ທ່ານ ຄຳຜຸຍ ສີບຸນເຮືອງ ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງສະຫວັນນະເຂດ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາປະຊາຊົນ ແຂວງສະຫວັນນະເຂດ ຊຸດທີ II ກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ ແລະ ທິດທາງຈຸດສຸມ 6 ເດືອນທ້າຍປີ 2023 ທີ່ນອນໃນວຽກແຜນການ ແລະ ການລົງທຶນ ເຊິ່ງຖືວ່າເປັນວຽກກວມລວມສ່ວນໃຫຍ່ ໃນແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ໃນນີ້ທ່ານໃຫ້ຮູ້ວ່າ:

ດ້ານການເຕີບໂຕເສດຖະກິດ ແຜນປີ 2023 ສູ້ຊົນເຮັດໃຫ້ GDP ຂະຫຍາຍຕົວໃນລະດັບ 7,75%, ລາຄາໃນປີ 26.641,00 ຕື້ກີບ, ຜ່ານຈັດຕັ້ງປະຕິບັດໃນ 6 ເດືອນຕົ້ນປີ ຂະຫຍາຍຕົວຢູ່ໃນລະດັບ 5,58%, ມູນຄ່າ 13.383,80 ຕື້ກີບ, ເທົ່າກັບ 50,24% ຂອງແຜນການປີ, ສະເລ່ຍໃສ່ພົນລະເມືອງ ໄດ້ 12.156.058 ກີບ (ແຜນການຕາມມະຕິ 24.197.124 ກີບ).

ໃນນັ້ນ, ດ້ານກະສິກໍາ ຂະຫຍາຍຕົວ 2,20%, ກວມ 22,95%, ຄິດເປັນມູນຄ່າເທົ່າກັບ 3.071,98 ຕື້ກີບ, ເທົ່າກັບ 45,08% (ແຜນມະຕິ 6.813,94 ຕື້ກີບ); ຕົ້ນຕໍໄດ້ມາຈາກຜົນຜະລິດອ້ອຍ, ຢາສູບ, ມັນຕົ້ນ, ຢາງພາລາ, ໄມ້ວິກ, ໄມ້ກະຖິນນາລົງ, ໄມ້ຕິ້ວ ແລະ ອື່ນໆ.

ດ້ານອຸດສາຫະກໍາ ຂະຫຍາຍຕົວ 8,33%, ກວມ 44,02%, ໃນມູນຄ່າ 5.890,88 ຕື້ກີບ, ເທົ່າກັບ 55,85% (ແຜນມະຕິ 10.548,12 ຕື້ກີບ); ຕົ້ນຕໍໄດ້ມາຈາກອຸດສາຫະກຳບໍ່ແຮ່, ການຜະລິດຄຳ, ຫີນກາວ, ການຜະລິດເຫຍື່ອເຈ້ຍ, ອຸປະກອນອີເລັກໂຕຣນິກ ແລະ ອຸດສາຫະກຳໄຟຟ້າ.

ດ້ານບໍລິການ ຂະຫຍາຍຕົວ 4,37%, ກວມ 33,03%, ໃນມູນຄ່າ 4.420,93 ຕື້ກີບ, ເທົ່າກັບ 47,64% (ແຜນມະຕິ 9.278,93 ຕື້ກີບ); ຕົ້ນຕໍໄດ້ມາຈາກການຄ້າຂາຍຍົກ-ຂາຍຍ່ອຍ, ການບໍລິການດ້ານໂຮງແຮມ, ຮ້ານອາຫານ ແລະ ການທ່ອງທ່ຽວ, ການຂົນສົ່ງ, ການບໍລິການດ້ານການເງິນ ແລະ ພາສີຂາເຂົ້າ, ເຊິ່ງຖືວ່າ ຂະແໜງບໍລິການ ມີທ່າອ່ຽງດີຂຶ້ນ ທຽບໃສ່ໄລຍະດຽວກັນ ໃນປີຜ່ານມາ.

ສ່ວນດ້ານເງິນຕາ ມີ 2 ຄາດໝາຍ ດັ່ງນີ້: ອັດຕາແລກປ່ຽນເງິນກີບ ທຽບໃສ່ ເງິນໂດລາ ອ່ອນຄ່າ 32,36%, ເງິນກີບ ທຽບ ເງິນບາດ ອ່ອນຄ່າ 29,49% ເມື່ອທຽບໃສ່ໄລຍະດຽວຂອງປີຜ່ານມາ; ອັດຕາເງິນເຟີ້ສະເລ່ຍໃນ 6 ເດືອນ ເພີ່ມຂຶ້ນ 38,71% (ແຜນມະຕິສະເລ່ຍໝົດປີບໍ່ໃຫ້ເກີນ 1 ຕົວເລກ), ແຕ່ບໍ່ສາມາດຄວບຄຸມໄດ້ ເຊິ່ງເປັນສາເຫດເຮັດໃຫ້ໝວດສິນຄ້າສະບຽງອາຫານບາງລາຍການເພີ່ມຂຶ້ນ. ໃນນີ້, 17 ລາຍການ ລາຄາສິນຄ້າໃນເດືອນ 7 ເພີ່ມຂຶ້ນສູງ ເປັນຕົ້ນ: ເຂົ້າສານ ເພີ່ມຂຶ້ນ 51,3%, ຊີ້ນ, ປາ, ຜັກຫອມປ້ອມ: 130.000 ກີບ/ກິໂລ ແລະ ເຄື່ອງປຸງແຕ່ງອາຫານ ເພີ່ມຂຶ້ນ (ສາເຫດ: ແມ່ນການຜະລິດພາຍໃນມີໜ້ອຍ ແລະ ບໍ່ພຽງພໍຕໍ່ຄວາມຕ້ອງການ).

ດ້ານການດຸ່ນດ່ຽງຂາອອກ-ຂາເຂົ້າ ມີທັງໝົດ 3 ຄາດໝາຍ ຄື: ມູນຄ່າການສົ່ງອອກ ແຜນປີສູ້ຊົນໃຫ້ໄດ້ 2.009,14 ລ້ານໂດລາ, ປະຕິບັດ 6 ເດືອນ ໄດ້ 945,43 ລ້ານໂດລາ ເທົ່າກັບ 47,06% ຂອງແຜນປີ, ທຽບໃສ່ໄລຍະດຽວກັນຫຼຸດລົງ 6,92% (ເປັນຕົ້ນ ເຂົ້າສານ, ແຮ່ທາດ, ເຈ້ຍ, ສິນຄ້າກະສິກຳ ແລະ ອື່ນໆ).

ມູນຄ່າການນໍາເຂົ້າ ແຜນປີສູ້ຊົນໃຫ້ໄດ້ 1.374,18 ລ້ານໂດລາ, ປະຕິບັດໄດ້ 553,23 ລ້ານໂດລາ, ເທົ່າກັບ 40,26%, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ຫຼຸດລົງ 20,42% (ການນໍາເຂົ້າເຄື່ອງຈັກ, ອຸປະກອນການຜະລິດ ຫຼຸດລົງ, ແຕ່ການນໍາເຂົ້າສະບຽງອາຫານ ເພີ່ມຂຶ້ນ ເປັນຕົ້ນ: ໄຂ່ໄກ່ ແລະ ອື່ນໆ).

ດ້ານການລົງທຶນເພື່ອການພັດທະນາ (ມີທັງໝົດ 5 ຄາດໝາຍ) ແຜນຕາມມະຕິໃຫ້ໄດ້ 6.712,33 ຕື້ກີບ, ປະຕິບັດໃນ 6 ເດືອນຕົ້ນປີ ໄດ້ 3.959,99 ຕື້ກີບ, ເທົ່າກັບ 59% ຂອງແຜນປີ. ໃນນີ້, ງົບປະມານລົງທຶນລັດ: ປັດຈຸບັນ ທົ່ວແຂວງມີໂຄງການລົງທຶນຂອງລັດ ທີ່ຮັບຮອງຈາກສະພາທັງໝົດ 385 ໂຄງການ, ມູນຄ່າສັນຍາ 4.411,46 ຕື້ກີບ, ມູນຄ່າຊໍາລະຜ່ານມາ 1.397,82 ຕື້ກີບ, ຍັງຄ້າງຊໍາລະ 3.013,64 ຕື້ກີບ; ປີ 2023 ແຂວງໄດ້ຮັບງົບປະມານຂອງລັດ: 135,19 ຕື້ກີບ, ກວມເອົາ 2,01% ຂອງການລົງທຶນທັງໝົດ (ບ້ວງປົກກະຕິ 98 ຕື້ກວ່າກີບ).

ໃນນີ້, ສູນກາງຈັດສັນ ຈຳນວນ 95 ໂຄງການ, ມູນຄ່າ 68,71 ຕື້ກີບ, ກວມເອົາ 69,97%, ປະຕິບັດລາຍຈ່າຍ 6 ເດືອນ ຈໍານວນ 40,64 ຕື້ກີບ, ເທົ່າກັບ 59,91%; ສ່ວນບ້ວງສູນກາງມອບໃຫ້ແຂວງຈັດສັນ ມີຈໍານວນ 288 ໂຄງການ, ມູນຄ່າ 29,486 ຕື້ກີບ, ກວມເອົາ 30,02%, ເຊິ່ງມາຮອດປັດຈຸບັນ ພວມກໍາລັງຈັດຕັ້ງປະຕິບັດ.

ສ່ວນຄາດໝາຍດ້ານຜະລິດເຂົ້ານາແຊງ ແຜນປີສູ້ຊົນໃຫ້ໄດ້ 143.350 ໂຕນ, ປະຕິບັດໄດ້ 124.105 ໂຕນ, ເທົ່າກັບ 86,57% ຂອງແຜນການ, ສະມັດຕະພາບສະເລ່ຍ 4,35 ໂຕນ/ເຮັກຕາ.

ຜະລິດເຂົ້າສານສົ່ງອອກພາຍໃນ ແລະ ຕ່າງປະເທດ ແຜນສູ້ຊົນໃຫ້ໄດ້ 316.700 ໂຕນ, ປະຕິບັດໄດ້ 87.430 ໂຕນ, ເທົ່າກັບ 27,61%. ໃນນີ້, ສົ່ງອອກຕ່າງປະເທດໄດ້ 13.591,10 ໂຕນ, ເທົ່າກັບ 45,30%, ຄິດເປັນມູນຄ່າ 6,97 ລ້ານໂດລາ (ແຜນສົ່ງອອກຕ່າງປະເທດ 30.000 ໂຕນ, ມີປະເທດ ສປ ຈີນ, ຫວຽດນາມ, ອີຢູ).

ການປູກພືດສະບຽງອາຫານ ແລະ ພືດອຸດສາຫະກໍາ ແຜນມະຕິໃຫ້ໄດ້ 93.000 ເຮັກຕາ, ປະຕິບັດໄດ້ 68.064 ເຮັກຕາ, ເທົ່າກັບ 73,18% ຂອງແຜນປີ.

ການຂະຫຍາຍຝູງສັດລ້ຽງ ແຜນສູ້ຊົນເພີ່ມຂຶ້ນໃຫ້ໄດ້ 4-5%, ປະຕິບັດ 6 ເດືອນໄດ້ 1,8%. ໃນນີ້, ຊີ້ນ, ປາ ແລະ ໄຂ່ໄກ່ ຜະລິດໄດ້ 49.065 ໂຕນ, ເທົ່າກັບ 49,58% ຂອງແຜນປີ, ສະເລ່ຍ 44,02 ກິໂລ/ຄົນ/6 ເດືອນ; ສໍາລັບໄຂ່ໄກ່ຜະລິດໄດ້ພຽງ 2.017 ໂຕນ/6 ເດືອນ (ຄວາມຕ້ອງການບໍລິໂພກ 2.841,5 ໂຕນ/6 ເດືອນ), ຍັງຂາດຢູ່ປະມານ 825 ໂຕນ/6 ເດືອນ ຫຼື 16 ລ້ານກວ່າໜ່ວຍ.

ພ້ອມນັ້ນ, ໃນບົດລາຍງານ ຍັງໄດ້ໃຫ້ຮູ້ມູນຄ່າການຜະລິດອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ, ມູນຄ່າຈໍລະຈອນສິນຄ້າ (ຂາຍຍົກ-ຂາຍຍ່ອຍ ແລະບໍລິການ), ດ້ານພະລັງງານ ແລະ ບໍ່ແຮ, ຄາດໝາຍດ້ານວັດທະນະທໍາ-ສັງຄົມ, ການສ້າງບ້ານວັດທະນະທຳ, ຄອບຄົວວັດທະນະທຳ ປະຈຳປີ 2023, ວຽກພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ແລະ ວຽກອື່ນໆທີ່ປິ່ນອ້ອມ ໃນວຽກແຜນການ ແລະ ການລົງທຶນ.