ໜ້າຫຼັກ Tags ເມືອງຫາດຊາຍຟອງ

Tag: ເມືອງຫາດຊາຍຟອງ

ໃຊ້ເຮືອນເປັນບ່ອນຂາຍຢາ ຖືກຈັບພ້ອມພັກພວກ ລວມຂອງກາງ 5 ພັນກວ່າເມັດ

ນາງ ແສງມະນີຈັນ ຫຼື ເໝີຍ ອາຍຸ 30 ປີ ຢູ່ບ້ານຖິ່ນຕົມ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໃຊ້ເຮືອນເປັນບ່ອນຈໍາໜ່າຍຄ້າຂາຍຢາບ້າ

ວິສາຫະກິດຄຳເຫຼັກ ຖ່າຍຮູບຕິດເອກະສານນັກຮຽນ ມອບເຄື່ອງກິລາ ໃຫ້ 4 ພາກສ່ວນ

ໃນອາທິດ ຜ່ານມາ, ວິສາຫະກິດຄຳເຫຼັກ ຖ່າຍຮູບຕິດເອກະສານນັກຮຽນ, ນຳໂດຍ ທ່ານ ສີວຽງແກ້ວ ທຳມະວົງ, ທ່ານ ພູມປັນຍາ ໄຊຊະນະ  ແລະ ທີມກິລາເພື່ອຕຳ ຫຼວດ ໄດ້ນຳເອົາເຄື່ອງກິລາ ແລະ ເຄື່ອງບໍລິໂພກ ມອບໃຫ້ 4 ພາກສ່ວນ ຄື:

ປະຊາຊົນ ເມືອງສີສັດຕະນາກ-ຫາດຊາຍຟອງ ໃຫ້ການຮ່ວມມືທາງການ ຢ່າງເຂັ້ມງວດ

ໃນໄລຍະທີ່ມີການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ບັນດາຫົວໜ່ວຍທຸລະກິດ, ບໍລິສັດ, ຫ້າງຮ້ານ ຕະຫຼອດຮອດພໍ່ແມ່ປະຊາຊົນ ສ່ວນຫຼາຍແມ່ນໄດ້ເອົາໃຈໃສ່ໃຫ້ການຮ່ວມມືື ໂດຍປະຕິບັດຕາມຄຳສັ່ງຂອງລັດຖະບານ ຢ່າງເຂັ້ມງວດ ໂດຍສະເພາະ ໃນຄໍ່າຄືນຂອງວັນທີ 3 ເມສາ 2020 ຢູ່ຂອບເຂດຕົວເມືອງ ສີສັດຕະນາກ ຫາເມືອງ ຫາດຊາຍຟອງ ນະຄອນຫຼວງວຽງຈັນ ເຫັນວ່າຫຼາຍເສັ້ນທາງໂລງດີແຕ່ລະຄອບຄົວເກັບຕົວຢູ່ເຮອນໃຜລາວ.

ທໍາລາຍພືດຜັກນໍາເຂົ້າຜິດກົດໝາຍ ມີມູນຄ່າຫຼາຍກວ່າ 18 ລ້ານ

ຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໄດ້ຈັດພິທີທໍາລາຍພືດຜັກທີ່ນໍາເຂົ້າຈາກປະເທດເພື່ອນບ້ານທີ່ບໍ່ຖືກຕ້ອງ ໃນວັນທີ 28 ກັນຍາ 2019 ທີ່ບ້ານທ່າມ່ວງ, ໂດຍມີ ທ່ານ ໂສວັນ ນຸພາພະວົງສີ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ, ພ້ອມດ້ວຍ ທ່ານ ຄໍາແກ່ງ...

ໂຄງການກໍ່ສ້າງຄູປ້ອງກັນນ້ຳຖ້ວມ ແລະ ເສັ້ນທາງເລກທີ 11 ໃຕ້ ຄາດຈະໃຫ້ສຳເລັດໃນທ້າຍປີນີ້

ໂຄງການກໍ່ສ້າງຄູປ້ອງກັນນ້ຳຖ້ວມ (ຄປຖ) ແລະ ເສັ້ນທາງເລກທີ 11 ໃຕ້ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ເປັນໂຄງການທາງປູຢາງຂົວອັດສະຟານ ຕົວແບບດ້ານມາດຕະຖານເຕັກນິກຂອງອາຊຽນ ທີ່ປະຊາຊົນອາໄສຢູ່ເຂດດັ່ງກ່າວລໍຄອຍຄວາມຫວັງທີ່ຈະໄດ້ເສັ້ນທາງປູຢາງໃໝ່ ເພື່ອການຄົມມະນາຄົມສັນຈອນໄປ-ມາສະດວກສະບາຍດີຂຶ້ນກວ່າເກົ່າ; ມາເຖິງປັດຈຸບັນ, ໂຄງການດັ່ງກ່າວມີຄວາມຄືບໜ້າແລ້ວ 90%; ຂະນະເຈົ້າຂອງໂຄງການຢືນຢັນ ຈະກໍ່ສ້າງໃຫ້ສໍາເລັດ 100% ໃນທ້າຍປີນີ້. ທ່ານ ສຸກກະເສີມ ດາລາແສນ ຫົວໜ້າໂຄງການ ຄປຖ...

ມອບນາມມະຍົດ 4 ບຸກ ແລະ ທຸງໄຊນຳໜ້າ ໃຫ້ຄະນະຊາວໜຸ່ມ ປປລ ເມືອງຫາດຊາຍຟອງ

ພິທີມອບນາມມະຍົດຄະນະຊາວໜຸ່ມດີເດັ່ນ 4 ບຸກ 3 ປີລຽນຕິດ ແລະ ມອບທຸງໄຊນຳໜ້າ 4 ບຸກ ໃຫ້ແກ່ຄະນະໜ່ວຍຊາວໜຸ່ມປະຊາຊົນປະຕິວັດລາວ ເມືອງຫາດຊາຍຟອງ ໄດ້ຈັດຂຶ້ນໃນອາທິດແລ້ວນີ້, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ຂັນທອງ ແກ້ວດວງສີ ຄະນະປະຈຳພັກເມືອງ ປະທານກວດກາພັກ ຫົວໜ້າຫ້ອງການກວດກາລັດ ທັງເປັນຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນຂັ້ນເມືອງ, ທ່ານ ນາງ ສຸມາລີ ທຳມະວົງ...