ໃນວັນທີ 6 ພຶດສະພາ 2024, ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີປະກາດນາຍຕໍາຫຼວດ ອອກພັກການຮັບອຸດໜູນບຳນານ ແລະ ຍົກຍ້າຍ-ແຕ່ງຕັ້ງນາຍຕໍາຫຼວດຂັ້ນສູງຂອງ ກະຊວງ ປກສ, ໂດຍການເຂົ້າຮ່ວມຂອງ ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງ ປກສ, ມີຮອງລັດຖະມົນຕີ, ຫົວໜ້າກົມໃຫຍ່, ຫ້ອງວ່າການ ແລະ ຫົວໜ້າກົມກອງ ອ້ອມຂ້າງກະຊວງ ເຂົ້າຮ່ວມ.

ໃນພິທີ, ພົຕ ປອ ສຸວັນນີ ສີສຸພາບມີໄຊ ຫົວໜ້າກົມໃຫຍ່ການເມືອງ ປກສ ໄດ້ຜ່ານມະຕິຕົກລົງ, ດໍາລັດ ແລະ ຂໍ້ຕົກລົງ ວ່າດ້ວຍ ການອະນຸມັດໃຫ້ນາຍຕໍາຫຼວດຂັ້ນສູງ ພັກການຮັບອຸດໜູນບຳນານ ຈໍານວນ 34 ສະຫາຍ. ໃນນັ້ນ, ຊັ້ນພົນຕີ 1 ສະຫາຍ, ພົນຈັດຕະວາ 7 ສະຫາຍ ແລະ ຊັ້ນພັນເອກ 26 ສະຫາຍ.

ຈາກນັ້ນ, ກໍໄດ້ຜ່ານດຳລັດຂອງ ນາຍົກລັດຖະມົນຕີ ວ່າດ້ວຍ ການຍົກຍ້າຍ-ແຕ່ງຕັ້ງ ນາຍຕໍາຫຼວດຂັ້ນສູງ ກະຊວງ ປກສ ເຊິ່ງມີລາຍລະອຽດດັ່ງນີ້:

  • ແຕ່ງຕັ້ງ ພົຈວ ໜູຈອນ ກ້ອນທອງດຳ ເປັນ ຫົວໜ້າກົມໃຫຍ່ພະລາທິການ ປກສ
  • ຍົກຍ້າຍ ພົຈວ ແອນ ອຸ່ນອານົງນຸດ ຈາກກົມໃຫຍ່ການເມືອງ ໄປຢູ່ກົມໃຫຍ່ສັນຕິບານ ແລະ ແຕ່ງຕັ້ງເປັນ ຮອງຫົວໜ້າກົມໃຫຍ່ສັນຕິບານ
  • ຍົກຍ້າຍ ພົຈວ ນີລະວົງ ເຈືອງຕະວະລາດ ຈາກກົມໃຫຍ່ຕໍາຫຼວດ ໄປຢູ່ກົມໃຫຍ່ສັນຕິບານ ແລະ ແຕ່ງຕັ້ງເປັນ ຮອງຫົວໜ້າກົມໃຫຍ່ສັນຕິບານ
  • ຍົກຍ້າຍ ພົຈວ ກອງສະຫວັດ ບຸນລ້ຽງ ຈາກກົມໃຫຍ່ສັນຕິບານ ໄປຢູ່ກົມໃຫຍ່ຕໍາຫຼວດ ແລະ ແຕ່ງຕັ້ງເປັນ ຮອງຫົວໜ້າກົມໃຫຍ່ຕໍາຫຼວດ
  • ຍົກຍ້າຍ ພົຈວ ໜູໃບ ອິນທິສານ ຈາກກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ໄປຢູ່ກົມໃຫຍ່ການເມືອງ ແລະ ແຕ່ງຕັ້ງເປັນ ຮອງຫົວໜ້າກົມໃຫຍ່ການເມືອງ
  • ຍົກຍ້າຍ ພົຈວ ແກ່ນຈັນ ພົມມະຈັກ ຈາກກົມໃຫຍ່ຕໍາຫຼວດ ໄປຢູ່ກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ແລະ ແຕ່ງຕັ້ງເປັນ ຫົວໜ້າກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ
  • ແຕ່ງຕັ້ງ ພັອ ສູນທອນ ລາດຊະສົມບັດ ເປັນ ຮອງຫົວໜ້າກົມໃຫຍ່ພະລາທິການ
  • ແຕ່ງຕັ້ງ ພັອ ປອ ສີສົມໄຊ ແກ້ວບຸນພັນ ເປັນ ຫົວໜ້າກົມ 504
  • ແຕ່ງຕັ້ງ ພັອ ຈັນທອນ ແກ້ວມະນີວົງ ເປັນ ຫົວໜ້າກອງບັນຊາການປ້ອງກັນທີ່ຕັ້ງ
  • ແຕ່ງຕັ້ງ ພັອ ປອ ຄໍາແຝງ ວັນດີໄຊ ເປັນ ຫົວໜ້າກົມຄົ້ນຄວ້າວິທະຍາດສາດ ແລະ ປະຫວັດສາດ
  • ແຕ່ງຕັ້ງ ພັອ ຊາຍຄອງ ເພັດຊະວົງ ເປັນ ຫົວໜ້າອໍານວຍການ ວິທະຍາຄານການເມືອງ ປກສ
  • ແຕ່ງຕັ້ງ ພັອ ປອ ບຸນຊະນະ ສິມມາລາວົງ ເປັນ ຫົວໜ້າອໍານວຍການ ວິທະຍາຄານສັນຕິບານປະຊາຊົນ
  • ແຕ່ງຕັ້ງ ພັອ ປອ ໂອໄດ ທິລັນດາ ເປັນ ຫົວໜ້າອໍານວຍການ ວິທະຍາຄານຕໍາຫຼວດປະຊາຊົນ

ໂອກາດນີ້, ພົອ ວິໄລ ຫຼ້າຄໍາຟອງ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນງານຂອງນາຍຕຳຫຼວດ ທີ່ໄດ້ຮັບອຸດໜູນບຳນານ, ເຊິ່ງການປະກາດດັ່ງກ່າວ ແມ່ນກົດເກນ ແລະ ນະໂຍບາຍລວມຂອງພັກ ແລະ ລັດຖະບານເຮົາ, ເມື່ອເຖິງອາຍຸກະສຽນ ກໍຕ້ອງໄດ້ອອກພັກຜ່ອນ-ຮັບອຸດໜູນບໍານານ ຕາມລະບຽບການ.

ສໍາລັບນາຍຕຳຫຼວດທີ່ໄດ້ຮັບການຍົກຍ້າຍ-ແຕ່ງຕັ້ງ ໃນຄັ້ງນີ້, ທ່ານຮອງນາຍົກລັດຖະມົນຕີ ໄດ້ເນັ້ນໃຫ້ສຸມໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ-ນັກຮົບ ໃຫ້ເລິກເຊິ່ງເຖິງຖອງ, ເພີ່ມທະວີຄວາມຮັບຜິດຊອບ ໃນການຕໍ່ການນຳພາບັນຊາ, ກໍ່ສ້າງພັກ, ກໍ່ສ້າງກຳລັງ ໃຫ້ໜັກແໜ້ນເຂັ້ມແຂງ, ເສີມຂະຫຍາຍຄວາມສາມັກຄີພາຍໃນ ໃຫ້ແໜ້ນແຟ້ນ, ສືບຕໍ່ຊີ້ນຳ-ນຳພາກຳລັງ ປກສ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງຂຶ້ນເລື້ອຍໆ.