ປະຫວັດໜັງສືພິມຄວາມສະຫງົບ (1997-2017)
ກ່ອນໜ້ານີ້, ວຽກງານສື່ມວນຊົນ ແມ່ນຂຶ້ນກັບກົມໂຄສະນາອົບຮົມ, ກົມໃຫຍ່ການເມືອງ ປກສ, ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ, ວຽກງານສື່ມວນຊົນໄດ້ມີການເຕີບໃຫຍ່ຂະຫຍາຍ ຕົວຮອດວັນທີ 10 ຕຸລາ 1995 ຈຶ່ງໄດ້ສ້າງຕັ້ງຄະນະບັນນາທິການໜັງສືພິມ, ວິທະຍຸ ແລະ ໂທລະພາບຂຶ້ນ, ມີຖານະທຽບເທົ່າກົມນ້ອຍ, ປະກອບມີ 1 ພະແນກ ແລະ 3 ກອງຂຶ້ນກັບ ຄື: ພະແນກຫ້ອງການບໍລິຫານ, ກອງບັນນາທິການໜັງສືພິມ, ກອງບັນນາທິການວິທະຍຸ ແລະ ກອງບັນນາການໂທລະພາບ, ມີຈໍານວນພົນທັງໝົດ: 31 ຄົນ, ຍິງ 7 ຄົນ, ໂດຍມີຄະນະບັນຊາ ດັ່ງນີ້: ພັຕ ບຸນກຽນ ໄຊຍະຕິ ເປັນຫົວໜ້າ, ຮອ ບົວພາ ຖິ່ນແກ້ວເມືອງເໜືອ ແລະ ຮອ ນິດ ຈູມວິຈິດ ເປັນຮອງ.
ຮອດປີ 2000, ໄດ້ຮວມເອົາວຽກງານສື່ມວນຊົນມາເຂົ້າກັບກົມໂຄສະນາອົບຮົມຄືນອີກເທື່ອໜຶ່ງ, ກົມໂຄສະນາອົບຮົມປະກອບມີ: ພະແນກຫ້ອງການບໍລິຫານ, ພະແນກໂຄສະນາ, ພະແນກອົບຮົມ, ພະແນກວັດທະນະທໍາ, ພະແນກມູນເຊື້ອ, ກອງບັນນາທິການໜັງສືພິມ, ກອງບັນນາທິການວິທະຍຸ ແລະ ກອງບັນນາການໂທລະພາບ; ໂດຍມີຄະນະບັນຊາ ດັ່ງນີ້: ພັທ ບຸນກຽນ ໄຊຍະຕິ ຮອງຫົວໜ້າກົມໃຫຍ່ການເມືອງ, ທັງເປັນຫົວໜ້າກົມໂຄສະນາອົບຮົມ; ພັຕ ບົວພາ ຖິ່ນແກ້ວເມືອງເໜືອ, ພັຕ ທອງໃບ ລໍວັນໄຊ ແລະ ພັຕ ທອງວັນ ລາດສົມບັດ.
ເພື່ອປະຕິບັດໂຄງການຂອງກະຊວງ ປກສ ຕິດພັນກັບ ໂຄງການຕໍາຫຼວດທັນສະໄໝ, ວຽກງານສື່ມວນຊົນກໍນອນຢູ່ໃນສ່ວນໜຶ່ງຂອງວຽກງານຈຸດສຸມໃຫ້ມີຄວາມທັນສະໄໝ ແລະ ໄດ້ແຍກອອກຈາກົມໂຄສະນາ ເອີ້ນວ່າ: ຄະນະບັນນາທິການຂ່າວສານ ປກສ ຂຶ້ນ, ຕາມຂໍ້ຕົກລົງຂອງ ລັດຖະມົນຕີວ່າການ ກະຊວງ ປກສ ສະບັບເລກທີ: 493/ປກສ, ລົງວັນທີ 25 ພຶດສະພາ 2009, ໂດຍມີຄະນະບັນນາທິການຂ່າວສານ ຈໍານວນ 3 ສະຫາຍ ຄື: ພັອ ສີພັນດອນ ຫວ່າງປົວຊົງ, ພັທ ວັນນະເລດ ບຸດຕະວົງ ແລະ ພັທ ພອນສະຫວັນ ອຸດົມເພັດ; ເຊິ່ງປະກອບມີ 1 ພະແນກ ແລະ 4 ກອງຂຶ້ນກັບ ຄື: ພະແນກບໍລິຫານສັງລວມ, ກອງບັນນາທິການໜັງສືພິມ, ກອງບັນນາທິການວາລະສານ, ກອງບັນນາທິການວິທະຍຸ ແລະ ກອງບັນນາທິການໂທລະພາບ, ເບື້ອງຕົ້ນມີຈໍານວນພົນທັງໝົດ: 68 ຄົນ, ຍິງ 22 ຄົນ.
+ ລຸ້ນທີ 1: ໄລຍະປີ 1997-1999
• ຄະນະບັນນາທິການ
- ຮອ ບົວພາ ຖິ່ນແກ້ວເມືອງເໜືອ ຫົວໜ້າ
- ຮອ ຈັນໄຕ ພິມມະຈັນ ຮອງ
- ຮທ ພອນສະຫວັນ ອຸດົມເພັດ ຮອງ
• ນັກຂ່າວ
- ຮທ ຄຳອ້ວນ ພິດສະລາດ
- ຮຕ ສູນທະລາວົງ ພູນທອງສີ
- ຮຕ ສໍລະທົງ ວິລະຈັກ
- ຮຕ ຄຳສີ ຍອດມະນີ
• ຄອມພິວເຕີ
- ວທ ສາຄອນ ແກ້ວປະເສີດ
- ຊນ ມະນີວອນ
• ຈັດໜ້າ
- ຮຕ ສູນທະລາວົງ ພູນທອງສີ
- ຮຕ ສໍລະທົງ ວິລະຈັກ
• ທີ່ປຶກສາ
- ພັອ ບຸນເພັງ ວົງພະຈັນ ຫົວໜ້າຫ້ອງວ່າການກະຊວງ
- ພັທ ເສິມສຸກສິມພະວົງ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ
- ພັຕ ຄຳໄຕ ຄຳແພງເພັດ ຮອງຫົວໜ້າກົມພະລາທິການ
• ເພື່ອນຮ່ວມງານ
- ທ່ານ ດວງໄຊ ຫຼວງພະສີ ນັກປະພັນອິດສະຫຼະ
- ທ່ານ ຄຳພໍ ພວງສະບາ ຮອງກົມພິມຈໍາໜ່າຍ
- ທ່ານ ເນັ່ງ ໄຊຫວ່າງ ຫົວໜ້າບັນນາທິການ ວັນນະສິນ
+ ໄລຍະປີ 1999-2000
• ຄະນະບັນນາທິການ
- ພັຕ ບົວພາ ຖິ່ນແກ້ວເມືອງເໜືອ ຫົວໜ້າ
- ຮອ ພອນສະຫວັນ ອຸດົມເພັດ ຮອງ
• ນັກຂ່າວ
- ຮຕ ສູນທະລາວົງ ພູນທອງສີ
- ຮຕ ສໍລະທົງ ວິລະຈັກ
- ຮຕ ຄຳສີ ຍອດມະນີ
• ຄອມພິວເຕີ
- ວທ ສາຄອນ ແກ້ວປະເສີດ
- ຊນ ມະນີວອນ
• ຈັດໜ້າ
- ຕ ສູນທະລາວົງ ພູນທອງສີ
- ຮຕ ສໍລະທົງ ວິລະຈັກ
+ ລຸ້ນທີ 2: ໄລຍະປີ 2000-2003
• ຄະນະບັນນາທິການ
- ພັຕ ຈັນໄຕ ພິມມະຈັນ
- ຮອ ພອນສະຫວັນ ອຸດົມເພັດ
- ຮທ ກິແກ້ວ ຄຳຈັນ
• ນັກຂ່າວ
- ຮທ ສູນທະລາວົງ ພູນທອງສີ
- ຮທ ສໍລະທົງ ວິລະຈັກ
- ຮຕ ສົມຊາຍ
- ຮຕ ອິນເງິນ
- ຮຕ ນ ບົວວອນ
• ຄອມພິວເຕີ
- ສຕ ນ ມະນີວອນ
- ຊນ ນ ແສງດາວ
- ສທ ນ ກົງສອນ
- ສຕ ອິນປັນ
+ ລຸ້ນທີ 3: ໄລຍະປີ 2003-2005
• ຄະນະບັນນາທິການ
- ຮທ ພອນສະຫວັນ ອຸດົມເພັດ
- ຮຕ ສູນທະລາວົງ ພູນທອງສີ
- ຮຕ ສໍລະທົງ ວິລະຈັກ
• ນັກຂ່າວ
- ຮທ ຈັນທີ ອິນຄຳແສງ
- ຮທ ຈຳປາ ແສງສຸລິຍາ
- ຮທ ຕູ້ ດວງມະນີ
• ຄອມພິວເຕີ
- ຮທ ສາຄອນ ແກ້ວປະເສີດ
- ຮທ ກັນນະສຸກ ດວງພະຈັນ
- ຮຕ ຄອນສະຫວັນ ປະເສີດກຸນ
+ ໄລຍະປີ 2005-2009
• ຄະນະບັນນາທິການ
- ພັຕ ພອນສະຫວັນ ອຸດົມເພັດ
- ຮອ ສູນທະລາວົງ ພູນທອງສີ
- ຮທ ຈັນທີ ອິນຄໍາແສງ
• ນັກຂ່າວ
- ຮທ ຕູ້ ດວງມະນີ
• ຄອມພິວເຕີ
- ຮທ ສາຄອນ ແກ້ວປະເສີດ
- ຮທ ກັນນະສຸກ ດວງພະຈັນ
- ຮຕ ຄອນສະຫວັນ ປະເສີດກຸນ
+ ໄລຍະປີ 2009-2012
• ຄະນະບັນນາທິການ
- ພັທ ພອນສະຫວັນ ອຸດົມເພັດ ຫົວໜ້າ
- ພັຕ ຈັນທີ ອິນຄຳແສງ ຮອງ
- ພັຕ ຈຳປາ ແສງສຸລິຍາ ຮອງ
+ ລຸ້ນທີ 4: ໄລຍະ 24/9/2012-4/2013
ຄະນະກົມຜູ້ຊີ້ນໍາແມ່ນ: ພັທ ພອນສະຫວັນ ອຸດົມເພັດ
- ພັຕ ຈັນທີ ອິນຄຳແສງ ຫົວໜ້າ
- ພັຕ ຈຳປາ ແສງສຸລິຍາ ຮອງ
- ຮອ ສຸດຕາ ວົງສົມພູ ຮອງ
+ ໄລຍະ 5/2013-2017
ຄະນະກົມຜູ້ຊີ້ນໍາແມ່ນ: ພັທ ພອນສະຫວັນ ອຸດົມເພັດ
- ພັຕ ຈັນທີ ອິນຄຳແສງ ຫົວໜ້າ
- ພັຕ ຕູ້ ດວງມະນີ
- ຮອ ສຸດຕາ ວົງສົມພູ
- ຮອ ນ ພູສີ ສົມພະອິນ
+ ໄລຍະ 2017-2019
ຄະນະກົມຜູ້ຊີ້ນໍາແມ່ນ: ພັທ ພອນສະຫວັນ ອຸດົມເພັດ
- ພັຕ ຕູ້ ດວງມະນີ
- ພັຕ ສຸດຕາ ວົງສົມພູ
- ພັຕ ນ ພູສີ ສົມພະອິນ
- ຮອ ຄໍາພັນ ນັນທະວົງດວງສີ
- ຮອ ນ ວິຄູນ ພົມມະຈັກ
ໂຄງຮ່າງການຈັດຕັ້ງ ໜັງສືພິມຄວາມສະຫງົບ ແຕ່ປີ 2017-2019
