ສະພາບຄວາມບໍ່ເປັນລະບຽບຂອງການສັນຈອນ ຢູ່ນະຄອນຫຼວງວຽງຈັນ ໃນປັດຈຸບັນນີ້ ເຫັນວ່າ ມີຄວາມຫຍຸ້ງຍາກສັບສົນ ຍ້ອນບັນດາຜູ້ຂັບຂີ່ຈຳນວນຫຼວງຫຼາຍ ຍັງລະເມີນກົດຈະລາຈອນ. ເຊິ່ງບັນຫານີ້, ກໍເປັນອີກສາເຫດໜຶ່ງທີ່ພາໃຫ້ເກີດອຸບັດຕິເຫດຕາມທ້ອງຖະໜົນ ແລະ ສະພາບການເກີດອຸບັດຕິເຫດ ກໍມີລັກສະນະທີ່ຮຸນແຮງຂຶ້ນເລື້ອຍໆ ເມື່ອທຽບໃສ່ສຸມປີຜ່ານມາ, ກາຍເປັນໄພອັນຕະລາຍໂດຍກົງຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນລາວບັນດາເຜົ່າ. ບັນຫານີ້, ໄດ້ຊີ້ໃຫ້ເຫັນໃນສະຖິຕິການເກີດອຸບັດຕິເຫດຕາມທ້ອງຖະໜົນ ໃນແຕ່ລະເດືອນ ແມ່ນມີຜູ້ເສຍຊີວິດຫຼາຍຄົນ ແລະ ສ້າງຄວາມເສຍຫາຍຫຼາຍຮ້ອຍລ້ານກີບ.

ໃນໄລຍະຜ່ານມາ, ພະແນກຕຳຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ກໍໄດ້ຊີ້ແຈງຕໍ່ບັນຫາດັ່ງກ່າວນີ້ ວ່າ: ສາເຫດທີ່ພາໃຫ້ເກີດອຸບັດຕິເຫດຕາມທ້ອງຖະໜົນ ກໍມາຈາກຫຼາຍປັດໄຈ ເຊັ່ນວ່າ ການບໍ່ປະຕິບັດ ຫຼື ລະເມີດກົດລະບຽບຈະລາຈອນ, ການຂັບຂີ່ລົດໄວເກີນກຳນົດ, ບັນຫາເສັ້ນທາງເປ່ເພ ແລະ ບັນຫາໄຟເຍືອງທາງບໍ່ພຽງພໍ, ທັງໝົດນີ້ ກໍລ້ວນແລ້ວແຕ່ມີສ່ວນກໍ່ໃຫ້ເກີດອຸບັດຕິເຫດ.

ຄຽງຄູ່ກັນນີ້, ບັນຫາການເພີ່ມຂຶ້ນຂອງພາຫະນະ ກໍເປັນອີກສາເຫດໜຶ່ງທີ່ເຮັດໃຫ້ສະພາບການສັນຈອນທີ່ແອອັດເພີ່ມຂຶ້ນ ແລະ ພາໃຫ້ອຸບັດຕິເຫດເກີດຂຶ້ນຕາມມາ.

ສະຫຼຸບແລ້ວ ສາເຫດຫຼັກໆທີ່ພາໃຫ້ເກີດອຸບັດຕິເຫດ ກໍຄື ການປະຕິບັດກົດລະບຽບຈະລາຈອນ ທີ່ບໍ່ເຂັ້ມງວດ ແລະ ຍ້ອນຄວາມປະໝາດຂາດສະຕິໃນເວລາຂັບຂີ່ພາຫະນະ.

ບັນຫາດັ່ງນີ້, ຜູ້ໃຊ້ລົດ-ໃຊ້ຖະໜົນຈຳນວນບໍ່ໜ້ອຍ ກໍມີທັດສະນະໄປໃນທິດທາງດຽວກັນ ວ່າ: ອີກສາເຫດໜຶ່ງທີ່ພາໃຫ້ເກີດມີອຸບັດຕິເຫດຕາມທ້ອງຖະໜົນ ແມ່ນເກີດຈາກການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ພາກສ່ວນກ່ຽວຂ້ອງ ທີ່ຍັງຖືເບົາປະປ່ອຍໃຫ້ຜູ້ທີ່ດື່ມສິ່ງມຶນເມົາ ເຖິງຂັ້ນບໍ່ໄດ້ສະຕິ ຂັບລົດຕາມທ້ອງໜົນ ເຊິ່ງເປັນສາເຫດທີ່ໃຫ້ເກີດອຸບັດຕິເຫດຕາມມາ.

ນອກນີ້, ການບັງຄັບໃຊ້ກົດຈະລາຈອນຂອງເຈົ້າໜ້າທີ່ ກໍຍັງບໍ່ເຂັ້ມງວດ ແລະ ໃນໄລຍະທີ່ຜ່ານມາ, ການຄວບຄຸມການຈຳໜ່າຍສິ່ງມຶນເມົາໃຫ້ກັບຜູ້ບໍລິໂພກ ເຊັ່ນວ່າ ປ່ອຍໃຫ້ຜູ້ທີ່ອາຍຸບໍ່ເຖິງ 18 ປີ ສາມາດຊື້ເຄື່ອງດື່ມມຶນເມົາໄດ້, ສາມາດເຂົ້າໄປທ່ຽວໃນຮ້ານກິນດື່ມສິ່ງມຶນເມົາໄດ້ ໂດຍບໍ່ມີການກວດສອບອາຍຸ ດັ່ງສະພາບຄວາມເປັນຈິງທີ່ພວກເຮົາເຫັນຢູ່ໃນປັດຈຸບັນ. ຈາກບັນຫາທີ່ກ່າວມານັ້ນ, ບໍ່ວ່າຈະເກີດຈາກສາເຫດໃດ ກໍລ້ວນແຕ່ສ້າງໃຫ້ເກີດຄວາມເສຍຫາຍເຖິງຊີວິດ ແລະ ຊັບສິນທີ່ບໍ່ສາມາດປະເມີນຄ່າໄດ້.

ຢ່າງໃດກໍດີ, ບັນດາຜູ້ໃຊ້ລົດ-ໃຊ້ຖະໜົນ ກໍຕ້ອງໄດ້ເພີ່ມສະຕິໃນການລະມັດລະວັງ ໃນເວລາຂັບຂີ່ພາຫະນະ ເພື່ອຫຼີກລ່ຽງການເກີດອຸບັດຕິເຫດຕາມທ້ອງຖະໜົນ ໂດຍສະເພາະ ການປະຕິບັດກົດຈະລາຈອນຢ່າງເຂັມງວດ ເປັນຕົ້ນ: ບໍ່ຂັບຂີ່ລົດໃນເວລາມຶນເມົາ, ບໍ່ຂັບຂີ່ລົດໄວເກີນກຳນົດ ແລະ ຕ້ອງໃສ່ໝວກກັນກະທົບ ຫຼື ຮັດສາຍນິລະໄພທຸກຄັ້ງໃນເວລາຂັບຂີ່ລົດ ເພື່ອປ້ອງກັນໂຕເອງ ໃນເວລາທີ່ເກີດອຸບັດຕິເຫດ ໃຫ້ຫຼຸດຜ່ອນຈາກໜັກມາເປັນເບົາ ແລະ ເພື່ອຄວາມປອດໄພທາງດ້ານຊີວິດອີກດ້ວຍ.