ນະຄອນຫຼວງວຽງຈັນ (ນວ) ກໍຄື ກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ ນວ ກະຊວງໂຍທາທິການ ແລະ ຂົນສົ່ງ ຮ່ວມກັບ ກະຊວງປ້ອງກັນຄວາມສະຫງົບ ແລະ ພາກສ່ວນທີ່ກ່ຽວຂ້ອງ ເລັ່ງຈັດຕັ້ງປະຕິບັດປ່ຽນປ້າຍທະບຽນພາຫະນະທາງບົກ ຈາກ ກຳແພງນະຄອນ ມາເປັນ ນະຄອນຫຼວງວຽງຈັນ ໃຫ້ສຳເລັດຕາມເປົ້າໝາຍທີ່ໄດ້ກຳນົດໄວ້. ຜ່ານການຈັດຕັ້ງປະຕິບັດ ມາແຕ່ວັນທີ 1-12 ມີນາ 2024 ສາມາດປ່ຽນຊື່ປ້າຍທະບຽນ ທັງລົດເກົ່າ ແລະ ລົດໃໝ່ ທັງໝົດ 4.375 ຄັນ. ໃນນັ້ນ, ຂຶ້ນທະບຽນລົດໃໝ່ 1.875 ຄັນ ແລະ ປ່ຽນຊື່ປ້າຍ 2.451 ຄັນ.

ທ່ານ ບຸນປອນ ບຸນສົມຫວັງ ຫົວໜ້າກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ ນວ ໃຫ້ສຳພາດຕໍ່ສື່ມວນຊົນ ໃນວັນທີ 13 ມີນາ 2024 ວ່າ:

ເຫດຜົນ ແລະ ເງື່ອນໄຂຂອງການປ່ຽນປ້າຍທະບຽນພາຫະນະທາງບົກໃນຄັ້ງນີ້ ແມ່ນປະຕິບັດໃຫ້ສອດຄ່ອງກັບຄວາມເປັນຈິງ, ໃຫ້ຖືກກັບຊື່ເອີ້ນຂອງນະຄອນຫຼວງວຽງຈັນ; ເຊິ່ງຜ່ານການຈັດຕັ້ງປະຕິບັດ ນັບແຕ່ວັນທີ 1-12 ມີນາ ສາມາດຂຶ້ນທະບຽນ ແລະ ປ່ຽນຊື່ປ້າຍທະບຽນ ທັງລົດເກົ່າ ແລະ ລົດໃໝ່ ໄດ້ທັງໝົດ 4.375 ຄັນ. ໃນນັ້ນ, ສຳນັກງານໃຫຍ່ ບ້ານທົ່ງປົ່ງ ເມືອງສີໂຄດຕະບອງ ສາມາດປ່ຽນທະບຽນລົດເກົ່າ ໄດ້ທັງໝົດ 1.495 ຄັນ, ລົດໃໝ່ໄດ້ 1.116 ຄັນ; ສາຂາເມືອງນາຊາຍທອງ ປ່ຽນທະບຽນລົດເກົ່າ ໄດ້ 84 ຄັນ, ລົດໃໝ່ 284 ຄັນ; ສາຂາເມືອງໄຊທານີ ປ່ຽນທະບຽນລົດເກົ່າ ໄດ້ 499 ຄັນ, ລົດໃໝ່ 227 ຄັນ ແລະ ສາຂາເມືອງຫາດຊາຍຟອງ ປ່ຽນທະບຽນລົດເກົ່າ ໄດ້ 423 ຄັນ, ລົດໃໝ່ ໄດ້ 251 ຄັນ.

ສໍາລັບລົດທີ່ຂຶ້ນທະບຽນ ກໍາແພງນະຄອນ (ໂຕເກົ່າ) ຖ້າຢາກສືບຕໍ່ນໍາໃຊ້ກໍສາມາດນໍາໃຊ້ໄດ້ ຈົນກວ່າໃບທະບຽນຈະໝົດອາຍຸ ຈຶ່ງປ່ຽນມາເປັນ ນະຄອນຫຼວງວຽງຈັນ ຫຼື ຖ້າມີຈຸດປະສົງຢາກປ່ຽນກ່ອນ ກໍສາມາດປ່ຽນໄດ້ຕາມຄວາມສະໝັກໃຈ, ສ່ວນລະຫັດປ້າຍ ແລະ ຕົວເລກທະບຽນ ແມ່ນຍັງຮັກສາໄວ້ຄືເກົ່າ.

ຕໍ່ກັບກໍລະນີຫາງສຽງທີ່ເກີດຂຶ້ນຢູ່ໃນສື່ສັງຄົມອອນລາຍ ກ່ຽວກັບ ຄ່ານາຍໜ້າການມາປ່ຽນປ້າຍທະບຽນດັ່ງກ່າວ ວ່າ ມີພະນັກງານຢູ່ກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ ນວ ຮ່ວມຂະບວນການນໍາ ໄດ້ມີການໂກງລາຄາຄ່າຂຶ້ນທະບຽນ ແມ່ນບໍ່ມີມູນຄວາມຈິງ, ເຊິ່ງກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ ນວ ໄດ້ກໍານົດລາຄາຄ່າບໍລິການຕາມລະບຽບການທີ່ໄດ້ກຳນົດໄວ້.

ຄ່າບໍລິການຂຶ້ນທະບຽນລົດໃໝ່ ແລະ ລົດເກົ່າ ປະເພດລົດຈັກ, ລົດໃໝ່ ຫຼື ລົດເກົ່າ ເອົາເຕັກນິກ 184.000 ກີບ, ສ່ວນລົດເກົ່າທີ່ມີເຕັກນິກແລ້ວ 134.000 ກີບ.

ສໍາລັບປະເພດລົດເບົາ ລົດໃໝ່ ຫຼື ລົດເກົ່າ ເອົາເຕັກນິກ 219.000 ກີບ, ລົດເກົ່າ ທີ່ມີເຕັກນິກແລ້ວ 144.000 ກີບ.

ສໍາລັບປະເພດລົດບັນທຸກ 3-15 ໂຕນ 329.000 ກີບ, ລົດເກົ່າທີ່ມີເຕັກນິກແລ້ວ 154.000 ກີບ; 15 ໂຕນຂຶ້ນໄປ 344.000 ກີບ, ສ່ວນລົດເກົ່າທີ່ມີເຕັກນິກແລ້ວ 169.000 ກີບ; ຫາງລາກ (ລົດພວງ) 379.000 ກີບ, ລົດເກົ່າ ທີ່ມີເຕັກນິກແລ້ວ 154.000 ກີບ.

ໂອກາດນີ້, ທ່ານ ບຸນປອນ ບຸນສົມຫວັງ ຍັງໄດ້ຮຽກຮ້ອງໃຫ້ຜູ້ໃຊ້ລົດຢູ່ນະຄອນຫຼວງວຽງຈັນ ໂດຍສະເພາະ ໃບທະບຽນລົດທີ່ໝົດອາຍຸ ໃຫ້ມາປ່ຽນທະບຽນດ້ວຍຕົນເອງ ຢູ່ຕາມແຕ່ລະສາຂາໃກ້ບ້ານຂອງຕົນເອງ, ເຊິ່ງກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ ນວ ມີທັງໝົດ 3 ສາຂາ ຄື: ສາຂາເມືອງຫາດຊາຍຟອງ ຢູ່ບ້ານດົງໂພສີ, ສາຂາເມືອງໄຊທານີ ຢູ່ຫຼັກ 16 ແລະ ສາຂາເມືອງນາຊາຍທອງ ຢູ່ນໍ້າຊ່ວງ. ສ່ວນສໍານັກງານໃຫຍ່ ຕັ້ງຢູ່ບ້ານທົ່ງປົ່ງ ເມືອງສີໂຄດຕະບອງ

ສຳລັບລົດຈັກໄຟຟ້າ ທີ່ມີກຳລັງໄຟຟ້າ 1 ກິໂລວັດຂຶ້ນໄປ ແມ່ນຈະໃຫ້ມາຂຶ້ນທະບຽນຕິດປ້າຍ, ສ່ວນລົດຈັກທີ່ມີກຳລັງໄຟຟ້າ 1 ກິໂລວັດລົງມາ ແມ່ນຈະບໍ່ຕິດປ້າຍທະບຽນ, ເຊິ່ງຄາດວ່າ ຈະເລີ່ມຈັດຕັ້ງປະຕິບັດ ໃນໄວໆນີ້.