ່ ແລະ ນ້ອຍ ໃນອິນເດຍ ເຮັດໃຫ້ເດັກນ້ອຍໃນປະເທດທີ່ອາຍຸຕໍ່າກວ່າ 5 ປີ ເສຍຊີວິດຫຼາຍກວ່າ 100.000 ຄົນ.

ພູເຂົາຂີ້ເຫຍື້ອ ໃຈກາງນິວເດລີ ຈະສູງແຊງໜ້າ ທັສມາຮານ ປີໜ້າ

ໃນວັນທີ 4 ມິຖຸນາ ທີ່ຜ່ານມາ, ຂ່າວຕ່າງປະເທດ ລາຍງານວ່າ: ພູເຂົາຂີ້ເຫຍື້ອ ໃນນະຄອນຫຼວງນິວເດລີ ທີ່ສູງທີ່ສຸດໃນອິນເດຍ ຈະມີຄວາມສູງກວ່າ ທັສມາຮານ ແລ້ວ ໃນປີໜ້າ ກາຍເປັນສິ່ງຕອກຢໍ້າຕາມທີ່ ສະຫະປະຊາຊາດ ລະບຸໄວ້ວ່າ ເປັນເມືອງຫຼວງທີ່ມີມົນລະພິດຫຼາຍທີ່ສຸດໃນໂລກ. ເຈົ້າໜ້າທີ່ທາງການນິວເດລີ ກ່າວວ່າ:

USA ກະຕຸ້ນ ອິນເດຍ ເປີດຕະຫຼາດຫຼາຍຂຶ້ນ

ທ່ານ ວິວເບີ ຣອສ ລັດຖະມົນຕີວ່າການ ກະຊວງການເງິນ ສະຫະລັດອາເມລິກາ ກ່າວໃນວັນທີ 8 ພຶດສະພາ ນີ້ ວ່າ: ຄວາມຊ່ຽວຊານດ້ານເຕັກໂນໂລຊີ ຂອງ ສະຫະລັດອາເມລິກາ ຈະມີບົດບາດສຳຄັນຕໍ່ ການພັດທະນາເສດຖະກິດຂອງອິນເດຍ ແຕ່ນັ້ນໝາຍເຖິງ ອິນເດຍ ຈະຕ້ອງເປີດຕະຫຼາດໃຫ້ຫຼາຍກວ່ານີ້.

ເກີດແຜ່ນດິນໄຫວຮຸນແຮງ ໃນອິນເດຍ ຍັງບໍ່ມີລາຍງານຜູ້ເສຍຊີວິດ

ສຳນັກງານສຳຫຼວດທໍລະນີວິທະຍາ ສະຫະລັດອາເມລິກາ ລາຍງານ ໃນວັນທີ 24 ເມສາ ວ່າ: ເກີດເຫດແຜ່ນດິນໄຫວຮຸນແຮງ ຂະໜາດ 6,1 ຣິກເຕີ ທີ່ລັດອະຣຸໜາຈັນປະເທດ ທາງທິດຕາເວັນອອກສຽງເໜືອຂອງອິນເດຍ ໃນຕອນເຊົ້າຂອງວັນທີ 24 ເມສາ ໂດຍມີສູນກາງຢູ່ໃນລະດັບຕື້ນ ຫ່າງອອກໄປປະມານ 180 ກິໂລແມັດ ຈາກເມືອງອິດາ ນະຄອນເມືອງເອກຂອງລັດ.

ໝໍອິນເດຍ ຊີ້ ວິກິດມົນລະພິດທາງອາກາດ ຕ້ອງແກ້ທີ່ຕົ້ນເຫດ

ໃນວັນທີ 5 ພະຈິກນີ້, ແພດໝໍໃນນະຄອນຫຼວງນິວເດລີ ຂອງອິນເດຍ ລະບຸວ່າ: ບັນຫາມົນລະພິດທາງອາກາດ ເຂົ້າຂັ້ນວິກິດແລ້ວ, ຜູ້ເຈັບເປັນທຸກຄົນລ້ວນແຕ່ມີຈຸດດຳຢູ່ທີ່ປອດ ທັ້ງໆທີ່ບໍ່ໄດ້ສູບຢາສູບ ແຕ່ເປັນເພາະຫາຍໃຈເອົາອາກາດພິດມາຕະຫຼອດຊີວິດ ຈຶ່ງຕ້ອງເລັ່ງແກ້ໄຂທີ່ຕົ້ນເຫດ. ຂໍ້ມູນຂອງອົງການອະນາໄມໂລກ ລະບຸວ່າ: ໝອກຄວັນພິດ ຄ້າຊີວິດຊາວອິນເດຍປີບະລ້ານຄົນ ແລະ ນະຄອນຫຼວງນິວເດລີ ຄືເມືອງທີ່ອາກາດໂຫດຮ້າຍທີີ່ສຸດໃນບັນດາເມືອງໃຫຍ່ຂອງໂລກ,...

ເປີດເຜີຍ ຄະດີຕົວະນັກສະແດງຊື່ດັງຊາວອິນເດຍ ໄປຂາຍປະເວນີທີ່ປະເທດອາເມລິກາ

ຄະດີຈັບກຸມສອງຜົວ-ເມຍ ຊາວອິນເດຍ ທີ່ປະເທດອາເມລິກາ ໃນຂໍ້ຫາເປັນຫົວໂປ່ໂຕການໃນເຄືອຂ່າຍຄ້າປະ ເວນີ ມີຜູ້ຖືກເຄາະຮ້າຍແມ່ນນັກສະແດງທີ່ມາຈາກປະເທດອິນເດຍ ເຊິ່ງເຫດການດັ່ງກ່າວ ຖືກເປີດເຜີຍຄວາມຈິງດ້ານລົບຂອງວົງການນາງງາມ-ນັກສະແດງທີ່ມີຊື່ສຽງ Telugu ເຊິ່ງກໍຖືກເອີ້ນວ່າ Tollywood. Tollywood ແມ່ນໜຶ່ງໃນຂະແໜງການຂອງວົງການນາງງາມ ແລະ ການສະແດງໃຫຍ່ທີ່ສຸດໃນປະເທດອິນເດຍ ເຊິ່ງເປັນບໍລິສັດທີ່ຜະລິດໜັງທີ່ມີລັກສະນະຕໍ່ສູ້ກັບສັດຕູຫົວແຂງ Bollywood. ຕາມການເປີດເຜີຍຫຼ້າສຸດຂອງສານທີ່ປະເທດອາເມລິກາ ວ່າ: ທ້າວ Kishan Modugumudi ອາຍຸ 34 ປີ...