ເມື່ອບໍ່ດົນມານີ້, ເຈົ້້າໜ້າທີ່ກອງບັນຊາການ ປກສ ແຂວງຊຽງຂວາງ ໄດ້ອອກແຈ້ງການເພື່ອເຕືອນສະຕິ ໂດຍຮຽກຮ້ອງໃຫ້ເພີ່ມທະວີຄວາມເປັນເຈົ້າການ ແລະ ຍົກສູງສະຕິຕໍ່ກົນອຸບາຍຂອງກຸ່ມຄົນບໍ່ຫວັງດີ ທີ່ເຄື່ອນໄຫວຕົວະຍົວະ (ສໍ້ໂກງຊັບ) ຜ່ານທາງສື່ສັງຄົມອອນລາຍ ໂດຍການນໍາໃຊ້ຫຼາຍຮູບແບບ ເປັນຕົ້ນແມ່ນ ການສົ່ງຜົນຫວຍຈໍານວນ 6 ຕົວເລກ ຫຼື ສົ່ງລິ້ງ ໃນຮູບແບບຂອງທະນາຄານ ເຂົ້າຂໍ້ຄວາມຂອງເບີໂທລະສັບ ເພື່ອຫຼອກລໍ້ໃຫ້ຜູ້ທີ່ຮູ້ເທົ່າບໍ່ເຖິງການ ຫຼົງເຊື່ອໃຫ້ໂອນເງິນໃຫ້ ຫວັງຈະໄດ້ຮັບລາງວັນກ້ອນໃຫຍ່ເປັນການຕອບແທນ.

+ ພັອ ຈູຊົ່ງ ຈື່ໄຊ ຮອງຫົວໜ້າກອງບັນຊາການ ປກສ ແຂວງຊຽງຂວາງ ໃຫ້ຮູ້ວ່າ:

ນັບແຕ່ຕົ້ນປີ 2012 ມາຮອດປັດຈຸບັນ, ໄດ້ມີກຸ່ມຄົນບໍ່ດີຈຳນວນໜຶ່ງ ເຄື່ອນໄຫວສໍ້ໂກງຊັບຜ່ານທາງສື່ສັງຄົມອອນລາຍ (ແກ້ງຄໍເຊັນເຕີ) ເພື່ອຕົວະຍົວະຫຼອກຫຼວງເອົາເງິນຂອງພໍ່-ແມ່ປະຊາຊົນບັນດາເຜົ່າ, ຊາວຄ້າ-ຂາຍ ແລະ ຜູ້ທີ່ຮູ້ເທົ່າບໍ່ເຖິງການ ເຮັດໃຫ້ມີຜົນເສຍຫາຍເກີດຂຶ້ນເປັນຈໍານວນຫຼາຍ ດ້ວຍຮູບການ ແລະ ວິທີການໂຄສະນາຂາຍເລກ 6 ໂຕ, ເລກລາວ, ເລກຫວຽດ, ເລກໄທ ໂດຍໃຊ້ເບີວ໋ອດແອັບ ຫຼື ເຟດບຸກແຊັດຫາຜູ້ຖືກເສຍຫາຍວ່າ: ຖ້າຕ້ອງການຢາກຖືກເລກ 6 ໂຕ ແມ່ນໃຫ້ໂອນເງິນມາລົງທະບຽນ ເພື່ອແລກກັບໂຕເລກທີ່ຊະນະ.

ຈາກນັ້ນ, ກໍມີຜູ້ຫຼົງເຊື່ອແລ້ວໂອນເງິນໄປໃຫ້ ແຕ່ພໍຮອດມື້ເລກອອກ ແມ່ນບໍ່ໄດ້ຮັບໂຕເລກ ຫຼື ບໍ່ຖືກຕາມທີ່ພວກເຂົາສົ່ງມານັ້ນ ເຮັດໃຫ້ມີຜູ້ຖືກເສຍຫາຍເປັນຈຳນວນຫຼວງຫຼາຍ, ເມື່ອຜູ້ເສຍຫາຍຮູ້ໂຕວ່າບໍ່ຖືກເລກ ຈຶ່ງໄດ້ໂທໄປຖາມພວກມິດສາຊີບດັ່ງກ່າວ ແຕ່ໂທລະສັບຕິດຕໍ່ບໍ່ໄດ້.

ການໂຄສະນາປ່ອຍເງິນກູ້ຢືມອອນລາຍ ໂດຍນໍາໃຊ້ວິທີການສ້າງເພກຂອງບັນດາທະນາຄານ ເປັນຕົ້ນແມ່ນ ທະນາຄານ JDB, ທະນາຄານພັດທະນາລາວ, ທະນາຄານສົ່ງເສີມກະສິກຳ, ການກູ້ຢືມບໍ່ມີຫຼັກຊັບຄ້ຳປະກັນ ພຽງແຕ່ໃຊ້ບັດປະຈຳຕົວ ຫຼື ສຳມະໂນຄົວ.

ມີການໃຊ້ຮູບແບບເປີດບໍລິສັດເປັນສາກບັງໜ້າ ເພື່ອແອບອ້າງກູ້ຢືມເງິນຈາກຜູ້ຖືກເສຍຫາຍ ໂດຍຄິດໄລ່ອັດຕາດອກເບ້ຍສູງກວ່າທະນາຄານກຳນົດ ເມື່ອມີຜູ້ຫຼົງເຊື່ອ ແລະ ໃຫ້ກູ້ຢືມເງິນເປັນຈຳນວນຫຼວງຫຼາຍ ພວກເຂົາກໍເອົາຕົວຫຼົບໜີ ແລະ ບໍລິສັດດັ່ງກ່າວ ແມ່ນບໍ່ມີຕົວຕົນ.

ພ້ອມນີ້, ນໍາໃຊ້ຊື່ເຟດບຸກແຊັດຫາວ່າ ຈະຝາກເຄື່ອງມາແຕ່ຕ່າງປະເທດ ປະເພດເຄື່ອງໃຊ້, ເງິນໂລດາຈໍານວນໜຶ່ງ ເພື່ອໃຫ້ບຸກຄົນທີ່ຕົກເປັນເຫຍື່ອຫຼົງເຊື່ອໂອນເງິນຄ່າຝາກເຄື່ອງໄປກ່ອນ. ຫຼັງຈາກນັ້ນ, ຈະມີເບີໂທລະສັບໂທບອກໃຫ້ຜູ້ເສຍຫາຍ ໂອນເງິນຄ່າທຳນຽມຜ່ານສະຖານທູດ ແລະ ອື່ນໆ.

ການແຮກໜ້າເຟດບຸກຄົນອື່ນ ແລະ ການນຳໃຊ້ຮູບພາບຖ່າຍຂອງບຸກຄົນອື່ນ, ເພກຂອງບໍລິສັດອື່ນໆ ມາຕັ້ງເປັນຊື່ນຳໃຊ້ເຟດບຸກ ແລ້ວໂຄສະນາການຫຼິ້ນເກມ ແລະ ຂາຍເຄື່ອງໃຊ້ຕ່າງໆ ເຊັ່ນ: ການໂພດຂາຍສິ້ນໄໝ, ໂຄສະນາຂາຍລົດທຸກປະເພດ, ການຮັບແລ່ນເອກະສານຕ່າງໆ ເຫັນວ່າ ຜູ້ເສຍຫາຍ ເກີດຄວາມສົນໃຈແລ້ວຕ້ອງໂອນເງິນມັດຈຳ ຫຼັງຈາກໂອນເງິນສຳເລັດກໍບໍ່ສາມາດຕິດຕໍ່ໄດ້ເລີຍ.

ການແອບອ້າງເປັນພະນັກງານຂອງທະນາຄານໃດໜຶ່ງ ແຊັດມາຫາຜູ້ເສຍຫາຍ ແລ້ວແຈ້ງວ່າ: ບັນຊີຂອງທ່ານບໍ່ສາມາດເຄື່ອນໄຫວໄດ້ ຕ້ອງໄດ້ປະກອບຂໍ້ມູນນຳທາງທະນາຄານຄືນໃໝ່ ແລ້ວຈະມີພະນັກງານໂທລະສັບມາຫາຜູ້ເສຍຫາຍ ເພື່ອຂໍຂໍ້ມູນສ່ວນຕົວບາງຢ່າງເປັນຕົ້ນແມ່ນ ບັດະຈໍາຕົວ, ບັນຊີ, ລະຫັດບັນຊີ ຫຼື ອື່ນໆ. ພາຍຫຼັງໄດ້ຂໍ້ມູນລະອຽດແລ້ວ, ບັນຊີຂອງຜູ້ເສຍຫາຍ ຈະມີການໂອນເງິນອອກໂດຍບໍ່ຮູ້ສາເຫດ ສ່ວນເບີໂທລະສັບທີ່ສົ່ງຂໍ້ຄວາມ ຫຼື ໂທຫາຜູ້ເສຍຫາຍ ແມ່ນບໍ່ສາມາດໂທຫາໄດ້.

ນອກຈາກນັ້ນ, ພວກເຂົາຍັງມີເລ່ລ່ຽມທີ່ປັບປ່ຽນຮູບແບບ ແລະ ຊ່ອງທາງ ເພື່ອຫຼອກລວງເອົາເງິນຂອງພໍ່-ແມ່ປະຊາຊົນ ໂດຍສະເພາະ ໃນສະພາບເສດຖະກິດຫຍຸ້ງຍາກໃນປັດຈຸບັນ ທັງພາຍໃນ ແລະ ສາກົນ ບວກກັບຄວາມກ້າວໜ້າທາງດ້ານເຕັກໂນໂລຊີທີ່ອາດຖືກສວຍໃຊ້ ເພື່ອຕົວະຍົວະຫຼອກລວງໃຫ້ມີຄວາມໜ້າເຊື່ອຖື.

ກໍລະນີພົບເຫັນ ການແອບອ້າງເຂົ້າຂ່າຍການຖືກຕົວະຍົວະຫຼອກລວງ ແມ່ນໃຫ້ບັນດາທ່ານເຂົ້າໄປແຈ້ງຄວາມຕໍ່ເຈົ້າໜ້າທີ່ຕຳຫຼວດ ເພື່ອມີວິທີການປ້ອງກັນ-ສະກັດກັ້ນ ແລະ ແກ້ໄຂໃຫ້ທັນເວລາຕາມເບີໂທລະສັບ ປກສ ແຂວງ, ປກສ ເມືອງ ທົ່ວແຂວງງຊຽງຂວາງ. ສະນັ້ນ, ຮຽກຮ້ອງມາຍັງພໍ່-ແມ່ປະຊາຊົນ ແລະ ທຸກຊັ້ນຄົນໃນຂອບເຂດແຂວງຊຽງຂວາງ ຈົ່ງມີສະຕິລະວັງຕົວເພື່ອບໍ່ໃຫ້ຕົກເປັນເຫຍື່ອຂອງກຸ່ມຄົນບໍ່ຫວັງດີ, ບໍ່ຫຼົງເຊື່ອກົນອຸບາຍດັ່ງກ່າວ ເພື່ອປົກປັກຮັກສາວັດຖຸ, ເງິນ, ຄຳ ແລະ ສິ່ງຂອງມີຄ່າໃຫ້ປອດໄພ.