ການສ້າງເສດຖະກິດຄອບຄົວ ແມ່ນການຫາລາຍໄດ້ແກ້ໄຂຄວາມທຸກຍາກ ເຮັດໃຫ້ສະມາຊິກຄອບຄົວທຸກຄົນມີຢູ່ມີກິນ, ມີລາຍຮັບໂດຍອີງໃສ່ຄວາມສາມາດ, ທ່າແຮງ, ເງື່ອນໄຂ ແລະ ການຊ່ວຍເຫຼື່ອເຊິ່ງກັນແລະກັນ ປະກອບກັບຄວາມດຸໝັ່ນຂະຫຍັນພຽນ ເຮັດໃຫ້ຖານະຂອງຄອບຄົວດີຂຶ້ນຄືດັ່ງຄອບຄົວຂອງ ທ່ານ ໂສມງາມ ເລີດວິໄລ ອາຍຸ 60 ປີ, ປັດຈຸບັນ ຢູ່ບ້ານບວມເລົາ-ຜາແກ້ວ ເມືອງປາກລາຍ ແຂວງໄຊຍະບູລີ ເປັນຕົວແບບສ້າງລາຍຮັບໃນການປູກພືດໝູນວຽນເພື່ອຂາຍເປັນສິນຄ້າ.

ທ່ານ ໂສມງາມ ເລີດວິໄລ ເປັນຄອບຄົວຕົວແບບການຜະລິດພືດຂາຍເປັນສິນຄ້າ ໄດ້ປະກອບຄໍາເຫັນຢູ່ໃນກອງປະຊຸມອົງການປົກຄອງບ້ານໃຫຍ່ພັດທະນາບວມເລົາ-ຜາແກ້ວ ໃຫ້ຮູ້ວ່າ:

ໃນໄລຍະຜ່ານມາ, ການປູກພືດເປັນສິນຄ້າ ແມ່ນປູກແຕ່ສາລີ ດ້ວຍຮູບແບບການໄຖດິນ ແລະ ນໍາໃຊ້ຢາຂ້າຫຍ້າ ໂດຍປູກແຕ່ພືດຊະນິດດຽວໃນພື້ນທີ່ເກົ່າຕິດຕໍ່ກັນຫຼາຍປີ ເຊິ່ງບໍໍ່ມີການປັບປຸງດິນ, ບໍ່ມີການໃສ່ຝຸ່ນ, ບໍ່ມີການປູກພືດໝູນວຽນ ຈຶ່ງເຮັດໃຫ້ດິນເຊື່ອມຄຸນນະພາບລົງ ແລະ ຜົນຜະລິດສາລີຫຼຸດລົງເລື້ອຍໆໃນແຕ່ລະປີ.

ມາຮອດປີ 2000, ໄດ້ມີໂຄງການນິເວດກະສິກໍາ ລົງຈັດຕັ້ງປະຕິບັດກິດຈະກໍາສົ່ງເສີມການປູກສາລີແບບບໍ່ໄຖດິນ, ຮັກສາເສດພືດປົກຄຸ້ມໜ້າດິນ ໂດຍມີການປູກພືດປະສົມປະສານ, ປູກພືດໝູນວຽນ ແລະ ປູກພືດຕໍ່ເນື່ອງ, ເຊິ່ງຄອບຄົວຂອງ ທ່ານ ໂສມງາມ ເລີດວິໄລ ກໍເປັນຄອບຄົວໜຶ່ງທີ່ໄດ້ເຂົ້າຮ່ວມເປັນສະມາຊິກກຸ່ມຂອງໂຄງການດັ່ງກ່າວ, ໂດຍໄດ້ຮັບການຝຶກອົບຮົມຮຽນຮູ້ທາງດ້ານເຕັກນິກຕ່າງໆ ແລ້ວນຳມາຈັດຕັ້ງປະຕິບັດຕົວຈິງໃນພື້ນທີ່ຂອງຕົນເອງ ໃນເນື້ອທີ່ປູກພືດທັງໝົດ 3 ເຮັກຕາເຄິ່ງ ແບ່ງອອກເປັນ 2 ຕອນ ຄື:

+ ຕອນທີ 1: ເນື້ອທີ່ 2,50 ເຮັກຕາ, ໄດ້ປູກສາລີປະສົມ ແລະ ຕໍ່ເນື່ອງກັບຖົ່ວແດງ, ຖົ່ວດິນ. ເມື່ອປູກສາລີໄດ້ 75 ຫາ 80 ວັນ ຫຼື ສັງເກດເບິ່ງສາລີກາບເຫຼືອງ ກໍອະນາໄມພື້ນທີ່, ຖາງຫຍ້າ. ຈາກນັ້ນ, ເອົາຖົ່ວແດງມາປູກສັບຫວ່າງສາລີ (ນີ້ແມ່ນເຕັກນິກ: ປູກປະສົມປະສານ); ເມື່ອສາລີມີອາຍຸ 120 ວັນ ກໍເກັບກູ້ສາລີອອກ, ອະນາໄມພື້ນທີ່ ແລ້ວເອົາຖົ່ວແດງ ຫຼື ຖົ່ວດິນມາປູກໃສ່ (ອັນນີ້ແມ່ນເອີ້ນວ່າ: ການປູກຕໍ່ເນື່ອງ).

+ ຕອນທີ 2: ມີເນື້ອທີ່ 1,50 ເຮັກຕາ, ແບ່ງເປັນ 2 ແປງ ຄື:

  • ແປງທີ 1 ປູກສາລີ ປະສົມກັບ ຖົ່ວແດງ
  • ແປງທີ 2 ປູກມັນຕົ້ນ

ປີຕໍ່ໄປ, ແປງທີ່ປູກສາລີ ປະສົມກັບ ຖົ່ວແດງ ແມ່ນເອົາມັນຕົ້ນມາປູກໃສ່ ແລະ ແປງທີ່ປູກມັນຕົ້ນ ປີຜ່ານມາ ແມ່ນເອົາສາລີ ແລະ ຖົ່ວແດງມາປູກໃສ່ ໂດຍໜູນວຽນກັນໄປເລື້ອຍໆໃນແຕ່ລະປີ.

ຈາກການປະຕິບັດຕາມເຕັກນິກດັ່ງກ່າວ ເຫັນວ່າ: ດິນມີຄວາມອຸດົມສົມບູນຂຶ້ນ ເພາະພືດຕະກູນຖົ່ວເປັນພືດທີ່ສາມາດປັບປຸງດິນໃນຕົວມັນເອງ, ໄດ້ຜົນຜະລິດເພີ່ມຂຶ້ນ, ຜົນຜະລິດຄົງຕົວໃນແຕ່ລະປີ, ການເຮັດເຕັກນິກແບບນີ້ ບໍ່ຈຳເປັນຕ້ອງຊື້ຝຸ່ນເຄມີ ເຂົ້າມານຳໃຊ້ໃນການຜະລິດ.

ທ່ານ ໂສມງາມ ເລີດວິໄລ ໄດ້ກ່າວຕຶ່ມອີກວ່າ:

ມາຮອດປັດຈຸບັນ, ດິນປູກພືດຂອງຕົນ ແມ່ນໄດ້ປູກແບບໝູນວຽນພືດເປັນ 2 ຊະນິດ ຄື: ສາລີ ແລະ ມັນຕົ້ນ ແລ້ວເອົາຖົ່ວແດງ ແລະ ຖົ່ວດິນ ມາປູກຕໍ່ເນື່ອງ.

ປີໜຶ່ງ ໄດ້ຜົນຜະລິດສາລີ 7,5 ໂຕນ ຕໍ່ 1 ເຮັກຕາ, ຂາຍເປັນເງິນໄດ້ 10.800.000 ກີບ; ຖົ່ວແດງໄດ້ 2,5 ໂຕນ ຕໍ່ 1 ເຮັກຕາ, ຂາຍໄດ້ 45 ລ້ານກີບ ແລະ ມັນຕົ້ນໄດ້ 36 ໂຕນ ຕໍ່ 1 ເຮັກຕາ, ຂາຍໄດ້ 54 ລ້ານກີບ.

ລວມແລ້ວ ປີໜຶ່ງມີລາຍຮັບຈາກການຂາຍຜົນຜະລິດພືດ ໃນເນື້ອທີ່ 3,50 ເຮັກຕາ ປະມານ 90 ລ້ານກີບຕໍ່ປີ ເມື່ອຫັກຕົ້ນທຶນອອກແລ້ວ. ປັດຈຸບັນ, ເຕັກນິກການປູກພືດແບບປະສົມປະສານ, ໝູນວຽນ ແລະ ປູກພືດຕໍ່ເນື່ອງ ມີຫຼາຍຄອບຄົວນຳເອົາເປັນບົດຮຽນ ໄປຈັດຕັ້ງປະຕິບັດຢ່າງກວ້າງຂວາງ ໃນເຂດພັດທະນາຜາແກ້ວ-ປ່າໄລ່ ແລະ ເຂດອື່ນໆຂອງເມືອງປາກລາຍ.

ຈາກຜົນສໍາເລັດນັ້ນ ແມ່ນຍ້ອນການຊີ້ນຳ-ນຳພາຂອງຄະນະພັກເມືອງ, ຄະນະນໍາ, ວິຊາການຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ທີ່ໄດ້ລົງຊຸກຍູ້ສົ່ງເສີມເປັນປະຈຳ; ເຊິ່ງໃນຕໍ່ໜ້ານີ້, ຄອບຄົວຂອງ ທ່ານ ໂສມງາມ ເລີດວິໄລ ຍັງຈະສືບຕໍ່ປູກພືດເປັນສິນຄ້າ ໂດຍນຳໃຊ້ເຕັກນິກດັ່ງກ່າວ ໃຫ້ມີຄວາມຍືນຍົງຕະຫຼອດໄປ.