ໜ້າຫຼັກ Tags ຮອງລັດຖະມົນຕີ ກະຊວງ ປກສ

Tag: ຮອງລັດຖະມົນຕີ ກະຊວງ ປກສ

ຮອງລັດຖະມົນຕີກະຊວງ ປກສ ຢ້ຽມຢາມສູນວິໄຈຢາເສບຕິດ ແຂວງອຸດົມໄຊ

ວັນທີ 14 ຕຸລາ ນີ້, ພົຕ ປອ ທອງເຫຼັກ ມັງໜໍ່ເມກ ຮອງລັດຖະມົນຕີກະຊວງ ປກສ, ພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຢາມສູນວິໄຈຢາເສບຕິດ ປກສ ແຂວງອຸດົມໄຊ, ໂດຍມີ ພັທ ສີທັດ...

ຮອງລັດຖະມົນຕີ ກະຊວງ ປກສ ເນັ້ນຫົວໜ້າກົມສື່ສານຜູ້ໃໝ່ ນຳພາພັດທະນາວຽກງານໃຫ້ກ້າວໜ້າ

ພົຕ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ກະຊວງ ປກສ ໄດ້ເນັ້ນໃຫ້ຫົວໜ້າກົມສື່ສານ (ຜູ້ໃໝ່) ເອົາໃຈໃສ່ພັດທະນາວຽກງານສື່ສານ ປກສ ໃຫ້ມີຄວາມກ້າວໜ້າ ໂດຍເອົາໃຈໃສ່ປັບປຸງວຽກງານວິຊາສະເພາະໃຫ້ດີຂຶ້ນກວ່າເກົ່າ ເພື່ອຍົກສູງຄຸນນະພາບການຕິດຕໍ່ພົວພັນສື່ສານທີ່ຕິດພັນກ່ຽວກັບວຽກງານປ້ອງກັນຄວາມສະຫງົບພ້ອມທັງສຸມໃສ່ສ້າງໃຫ້ກຳລັງສືື່ສານມີຄວາມເຕີບໃຫຍ່ຂະຫຍາຍຕົວຂຶ້ນເປັນກ້າວໆ, ເປັນກຳລັງແຮງໃນການປະກອບສ່ວນເຂົ້າທຸກວຽກງານທີ່ຂັ້ນເທິງມອບໝາຍໃຫ້ມີຜົນສຳເລັດ.

ຮອງລັດຖະມົນຕີ ປກສ ຊຸກຍູ້ວຽກງານກໍ່ສ້າງຮາກຖານຢູ່ ແຂວງບໍ່ແກ້ວ

ພົຕ ປອ ທອງເຫຼັກ ມັງໜໍ່ເມກ ຮອງລັດລັດຖະມົນຕີ ກະຊວງ ປກສ ລົງເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານກໍ່ສ້າງຮາກຖານການເມືອງ ຢູ່ແຂວງບໍ່ແກ້ວ

ຮອງ ລມຕ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ຄະນະຜູ້ແທນ ກະຊວງ ສສ ຫວຽດນາມ

ພົຕ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ( ຮອງ ລມຕ ) ກະຊວງ ປກສ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ພັອ ເລຈ້ອງຟຸກ ຮອງຫົວໜ້າກົມກໍ່ສ້າງຂະບວນການປ້ອງກັນຄວາມສະຫງົບແຫ່ງຊາດ ກະຊວງຕຳຫຼວດ ສສ ຫວຽດນາມ ພ້ອມຄະນະ ເພື່ອລາຍງານຜົນສໍາເລັດ ກອງປະຊຸມພົບປະແລກປ່ຽນບົດຮຽນ...

ຮອງ ລມຕ ຊີ້ນຳ ກົມຄົ້ນຄວ້າວິທະຍາສາດ ຍົກສູງຄຸນນະພາບວຽກງານວິຊາສະເພາະ

ພົຕ ສິນທະວົງ ໄຊຍະກອນ ຮອງລັດຖະມົນຕີ ກະຊວງ ປກສ ໄດ້ຊີ້ນໍາ ຄະນະກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ກະຊວງ ປກສ ໃຫ້ຍົກສູງຄຸນນະພາບວຽກງານຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ໃຫ້ມີບາດກ້າວຂະຫຍາຍຕົວ, ສົມບູນ ແລະ ສາມາດຮັບໃຊ້ ວຽກງານປ້ອງກັນຄວາມສະຫງົບ ໃຫ້ໄດ້ຮັບໝາກຜົນສູງສຸດ ຕາມແຕ່ລະໄລຍະ.

ຄະນະນຳ ກະຊວງ ປກສ ເດີນທາງເຂົ້າຮ່ວມກອງປະຊຸມລະດັບເຈົ້າໜ້າທີ່ອາວຸໂສ ແລະ ລະດັບລັດຖະມົນຕີ ຄັ້ງທີ 7 ຢູ່ບາຫຼີ

ໃນວັນທີ 5 ສິງຫາ 2018 ທີ່ສະໜາມບິນສາກົນວັດໄຕ, ພົຕ ປອ ສົມຫວັງ ທໍາມະສິດ ຮອງລັດຖະມົນຕີ ກະຊວງ ປກສ, ມີເອກອັກຄະລັດຖະທູດອິນໂດເນເຊຍ ປະຈໍາລາວ ພ້ອມຄະນະ ໄດ້ຈັດພິທີສົ່ງຄະນະນໍາຂັ້ນສູງ ກະຊວງ ປກສ ນໍາໂດຍ ພົຕ ສົມແກ້ວ ສີລາວົງ ລັດຖະມົນຕີ ກະຊວງ...

ພົອ ມາວ ບຸນນາຣິນ ເຂົ້າພົບປະ ຮອງລັດຖະມົນຕີ ກະຊວງ ປກສ

ທ້າຍອາທິດຜ່ານມານີ້, ພົອ ມາວ ບຸນນາຣິນ ຫົວໜ້າກົມໃຫຍ່ພະລາທິການ ແລະ ການເງິນ ກະຊວງພາຍໃນ ແຫ່ງຣາຊະອານາຈັກກໍາປູເຈຍ ພ້ອມດ້ວຍຄະນະ ໄດ້ເຂົ້າພົບປະ ພົຕ ສິນທະວົງ ໄຊຍະກອນ ຮອງລັດຖະມົນຕີກະຊວງ ປກສ, ໂດຍມີຄະນະນຳຂັ້ນສູງທັງສອງຝ່າຍເຂົ້າຮ່ວມ. ການພົບປະຄັ້ງນີ້, ທ່ານຫົວໜ້າກົມໃຫຍ່ພະລາທິການ ແລະ ການເງິນ ກະຊວງພາຍໃນ ແຫ່ງຣາຊະອານາຈັກກໍາປູເຈຍ ໄດ້ລາຍງານສະພາບກ່ຽວກັບ ການມາຢ້ຽມຢາມເຮັດວຽກຮ່ວມກັບກົມໃຫຍ່ພະລາທິການ...

ເຈົ້າແຂວງໄຊຍະບູລີ ຕ້ອນຮັບ ຮອງລັດຖະມົນຕີ ກະຊວງ ປກສ

ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໆໄຊຍະບູລີ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ ໄດ້ຕ້ອນຮັບການເຂົ້າຢ້ຽມຢາມຂອງ ພົຕ ປອ ສົມຫວັງ ທຳມະສິດ ຮອງລັດຖະມົນຕີກະຊວງ ປກສ ພ້ອມດ້ວຍຄະນະ ທີ່ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວໄຊຍະບູລີ ໃນວັນທີ 26 ມິຖຸນາ 2018. ທ່ານ ພົງສະຫວັນ ສິດທະວົງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ທ່ານຮອງລັດຖະມົນຕີ ກະຊວງ...