ເມືອງກາສີ ແຂວງວຽງຈັນ ໄດ້ຈັດພິທີເປີດເປັນເມືອງທ່ອງທ່ຽວທາງດ້ານປະເພນີ ແລະ ທໍາມະຊາດຢູ່ງານບຸນປະເພນີ ໃນງານບຸນບັ້ງໄຟບ້ານນາມົນໃໝ່ ໃນວັນທີ 29 ເມສາ 2018 ເພື່ອຕ້ອນຮັບປີທ່ອງທ່ຽວປີ 2018 ແລະ ເປັນການຊຸກຍູ້ສົ່ງເສີມຮີດຄອງປະເພນີທາງດ້ານວັດທະນະທໍາຂອງຊາດ, ຂອງປະຊາຊົນລາວບັນດາເຜົ່າໃຫ້ຄຽງຄູ່ກັບຄົນລາວ ໂດຍສະເພາະຊາວເມືອງກາສີຕະຫຼອດໄປ ໂດຍການເຂົ້າຮ່ວມຂອງ ທ່ານ ຄຳສອນ ເພັດລາວັນ ຮອງເຈົ້າແຂວງໆວຽງຈັນ ແລະ ພົຈວ ບຸນທ່ຽງ ຈັນທະມຸງຄຸນ ຫົວໜ້າກົມ 504 ກະຊວງ ປກສ ມີບັນດາພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຄໍາສົດ ເພັດລາວັນ ເຈົ້າເມືອງໆກາສີ ໄດ້ຍົກໃຫ້ເຫັນວ່າ: ເມືອງກາສີ ແມ່ນເມືອງໜຶ່ງທີ່ມີທິວທັດທໍາມະຊາດທີ່ອຸດົມສົມບູນ ແລະ ເປັນເມືອງໜຶ່ງທີ່ມີທາງຜ່ານ 5 ແຂວງພາກເໜືອ ແລະ 6 ແຂວງພາກກາງ ເຊິ່ງເໝາະແກ່ການສົ່ງເສີມ ແລະ ພັດທະນາການທ່ອງທ່ຽວທາງດ້ານວັດທະນະທໍາ, ຮີດຄອງປະເພນີ, ທ່ອງທ່ຽວທໍາມະຊາດຫຼາຍແຫ່ງຂອງເມືອງ. ດັ່ງນັ້ນ, ຈຶ່ງໄດ້ຍົກເອົາບຸນປະເພນີຂອງເມືອງກາສີ ຄື: ບຸນບັງໄຟບ້ານນາມົນໃໝ່ ກໍານົດມື້ຂຶ້ນ 15 ຄໍ່າຂອງເດືອນພຶດສະພາທຸກໆປີ, ບຸນຊ່ວງເຮືອບ້ານຈຽງ ຈັດຂຶ້ນໃນກາງເດືອນຕຸລາຂອງທຸກໆປີ, ບຸນເກຼີບ້ານວຽງສະໄໝ, ບ້ານໂພນງາມ, ບ້ານຜາເຈົ້າ ຈັດຂຶ້ນໃນທ້າຍເດືອນ 12 ກາງເດືອນຂອງທຸກໆປີ.

ສ່ວນແຫຼ່ງທ່ອງທ່ຽວທາງທໍາມະຊາດ ລວມມີ 19 ແຫ່ງ ລວມມີຄື: ແຫຼ່ງທ່ອງທ່ຽວຫ້ວຍນໍ້າອຸ່ນ, ຖໍ້າຜາຄອນ, ຖໍ້າຜາປູນ, ຖໍ້າຂຸນລາງ, ຖໍ້ານາງນອນ, ນໍ້າຕົກຕາດນາງອົ້ວ, ຜານົມ, ຜາຊ້າງ, ຜາພຸກ, ຜາມວກ, ນໍ້າຕົກຕາດຫຍຸຍ, ຖໍ້າພະ, ຫ້ວຍຊ້າງເຫຼັກ, ຜາໂກຍ, ນໍ້າຕົກຕາດບ້ານນໍ້າແກ່ນ, ລ່ອງເຮືອນໍ້າລີກ, ບ້ານວຽງຄໍາ, ບ້ານໂພນແບ່ງ ໄລຍະທາງ 15 ກິໂລແມັດ ທ່ຽວຊົມທໍາມະຊາດສັນພູລວງ ( ເສັ້ນທາງກາສີ-ເມືອງນານ ). ໃນນີ້, ມີແຫຼ່ງທ່ອງທ່ຽວທີ່ໄດ້ຮັບການພັດທະນາແລ້ວ 5 ແຫ່ງຄື: ແຫຼ່ງທ່ອງທ່ຽວຫ້ວຍນໍ້າອຸ່ນ, ຖໍ້າຜາຄອນ, ຖໍ້າຜາປູນ, ຖໍ້າຂຸນລາງ, ຖໍ້ານາງນອນ ແລະ ປັດຈຸບັນ, ກິດຈະກໍາທີ່ໄດ້ຮັບນິຍົມຈາກນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ແມ່ນອາບນໍ້າອຸ່ນ, ຊົກມວຍນໍ້າ ແລະ ຊ່ວງເຮືອຊາມ ເພື່ອໃຫ້ປີທ່ອງທ່ຽວປີ 2018 ແລະ ເປັນການຊຸກຍູ້ສົ່ງເສີມຮີດຄອງປະເພນີທາງດ້ານວັດທະນະທໍາຂອງຊາດ, ຂອງປະຊາຊົນລາວບັນດາເຜົ່າໃຫ້ຄຽງຄູ່ກັບຄົນລາວ ໂດຍສະເພາະຊາວເມືອງກາສີຕະຫຼອດໄປ.

ໃນໂອກາດດັ່ງກ່າວ, ພົຈວ ບຸນທ່ຽງ ຈັນທະມຸງຄຸນ ຫົວໜ້າກົມ 504 ໄດ້ນໍາເອົາບານເຕະ, ບານສົ່ງ, ກະຕໍ້, ເຄື່ອງກິລາ ແລະ ອຸປະກອບຮັບໃຊ້ໂຮງຮຽນອື່ນໆ ລວມມູນຄ່າ 39.340.000 ກີບ ມອບໃຫ້ຫ້ອງການສຶກສາ ແລະ ກິລາ ເມືອງກາສີ ເພື່ອນໍາໄປແຈກຢາຍໃຫ້ໂຮງຮຽນຕ່າງໆຢູ່ພາຍໃນເມືອງ.