ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ຕໍາຫຼວດສິ່ງແວດລ້ອມ ປກສ ແຂວງອຸດົມໄຊ ໄດ້ຮັບແຈ້ງວ່າ: ມີນັກທຸລະກິດຈໍານວນໜຶ່ງ ນໍາເອົາສິນຄ້າສໍາເລັດຮູບທີ່ໝົດອາຍຸບໍລິໂພກ ມາວາງຂາຍຢູ່ຕະຫຼາດນັດ (ເດີ່ນກິລາແຂວງອຸດົມໄຊ), ຈຶ່ງໄດ້ແຕ່ງຕັ້ງພະນັກງານວິຊາສະເພາະ ລົງກວດກາຕົວຈິງ ເຫັນວ່າ ມີມູນຄວາມຈິງແທ້ ຈຶ່ງໄດ້ຢຶດພາຫະນະທີ່ບັນຈຸສິນຄ້າເຂົ້າມາຫ້ອງຕໍາຫຼວດ ເພື່ອກວດຄົ້ນ ພ້ອມນໍາຕົວເຈົ້າຂອງສິນຄ້າມາສືບສວນ-ສອບສວນ.

ພັທ ບຸນທ່ຽງ ເມກທະນົງໄຊ ຫົວໜ້າພະແນກຕໍາຫຼວດສະກັດກັ້ນ-ຕ້ານອາຊະຍາກໍາ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ປກສ ແຂວງອຸດົມໄຊ ໄດ້ໃຫ້ຮູ້ວ່າ: ສິນຄ້າສໍາເລັດຮູບໝົດອາຍຸບໍລິໂພກຈໍານວນດັ່ງກ່າວ ທີ່ກວດພົບລວມມີດັ່ງນີ້:

  • ປະເພດຊີ້ນໄກ່ອົບ-ຂາໄກ່ອົບ ຈໍານວນ 694 ກັບ
  • ຕີນໄກ່ດອງ ຈໍານວນ 307 ຖົງໃຫຍ່
  • ປີກເປັດອົບ-ປີກໄກ່ອົບ 306 ກັບ ແລະ 280 ຖົງນ້ອຍ
  • ຫົວບົວ 80 ຖົງ
  • ເຕົາຮູ້ກາກຸ້ງ 274 ຖົງໃຫຍ່
  • ຖົ່ວຂຽວ ຈໍານວນ 369 ຖົງໃຫຍ່ ແລະ 60 ຖົງນ້ອຍ
  • ເຂົ້າໜົມມັນຝຣັ່ງ 290 ຖົງໃຫຍ່
  • ປະເພດໝີ່ປ໋ອງ 356 ປ໋ອງ
  • ໝີ່ຖົງ 323 ຖົງ
  • ເຂົ້າໜົມຖົ່ວດິນທອດ ຈໍານວນ 5 ແກັດ
  • ນໍ້າຫວານ ຈໍານວນ 14 ກັບ ແລະ ສິນຄ້າບໍລິໂພກອື່ນໆອີກຈໍານວນໜຶ່ງ

+ ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່, ທ້າວ ຢວນເວີຍຈົ່ງ ອາຍຸ 36 ປີ ສັນຊາດຈີນ ເຈົ້າຂອງສິນຄ້າ ໄດ້ໃຫ້ການສາລະພາບວ່າ:

ສິນຄ້າທີ່ເຈົ້າໜ້າທີ່ກວດກາພົບເຫັນ ແມ່ນຂອງຕົນແທ້, ເຊິ່ງໄດ້ສັ່ງຊື້ສິນຄ້າມາຈາກ ສປ ຈີນ; ໂດຍແມ່ນ ທ້າວ ຈູເຢ ອາຍຸ 46 ປີ ສັນຊາດຈີນ ເປັນຜູ້ຂັບລົດບັນທຸກສິນຄ້າດັ່ງກ່າວ ແລະ ການກະທໍາຜິດຂອງພວກກ່ຽວ ຍັງເປັນການກະທໍາທີ່ຜິດໃນມາດຕາ 275 ແລະ 283 ປະມວນກົດໝາຍອາຍາ.

ຕໍ່ບັນຫາດັ່ງກ່າວ, ທາງເຈົ້າໜ້າທີ່ ໄດ້ດໍາເນີນການສຶກສາອົບຮົມ-ກ່າວເຕືອນ ແລະ ດໍາເນີນຄະດີຕາມລະບຽບກົດໝາຍ.

ຈາກນັ້ນ, ໃນວັນທີ 24 ສິງຫາ 2023 ຈຶ່ງໄດ້ຈັດພິທີຈູດທໍາລາຍສິນຄ້າດັ່ງກ່າວ ຢູ່ທີ່ພະແນກກວດກາ ແລະ ຄວມຄຸມຢາເສບຕິດ ປກສ ແຂວງອຸດົມໄຊ, ເຂົ້າຮ່ວມເປັນປະທານໂດຍ ພັທ ສອນເພັດ ວົງພະສິດ ຮອງຫ້ອງຕໍາຫຼວດ ປກສ ແຂວງອຸດົມໄຊ, ມີຜູ້ຕາງໜ້າຈາກບັນດາຂະແໜງການອ້ອມຂ້າງແຂວງ ພ້ອມດ້ວຍເຈົ້າໜ້າທີ່ພະແນກກ່ຽວຂ້ອງ ເຂົ້າຮ່ວມ.