ພົຈວ ສານສະໝອນ ພາລາມີໄຊ ຮອງຫົວໜ້າກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ ໄດ້ຕາງໜ້າກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມພົບປະແລກປ່ຽນມິດຕະພາບປ້ອງກັນຊາດ ເຂດຊາຍແດນ 3 ຝ່າຍ ລະຫວ່າງ ລັດຖະມົນຕີ ກະຊວງປ້ອງກັນປະເທດ ຫວຽດນາມ-ລາວ-ກຳປູເຈຍ ຄັ້ງທີ I ທີ່ແຂວງກອນຕຸມ ສສ ຫວຽດນາມ.

ຝ່າຍລາວນໍາໂດຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງປ້ອງກັນປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຝ່າຍຫວຽດນາມນຳໂດຍ ພົນເອກ ຟານ ວັນ ຢາງ ກຳມະການກົມການເມືອງສູນກາງພັກ ລັດຖະມົນຕີ ກະຊວງປ້ອງກັນປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແລະ ຝ່າຍກຳປູເຈຍນຳໂດຍ ພົນເອກ ເຕຍ ໄຊ ຫາ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງປ້ອງກັນປະເທດ ແຫ່ງ ຣາຊະອານາຈັກ ກຳປູເຈຍ ແລະ ບັນດານາຍທະຫານຂັ້ນສູງທັງ 3 ປະເທດ ເຂົ້າຮ່ວມ.

ຄະນະຜູ້ແທນທັງ 3 ຝ່າຍ ໄດ້ເດີນທາງໄປຍັງສະຖານທີ່ຫຼັກໝາຍຊາຍແດນເພື່ອເຄົາລົບ ແລະ ແຕ້ມສີຫຼັກໝາຍຊາຍແດນ ໂດຍເລີ່ມຈາກ ລັກໝາຍຊາຍແດນ ຫວຽດນາມ, ລາວ ແລະ ກໍາປູເຈຍ ຕາມລໍາດັບ ພ້ອມທັງໄດ້ລາດຕະເວນຮ່ວມກໍາລັງທະຫານຊາຍແດນ ທັງ 3 ປະເທດ ແລະ ປູກຕົ້ນໄມ້ມິດຕະພາບ ຢູ່ເຂດຊາຍແດນຂອງ 3 ປະເທດ ຂອງແຂວງກອນຕຸມ ສສ ຫວຽດນາມ, ແຂວງອັດຕະປື ຂອງ ສປປ ລາວ ແລະ ແຂວງລັດຕະນະຂີລີ ຂອງຣາຊະອະນາຈັກ ກໍາປູເຈຍ.

ພ້ອມທັງຮ່ວມຮັບຊົມການຝຶກຊ້ອມ ກໍາລັງເສນາຮັກ 3 ກອງທັບ ໃນການຈໍາລອງເຫດການຕົວຈິງທາງດ້ານອາກາດ ແລະ ພື້ນດຶນ ໃນການຂົນສົ່ງຄົນເຈັບໄປຍັງສະຖານທີ່ປິ່ນປົວ ທີ່ທາງຄະນະໄດ້ກໍານົດໄວ້.

ພາຍຫຼັງສໍາເລັດການຢ້ຽມຊົມບັນດາກິດຈະກຳຕ່າງໆແລ້ວ, ລັດຖະມົນຕີ ຫວຽດນາມ, ລາວ ແລະ ກໍາປູເຈຍ ໄດ້ຜັດປ່ຽນກັນມີຄໍາເຫັນ ແລະ ຕີລາຄາຄືນບັນດາຜົນງານການຈັດຕັ້ງປະຕິບັດ ວຽກງານຊ່ວຍເຫຼືອເຊິ່ງກັນແລະກັນ ທາງດ້ານວຽກງານຊາຍແດນ ລະຫວ່າງ 3 ກອງທັບ ຫວຽດນາມ-ລາວ-ກຳປູເຈຍ ໃນໄລຍະຊຸມປີຜ່ານມາ ແລະ ພ້ອມກັນວາງທິດທາງແຜນການຮ່ວມມືດ້ານຕ່າງໆ ໃນຊຸມປີຕໍ່ໜ້າ.

ໃນໂອກາດທີ່ ພົຈວ ສານສະໝອນ ພາລາມີໄຊ ຕາງໜ້າກະຊວງປ້ອງກັນຄວາມສະຫງົບ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ວ່າ: ການເຂົ້າຮ່ວມກອງປະຊຸມພົບປະແລກປ່ຽນມິດຕະພາບປ້ອງກັນຊາດ ເຂດຊາຍແດນ 3 ຝ່າຍ ລະຫວ່າງ ລັດຖະມົນຕີ ກະຊວງປ້ອງກັນປະເທດ ຫວຽດນາມ-ລາວ-ກຳປູເຈຍ ໃນຄັ້ງນີ້ ຖືເປັນຄັ້ງທຳອິດ ເຊິ່ງມີຄວາມໝາຍຄວາມສຳຄັນທີ່ສຸດ ແລະ ເປັນຄັ້ງປະຫວັດສາດທີ່ 3 ກອງທັບ ຮ່ວມກັນຈັດງານພົບປະແລກປ່ຽນມິດຕະພາບຄັ້ງນີ້ຂຶ້ນ.

ສຳລັບ ລາວ, ຫວຽດນາມ, ກໍາປູເຈຍ ແມ່ນສາມປະເທດທີ່ມີຊາຍແດນຕິດຈອດກັນ ແລະ ເຄີຍຕົກຢູ່ໃນຊະຕາກໍາອັນດຽວກັນ ໃນການຕໍ່ສູ້ກູ້ຊາດໃນເມື່ອກ່ອນ ແລະ ມີມູນເຊື້ອສາມັກຄີຊ່ວຍເຫຼືອເຊິ່ງກັນແລະກັນມາແຕ່ດຶກດໍາບັນ ແບບອ້າຍນ້ອງເຄີຍຮ່ວມທຸກຮ່ວມສຸກນໍາກັນ, ປະຊາຊົນ 3 ຊາດ ໃນອິນດູຈີນ ເຄີຍຕໍ່ສູ້ຄຽງບ່າຄຽງໄລ່ຕ້ານກັບພວກຈັກກະພັດຕ່າງດ້າວຜູ້ຮຸກຮານໂຕດຽວກັນ. ສະນັ້ນ, ບໍ່ວ່າຈະຢູ່ໃນສະພາບ, ເງື່ອນໄຂໃດ ແລະ ໄລຍະເວລາໃດ ພວກເຮົາຈະບໍ່ສາມາດຕັດແຍກອອກຈາກກັນໄດ້.

ໃນໄລຍະຜ່ານມາ, ສະພາບຊາຍແດນ 3 ປະເທດ ມີຄວາມສະຫງົບໂດຍພື້ນຖານ, ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ອົງການປົກຄອງທ້ອງຖິ່ນ, ກຳລັງປ້ອງກັນຊາຍແດນ ແລະ ປະຊາຊົນເຂດຊາຍແດນ 3 ປະເທດ ມີຄວາມເປັນເຈົ້່າການໃນການເສີມຂະຫຍາຍຄວາມສາມັກຄີ, ໃນການຕ້ານ ແລະ ສະກັດກັ້ນເລ່ລ່ຽມກົນອຸບາຍຂອງອິດທິກໍາລັງປໍລະປັກ ທີ່ຫວັງແບ່ງແຍກຄວາມສາມັກຄີ.

ປະຊາຊົນທັງ 3 ປະເທດ ໄດ້ຮ່ວມກັນສະກັດກັ້ນ ແລະ ແກ້ໄຂອາດຊະຍາກໍາຂ້າມຊາດ ເປັນຕົ້ນແມ່ນ: ການຄ້າຂາຍເຖື່ອນ, ການຂົນສົ່ງຢາເສບຕິດ, ອາວຸດເສິກ, ການຄ້າມະນຸດ, ການຍົກຍ້າຍຕັ້ງຖິ່ນຖານພູມລຳເນົາແບບເສລີ, ເຂົ້າ-ອອກເມືອງແບບຜິດກົດໝາຍ, ການລັກລອບຂຸດຄົ້ນຊັບພະຍາກອນທຳມະຊາດ ແລະ ອື່ນໆ ໄດ້ຢ່າງມີປະສິດທິຜົນ.