ຕະຫຼອດ 1 ປີຜ່ານມາ, ຄະນະພັກ-ຄະນະຄ້າຍຄຸມຂັງພາກກາງຕານປ່ຽວ ກົມຕໍາຫຼວດຄຸມຂັງ-ດັດສ້າງ ກະຊວງ ປກສ ໄດ້ສຸມໃສ່ເຄື່ອນໄຫວເຮັດໜ້າທີ່ຕາມສິດ ແລະ ພາລະບົດບາດທີ່ຕົນຮັບຜິດຊອບຢ່າງເຂັ້ມງວດ ໂດຍສະເພາະແມ່ນ ການຈັດຕັ້ງນໍາພາເຄື່ອນໄຫວສຶກສາອົບຮົມແນວຄິດ ໃຫ້ແກ່ບັນ ດານັກໂທດ ແລະ ຜູ້ຖືກດັດສ້າງ ເພື່ອຮັບປະກັນບໍ່ໃຫ້ນັກໂທດໂຕນໜີ ແລະ ຮັກສາໄດ້ຄວາມສະຫງົບປອດໄພໂດຍພື້ນຖານ.

ພັທ ສີສະໝຸດ ທໍາມະວົງສາ ຮັກສາການ ຫົວໜ້າຄ້າຍຄຸມຂັງພາກກາງຕານປ່ຽວ ໄດ້ລາຍງານໃນກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານ ປະຈໍາປີ ໂດຍການເປັນປະທານຂອງ ພັອ ພັດສະດີ ນວນອາສາ ຮອງຫົວໜ້າກົມຕໍາຫຼວດຄຸມຂັງ-ດັດສ້າງ ເຊິ່ງຈັດຂຶ້ນໃນວັນທີ 2 ກຸມພາ 2024 ວ່າ:

ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ນາຍ ແລະ ພົນຕຳຫຼວດ ຢ່າງເປັນປົກກະຕິ ຕະຫຼອດຮອດນັກໂທດ-ດັດສ້າງໃຫ້ເຊື່ອມຊຶມຕໍ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ໂດຍມີການຈັດຕັ້ງເຜີຍແຜ່ເຊື່ອມຊຶມບັນດາມະຕິຂອງກອງປະຊຸມໃຫຍ່ຕ່າງໆ, ຮໍ່າຮຽນເອກະສານມູນເຊື້ອຂອງພັກ-ຂອງຊາດ, ຈັດຕັ້ງເຊື່ອມຊຶມຄຳແນະນຳ, ຂໍ້ກຳນົດ, ກົດລະບຽບຕ່າງໆຂອງກຳລັງປ້ອງກັນຄວາມສະຫງົບ ກໍຄື ກຳລັງຕຳຫຼວດທີ່ເຮັດວຽກງານວິຊາສະເພາະຄຸມຂັງ-ດັດສ້າງ ເຮັດໃຫ້ນາຍ ແລະ ພົນຕໍາຫຼວດ ມີແນວຄິດການເມືອງຢ່າງໜັກແໜ້ນ, ກຳແໜ້ນວິຊາສະເພາະເຮັດໃຫ້ການຈັດຕັ້ງປະຕິບັດຕາມມະຕິຄໍາສັ່ງຕ່າງໆ ທີ່ການຈັດຕັ້ງມອບໝາຍໃຫ້ ມີປະສິດທິພາບສຳເລັດຜົນ.

ພ້ອມນັ້ນ, ຍັງໄດ້ຈັດຕັ້ງການປ້ອງກັນເວນຍາມຂຶ້ນປ້ອມຍາມ ແລະ ປະຈຳການກຽມພ້ອມສູ້ຮົບ ຕະຫຼອດ 24 ຊົ່ວໂມງ, ເອົາໃຈໃສ່ຕິດຕາມສະພາບພາຍໃນ ແລະ ພາຍນອກ ເປັນຕົ້ນແມ່ນສະພາບການເຄື່ອນໄຫວຂອງນັກໂທດ-ຜູ້ຖືກດັດສ້າງທີ່ຜິດຕໍ່ລະບຽບຂອງຄ້າຍ. ຍ້ອນແນວນັ້ນ, ຈຶ່ງເຮັດໃຫ້ຄ້າຍຮັກສາຄວາມສະຫງົບປອດໄພໄດ້ 100%.

ຄຽງຄູ່ກັນນັ້ນ, ຄະນະພັກ-ຄະນະຄ້າຍ ຍັງນໍາພາ-ຊີ້ນໍາໃຫ້ນັກໂທດ-ຜູ້ຖືກດັດສ້າງ ອອກແຮງງານທຳການຜະລິດ ແລະ ຝຶກວິຊາຊີບ ໂດຍອີງໃສ່ເງື່ອນໄຂສະພາບແວດລ້ອມຕົວຈິງຂອງຄ້າຍ ໂດຍສະເພາະແມ່ນໄດ້ເລັ່ງໃສ່ການປູກຝັງ, ຫັດຖະກຳຈັກສານ, ແກະສະຫຼັກ, ດິນບ໋ອກ, ເຟີນິເຈີ ແລະ ຕ່ຳຫູກ ເຊິ່ງສາມາດສ້າງລາຍຮັບທັງໝົດ 872.337.000 ກີບ. ໃນນັ້ນ, ຖອກພັນທະໃຫ້ກົມ 348.934.400 ກີບ ແລະ ນຳໃຊ້ພາຍໃນຄ້າຍ 523.402.200 ກີບ.