ໜ້າຫຼັກ Tags ງານບຸນບັ້ງໄຟ

Tag: ງານບຸນບັ້ງໄຟ

ຄວນເຂັ້ມງວດ ການຈັດງານບຸນບັ້ງໄຟ ເພື່ອຄວາມປອດໄພ

ໄລຍະນີ້ ແຕ່ລະບ້ານຫຼາຍທ້ອງຖິ່ນ ໃນຂອບເຂດທົ່ວປະເທດ ໄດ້ມີການຈັດງານບຸນບັ້ງໄຟ ຕາມຮີດຄອງປະເພນີຂອງຊາວລາວ ທີ່ເຄີຍນັບຖືກັນມາແຕ່ບູຮານນະການ ເພື່ອຂໍຝົນຕາມຄວາມເຊື່ອ. ອີກຢ່າງໜຶ່ງ, ເປັນການເຕົ້າໂຮມຄວາມສາມັກຄີຂອງປະຊາຊົນພາຍໃນບ້ານທີ່ໃກ້ຄຽງ ມາພົບປະຮ່ວມມ່ວນຊື່ນນໍາກັນ. ແຕ່ການຈັດງານບຸນດັ່ງກ່າວ ຫຼາຍບ້ານໃນແຕ່ລະທ້ອງຖິ່ນ ຍັງມີບາງອັນບໍ່ສອດຄ້ອງກັບຮີດຄອງປະເພນີ ໂດຍແອບແຝງໄປດ້ວຍການແຕ່ງກາຍແບບລາມົກ ຟ້ອນສະແດງຢູ່ພາຍໃນງານ ພ້ອມທັງບໍ່ຮັບປະກັນຄວາມປອດໄພ ໂດຍມີຄວາມສ່ຽງຈາກບັ້ງໄຟແຕກໃສ່ ແລະ ບາງຄັ້ງຈູດບັ້ງໄຟຕໍາໃສ່ຫົວຄົນພາຍໃນງານ ຈົນເສຍຊີວິດ ກໍມີ.

ເມືອງກາສີ ເປີດເປັນເມືອງທ່ອງທ່ຽວ ໃນງານບຸນບັ້ງໄຟນາມົນໃໝ່

ເມືອງກາສີ ແຂວງວຽງຈັນ ໄດ້ຈັດພິທີເປີດເປັນເມືອງທ່ອງທ່ຽວທາງດ້ານປະເພນີ ແລະ ທໍາມະຊາດຢູ່ງານບຸນປະເພນີ ໃນງານບຸນບັ້ງໄຟບ້ານນາມົນໃໝ່ ໃນວັນທີ 29 ເມສາ 2018 ເພື່ອຕ້ອນຮັບປີທ່ອງທ່ຽວປີ 2018 ແລະ ເປັນການຊຸກຍູ້ສົ່ງເສີມຮີດຄອງປະເພນີທາງດ້ານວັດທະນະທໍາຂອງຊາດ, ຂອງປະຊາຊົນລາວບັນດາເຜົ່າໃຫ້ຄຽງຄູ່ກັບຄົນລາວ ໂດຍສະເພາະຊາວເມືອງກາສີຕະຫຼອດໄປ ໂດຍການເຂົ້າຮ່ວມຂອງ ທ່ານ ຄຳສອນ ເພັດລາວັນ ຮອງເຈົ້າແຂວງໆວຽງຈັນ ແລະ ພົຈວ ບຸນທ່ຽງ...