ກອງປະຊຸມໃຫຍ່ ຄັ້ງທີ VIII ຄະນະໜ່ວຍພັກຮາກຖານ ກົມປ້ອງກັນພາຍໃນ (200) ກົມໃຫຍ່ສັນຕິບານ ກະຊວງ ປກສ ຈັດຂຶ້ນໃນວັນທີ 8 ພຶດສະພາ 2024, ເປັນປະທານໂດຍ ສະຫາຍ ພັອ ສຸວັນ ທອງຈະເລີນ ຄະນະພັກກົມໃຫຍ່ສັນຕິບານ ເລຂາຄະນະໜ່ວຍພັກຮາກຖານ ຫົວໜ້າກົມປ້ອງກັນພາຍໃນ, ໂດຍການເຂົ້າຮ່ວມຂອງ ສະຫາຍ ພົຕ ຈູມມະນີ ວົງມະນີ ຄະນະປະຈໍາພັກກະຊວງ ເລຂາຄະນະພັກ ຫົວໜ້າກົມໃຫຍ່ສັນຕິບານ, ມີຄະນະໜ່ວຍພັກຮາກຖານ, ຈຸພັກ, ແຂກຮັບເຊີນ ພ້ອມດ້ວຍສະມາຊິກພັກ ເຂົ້າຮ່ວມ.

+ ສະຫາຍ ພັອ ສຸວັນ ທອງຈະເລີນ ກ່າວວ່າ:

ຕະຫຼອດໄລຍະ 5 ປີ ຜ່ານມາ, ຄະນະໜ່ວຍພັກຮາກຖານ ໄດ້ເອົາໃຈໃສ່ສຶກສາອົບຮົມນໍາພາການເມືອງ-ແນວຄິດ ໃຫ້ນາຍ ແລະ ພົນຕໍາຫຼວດ ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ-ລັດ, ມູນເຊື້ອຂອງພັກ, ໄດ້ຈັດຕັ້ງຮໍ່າຮຽນຄົ້ນຄວ້າ, ເຊື່ອມຊຶມມະຕິ, ຄໍາສັ່ງ, ເອກະສານຕ່າງໆ ສ້າງໃຫ້ພະນັກງານມີຄວາມເປັນເອກະພາບຕໍ່ແນວທາງນະໂຍບາຍຂອງພັກ, ຮູ້ຈໍາແນກມິດສັດຕູຢ່າງຈະແຈ້ງ, ມີສະຕິຕໍ່ການຈັດຕັ້ງຕື່ນຕົວສູງຕໍ່ກັບ ກົນອຸບາຍຫັນປ່ຽນໂດຍສັນຕິ ຂອງຄົນບໍ່ຫວັງດີ, ມີຄວາມຈົງຮັກພັກດີຕໍ່ປະເທດຊາດ ແລະ ປະຊາຊົນ.

ພ້ອມນີ້, ກໍໄດ້ນໍາພາວຽກງານປັບປຸງ ແລະ ກໍ່ສ້ງພັກ ໂດຍການໂຄສະນາຂະຫຍາຍພັກລົງສູ່ມະຫາຊົນ ເພື່ອຄັດຈ້ອນເລືອກເຟັ້ນເອົາ ມະຫາຊົນຜູ້ກ້າວໜ້າ ເຂົ້າຮຽນສະໜັບສະໜູນ ໄດ້ຈໍານວນ 43 ສະຫາຍ ຍິງ 6 ສະຫາຍ, ຮຽນກົດລະບຽບພັກ 43 ສະຫາຍ ຍິງ 6 ສະຫາຍ, ຮັບເຂົ້າເປັນສະມາຊິກພັກສຳຮອງ 43 ສະຫາຍ ຍິງ 4 ສະຫາຍ, ເຂົ້າພັກສົມບູນ 42 ສະຫາຍ ຍິງ 3 ສະຫາຍ, ຍົກຍ້າຍຮ່ວມຊີວິດພັກ ມາຈາກໂຮງຮຽນ, ກອງບັນຊາການແຂວງ ແລະ ກົມກອງອື່ນໆ 9 ສະຫາຍ ຍິງ 2 ສະຫາຍ.

ຈັດຕັ້ງບັ້ນດໍາເນີນຊີວິດການເມືອງ ປັບປຸງປົວແປງພັກ ມີສະມາຊິກພັກ-ພະນັກງານ ເຂົ້າຮ່ວມທັງໝົດ 92 ສະຫາຍ ຍິງ 17 ສະຫາຍ, ຜ່ານບັ້ນດໍາເນີນຊີວິດການເມືອງສໍາຫຼວດກວດກາ ແລະ ແບ່ງປະເພດສະມາຊິກພັກ ສາມາດສະຫຼຸບສັງລວມໄດ້ ຄື:

  • ປະເພດແຂງ: ມີ 92 ສະຫາຍ ຍິງ 17 ສະຫາຍ
  • ປະເພດກາງ: ມີ 2 ສະຫາຍ

ນອກຈາກນັ້ນ, ດ້ານວຽກງານວິຊາສະເພາະ ຄະນະໜ່ວຍພັກ ໄດ້ເອົາໃຈໃສ່ນໍາພາດ້ວຍຄວາມຮັບຜິດຊອບສູງຕໍ່ກົມກອງເຄື່ອນໄຫວເຮັດວຽກງານວິຊາສະເພາະ, ຄົ້ນຄວ້າສ້າງ ແລະ ປັບປຸງບັນດານິຕິກຳຈຳນວນໜຶ່ງ ເປັນຕົ້ນແມ່ນ ເອກະສານທີ່ເປັນບ່ອນອີງໃນການເຮັດວຽກ, ບົດຮຽນບົດສອນ, ສຸມໃສ່ການຈັດຝຶກອົບຮົມໃນກໍາລັງ, ບັນດາສຳນັກງານ-ອົງການຢູ່ສູນກາງ ແລະ ທ້ອງຖິ່ນ.

ນໍາພາປະກອບສ່ວນເຮັດວຽກງານປ້ອງກັນບັນດາກອງປະຊຸມ, ວັນບຸນສໍາຄັນຂອງພັກ-ຂອງຊາດ, ແຂກຕ່າງປະເທດທີ່ມາເຮັດວຽກ ແລະ ຢ້ຽມຢາມລົງພົບປະແລກປ່ຽນກຳສະພາບ ແລະ ບັນດາປະກົດການຫຍໍ້ທໍ້ຕ່າງໆ ຢູ່ພາຍໃນບັນດາສໍານັກງານ-ອົງການ ໄດ້ທັງໝົດ 421 ເທື່ອ, ສາມາດດໍາເນີນໄດ້ການກວດກາຊັນນະສູດຕໍ່ແຫຼ່ງຂ່າວ, ເຫດການປະກົດການຫຼາຍອັນ ແລະ ສະຫຼຸບໄດ້ຫຼາຍຂ່າວທີ່ສໍາຄັນ ແລ້ວລາຍງານໃຫ້ຂັ້ນເທິງມີທິດຊີ້ນໍາ ໃນການແກ້ໄຂ ເພື່ອຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານ.

ທິດທາງແຜນການ 5 ປີຕໍ່ໜ້າ, ໜ່ວຍພັກຮາກຖານກົມ ຈະສືບຕໍ່ເພີ່ມທະວີວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ສະມາຊິພັກ, ນາຍ ແລະ ພົນຕຳຫຼວດ ດ້ວຍຫຼາຍຮູບການ ໂດຍສະເພາະ ການເຊື່ອມຊຶມເອກະສານການເມືອງ, ແນວທາງນະໂຍບາຍຂອງພັກ-ລັດ, ແຜນພັດທະນາເສດຖະກິດ-ສັງຄົມ, ກົດໝາຍຂອງລັດໃນສະພາບການຕ່າງໆ ໃຫ້ເປັນປົກກະຕິ, ສືບຕໍ່ປັບປຸງກໍ່ສ້າງ ແລະ ຂະຫຍາຍສະມາຊິກພັກ, ນາຍ ແລະ ພົນຕຳຫຼວດ ໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ ແລະ ເຊື່ອໝັ້ນຕໍ່ການນໍາພາ-ຊີ້ນໍາຂອງຂັ້ນເທິງ.

ຮັບປະກັນບໍ່ໃຫ້ສະມາຊິກພັກ ເສຍທາດຂາດຄຸນ ຢ່າງເດັດຂາດ, ສືບຕໍ່ນໍາພາປະຕິບັດ ທິດທາງແຜນການກໍ່ສ້າງກົມກອງ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ຮູ້ນໍາພາຮອບດ້ານ ໃຫ້ມີບາດກ້າວປ່ຽນແປງດີຂຶ້ນກວ່າເກົ່າ ແລະ ເອົາໃຈໃສ່ເຄື່ອນໄຫວກຳແໜ້ນ ສະພາບການເລ່ລ່ຽມກົນອຸບາຍການເຄື່ອນໄຫວມ້າງເພທໍາລາຍຂອງກຸ່ມຄົນບໍ່ດີ, ຮູ້ຄົ້ນຄວ້າວິໄຈຂໍ້ມູນຂ່າວສານທີ່ໄດ້ຮັບ ໃຫ້ລະອຽດຊັດເຈນ ເພື່ອກໍານົດທິດທາງແຜນການສະກັດກັ້ນໃຫ້ທ່ວງທັນ.

ໃນກອງປະຊຸມ ຍັງໄດ້ປ່ອນບັດຄັດເລືອກເອົາ ຄະນະໜ່ວຍພັກຮາກຖານ ກົມປ້ອງກັນພາຍໃນ ຊຸດໃໝ່ ເຊິ່ງມີຜູ້ລົງສະໝັກ ຈໍານວນ 7 ສະຫາຍ ເລືອກເອົາ 5 ສະຫາຍ, ຜ່ານການປ່ອນບັດ ໄດ້ເປັນເອກະສັນເລືອກເອົາ:

  • ສະຫາຍ ພັອ ສຸວັນ ທອງຈະເລີນ ເປັນ ເລຂາ
  • ສະຫາຍ ພັອ ເພັດ ຍາວົງ ເປັນ ຮອງເລຂາ
  • ສະຫາຍ ພັອ ເສດທິລາດ ວິລັດດາວົງ ເປັນ ປະທານກວດກາ
  • ສະຫາຍ ພັທ ອານຸລັກ ບົວບານ ເປັນ ຄະນະ
  • ສະຫາຍ ພັທ ສີສຸກ ສະນິດ ເປັນ ຄະນະ