ບຸນນະມັດສະການພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈໍາປີ 2023 ເປັນບຸນປາງໃຫຍ່ຂອງປວງຊົນລາວບັນດາເຜົ່າ ຈັດຂຶ້ນເປັນປະຈໍາທຸກໆປີ ເພື່ອສືບທອດມູນເຊື້ອປະເພນິດີງາມ ແລະ ເປັນເອກະລັກທາງດ້ານວັດທະນະທໍາທີ່ອຸດົມສົມບູນ, ມີຫຼາກຫຼາຍສີສັນ ແລະ ມີການຮ່ວມມືຢ່າງກວ້າງຂວາງ ໃນຂອບເຂດທົ່ວປະເທດ ແລະ ບັນດາເພື່ອນມິດໃກ້ຄຽງ. ສໍາລັບປີນີ້ ຈັດຂຶ້ນ 5 ມື້ 5 ຄືນ ຕັ້ງແຕ່ວັນທີ 23-27 ພະຈິກ 2023 ເຊິ່ງມີສະຖານທີ່ຈັດງານຢູ່ເດີ່ນດ້ານໜ້າພະທາດຫຼວງ ແລະ ສູນການຄ້າ ລາວ-ໄອເຕັກ ເລີ່ມຕັ້ງແຕ່ວັນທີ 18-27 ພະຈິກ 2023 ນະຄອນຫຼວງວຽງຈັນ.

ບຸນນະມັດສະການພະທາດຫຼວງ ມັນໄດ້ກາຍເປັນງານບຸນປະເພນີອັນສໍາຄັນ ແລະ ເປັນກິດຈະກໍາໜຶ່ງຂອງງານວາງສະແດງ-ຂາຍສິນຄ້າ ໃນລະດັບນະຄອນຫຼວງ ກໍຄືລະດັບຊາດ ເຊິ່ງຈຸດປະສົງຂອງງານນະມັດສະການພະທາດຫຼວງປີນີ້ ແນໃສ່ເພື່ອອະນຸຮັກສົ່ງເສີມຮີດຄອງປະເພນີອັນດີງາມທີ່ສືບທອດກັນມາຫຼາຍຮຸ່ນຄົນ ໃຫ້ມີຄວາມຍືນຍົງຄົງຢູ່ຕະຫຼອດໄປ.

ທ່ານ ນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ໃນນາມຫົວໜ້າກອງເລຂາຄະນະກໍາມະການຈັດງານບຸນນະມັດສະການພຣະທາດຫຼວງ ແລະ ງານວາງສະແດງ-ຂາຍສິນຄ້າ ປະຈໍາ 2023 ໃຫ້ຮູ້ກ່ຽວກັບການກຽມງານບຸນນະມັດສະການພຣະທາດຫຼວງ ແລະ ງານວາງສະແດງ-ຂາຍສິນຄ້າ ແລະ ງານເປີດປີທ່ອງທ່ຽວລາວ ວ່າ:

ງານບຸນນະມັດສະການພຣະທາດຫຼວງ ປະຈາປີ 2023 ແມ່ນເປັນງານພິເສດທີ່ມີຫຼາກຫຼາຍກິດຈະກໍາທີ່ໜ້າສົນໃຈຫຼາຍຢ່າງ, ເຊິ່ງໃນງານປີນີ້ ຈະໄດ້ມີພິທີປະກາດເປີດປີທ່ອງທ່ຽວລາວ ຮ່ວມກັບການຈັດພິທີເປີດງານວາງສະແດງ-ຂາຍສິນຄ້າ ໃນບຸນນະມັດສະການພຣະທາດຫຼວງ ໂດຍພິທີເປີດງານດັ່ງກ່າວ ຈະຈັດຂຶ້ນໃນວັນທີ 23 ພະຈິກ 2023.

ປີນີ້ຈະໄດ້ມີການຄົບງານເປັນເວລາ 5 ວັນ ເລີ່ມແຕ່ວັນທີ 23-27 ພະຈິກ 2023, ສໍາລັບງານວາງສະແດງ-ຂາຍສິນຄ້າ ຢູ່ສູນການຄ້າລາວ-ໄອເຕັກ ເລີ່ມແຕ່ວັນທີ 17-27 ພະຈິກ 2023. ການຈັດງານບຸນນະມັດສະການພຣະທາດຫຼວງ ແມ່ນເປັນການອະນຸລັກຮັກສາ, ສົ່ງເສີມວັດທະນະທໍາຮີດຄອງປະເພນີອັນດີງາມ, ບຸນນະມັດສະການພຣະທາດຫຼວງຂອງຊາວລາວ ກໍຄືຊາວນະຄອນຫຼວງວຽງຈັນ ທີ່ເຄີຍສືບທອດກັນມາແຕ່ບູຮານນະການໃຫ້ຄຽງຄູ່ກັບຄົນລາວ ດ້ວຍຄວາມເປັນເອກະລັກທີ່ໂດດເດັ່ນ, ຮູ້ຈັກກວ້າງສູ່ເວທີສາກົນ ທັງເປັນການຊຸກຍູ້ສົ່ງເສີມການທ່ອງທ່ຽວ, ສົ່ງເສີມການຂາຍສິນຄ້າຄອບຄົວຕົວແບບ, ສິນຄ້າພາຍໃນ ເພື່ອເປັນການຊຸກຍູ້ສົ່ງເສີມເສດຖະກິດພາຍໃນ ໃຫ້ມີຄວາມຄ່ອງຕົວດີຂຶ້ນ.

ສໍາລັບການຈັດງານບຸນປີນີ້ ນອກຈາກຈະໄດ້ເນັ້ນໃສ່ການຈັດກິດຈະກໍາທາງສາສະໜາທີ່ເປັນຮີດຄອງປະເພນີອັນດີງາມແລ້ວ ຍັງເນັ້ນໃສ່ການສົ່ງເສີມດຶງດູດການທ່ອງທ່ຽວ ໂດຍໄດ້ມີການຕົບແຕ່ງສະຖານທີ່ບໍລິເວນຈັດງານບຸນນະມັດສະການພຣະທາດຫຼວງ ທີ່ສະແດງໃຫ້ເຫັນເຖິງເອກະລັກວັດທະນະທໍາ ແລະ ຄວາສວຍງາມ.

ເຊິ່ງຢູ່ພາຍໃນງານ ມີການປະກວດຮ້ອງເພງນັກຮ້ອງສຽງດີ ເພື່ອສົ່ງເສີມການສ້າງສິນລະປິນລຸ້ນໃໝ່ອອກຮັບໃຊ້ສັງຄົມໃຫ້ຫຼາຍຂຶ້ນ ແລະ ໄດ້ມີການ ຫ້າງຫາກະກຽມ ເພື່ອຈັດສັນລົດຂົນສົ່ງມວນຊົນເຂົ້າຊົມໃນງານແບບບໍ່ເສຍຄ່າ, ເຊິ່ງມີລົດເມ, ລົດບໍລິການແທກຊີ້ສີຟ້າ ຂອງບໍລິສັດ ຊັນເອດເອມ, ລົດກັອກໆ ເພື່ອເຮັດໃຫ້ການສັນຈອນບໍ່ແອອັດ, ຈະໄດ້ມີການກໍານົດຈຸດຮັບ-ສົ່ງແຕ່ລະຈຸດ, ເຊິ່ງທາງເຈົ້າໜ້າທີ່ ແລະ ໜ່ວຍງານຮັບຜິດຊອບຂົນສົ່ງ ຈະແຈ້ງໃຫ້ຊາບ.

ງານບຸນນະມັດສະການພະທາດຫຼວງວຽງຈັນ ຈະຈັດຂຶ້ນເປັນເວລາ 5 ວັນ ນັບແຕ່ວັນທີ 23-27 ພະຈິກ ຢູ່ທີ່ຂອບເຂດເດີ່ນພະທາດຫຼວງ ແລະ ສູນການຄ້າລາວ-ໄອເຕັກ ເຊິ່ງບັນດາກິດຈະກໍາຕ່າງໆ ປະກອບມີ:

  • ວັນທີ 23 ພະຈິກ ເວລາ 16:30 ໂມງ ສືບຕໍ່ຄົບງັນຕາມປະເພນີ
  • ວັນທີ 25 ພະຈິກ ເວລາ 16:30 ສູດປະລິຕະມົງຄຸນຢູ່ທີ່ດ້ານໃນກົມມະລຽນພະທາດຫຼວງ
  • ວັນທີ 26 ພະຈິກ 2023 ເວລາ 13:30 ພິທີແຫ່ຜາສາດເຜີ້ງ
  • ວັນທີ 27 ພະຈິກ ເວລາ 07:00 ໂມງ ພິທີໃສ່ບາດຖວາຍສັງຄະທານ, ເວລາ 13:00 ໂມງ ພິທີແຂ່ງຂັນກິລາພື້ນບ້ານຕີຄີ, ເວລາ 19:30 ໂມງ ພິທີວຽນທຽນ ແລະ ຈູດບັ້ງໄຟສັກກາລະບູຊາພະທາດຫຼວງ ແລະ ຄົບງັນຕາມປະເພນີ ໂດຍເປີດໃຫ້ມ່ວນຊົນເຂົ້າທ່ຽວຊົມງານ ເລີ່ມແຕ່ເວລາ 09:00-23:00 ໂມງ

ພ້ອມນີ້, ຍັງມີການໃຫ້ບໍລິການຂີ່ລົດເມຟຣີ ໃນໄລຍະບຸນພະທາດຫຼວງ ເລີ່ມແຕ່ວັນທີ 23-27 ເວລາ 17:00 ຫາ 22:30 ໂມງ ຈະນຳໃຊ້ລົດເມ 45 ບ່ອນນັ່ງ ຈຳນວນ 9 ຄັນ, ລົດ 25 ບ່ອນນັ່ງ 16 ຄັນ ແລະ ລົດກັອກໆສີສົ້ມ ຈຳນວນ 50 ຄັນ.

ສຳລັບຜູ້ທີ່ໃຊ້ລົດສ່ວນຕົວ ທີ່ມີຈຸດປະສົງຈະເດີນທາງມາ ງານບຸນນະມັດສະການພະທາດຫຼວງ ສາມາດໄປຈອດລົດໄວ້ໃນ 3 ຈຸດທີ່ກຳນົດ ຄື:

  1. ເດີ່ນຈອດລົດຕະຫຼາດເຊົ້າຊັອບປີ້ງມໍ
  2. ຈຸດບໍລິການໜ້າຕະຫຼາດຫົວຂົວ
  3. ຕະຫຼາດບຶງທາດຫຼວງ

ສຳລັບບ່ອນຈອດລົດຂຶ້ນ-ລົງຮັບຜູ້ໂດຍສານ ມີຄື:

  • ຖະໜົນສຸພານຸວົງ, ຖະໜົນສີທອງ, ຖະໜົນຫ້ວຍຫົງ, ຖະໜົນທ່າເດືອດ, ຖະໜົນແຄມຂອງ ສາມາດຈອດລົດຢູ່ລານຈອດລົດຕະຫຼາດເຊົ້າ, ຮອງຮັບບ່ອນຈອດລົດໄດ້ 400 ກວ່າຄັນ
  • ຖະໜົນໄກສອນພົມວິຫານ, ຖະໜົນວັງຊາຍ ສາມາດຈອດລົດໄດ້ຢູ່ເດີ່ນຈອດລົດຕະຫຼາດທາດຫຼວງເກົ່າ, ຮອງຮັບບ່ອນຈອດລົດໄດ້ 300 ກວ່າຄັນ
  • ຖະໜົນນາຄວາຍ, ດົງຄຳຊ້າງ, ຖະໜົນກຳແພງເມືອງ ສາມາດຈອດລົດຢູ່ເດີ່ນຕະຫຼາດບຶງທາດຫຼວງ, ຮອງຮັບບ່ອນຈອດລົດໄດ້ 200 ກວ່າຄັນ

ສ່ວນງານວາງສະແດງ-ຂາຍສິນຄ້າ ຢູ່ສູນການຄ້າລາວ-ໄອເຕັກ ໄດ້ກໍານົດຂາຍສິນຄ້າປະເພດຫັດຖະກໍາ, ສິນຄ້າອຸດສາຫະກໍາ ແລະ ເຄື່ອງໃຊ້ສອຍທົ່ວໄປທັງພາຍໃນ ແລະ ຕ່າງປະເທດ ກໍານົດ 5 ວັນ ເຊັ່ນດຽວກັນ ປະກອບມີ:

ສິນຄ້າຂາຍລາຄາໂຮງງານ, ຫຼຸດແລກແຈກແຖມ ພ້ອມກັບໂຊນອາຫານ, ເຄື່ອງດື່ມ, ຂອງຫຼິ້ນແບບຍິ່ງໃຫຍ່ ແລະ ພາຍໃນງານ ຍັງໄດ້ພົບກັບວົງດົນຕີ: ດາວເໜືອ, ໝໍລຳຊິ້ງ, ໂປງລາງ, ໂຟກຊ່ອງ, ການວະແດງ ແລະ ການແຂ່ງເຕັ້ນຂອງເອັກຈູເນຍ ສະຕູດິໂອ.

ພິເສດ ພາຍໃນງານຍັງມີບໍລິການລົດສາມລໍ້-ລົດເມຮັບສົ່ງ ສຳຫຼັບລູກຄ້າທີ່ຈອດລົດຢູ່ບຶງທາດຫຼວງ ທີ່ຈະມາທ່ຽວງານລາວ-ໄອເຕັກ ຫຼື ຈະໄປໄຫວ້ພະທາດຫຼວງ, ຈອດລົດທີ່ລາວ-ໄອເຕັກ ຟຣີທຸກຄັນ (ຈອດໄດ້ 1.500 ຄັນ).

ໃນໂອກາດນີ້, ທ່ານ ນາງ ວິໄລວອນ ຈັນທະລາຕີ ຍັງໄດ້ຮຽກຮ້ອງໃຫ້ສັງຄົມ, ປະຊາຊົນ ແລະ ພາກສ່ວນທີ່ກ່ຽວຂ້ອງ ມີສ່ວນຮ່ວມນໍາກັນ ໃນການເປັນເຈົ້າພາບທີ່ດີ ໃນການຈັດງານບຸນປີນີ້ ເພື່ອຕ້ອນຮັບປີທ່ອງທ່ຽວລາວ ໃຫ້ມີບັນຍາກາດເບີກບານມ່ວນຊື່ນ ທັງຮັບປະກັນໄດ້ຄວາມສະຫງົບປອດໄພ, ຮັກສາໄດ້ຮີດຄອງປະເພນີອັນດີງາມຂອງຊາດ ເປັນຕົ້ນ: ການແຕ່ງກາຍເຂົ້າມານະມັດສະການພຣະທາດຫຼວງ ເພດຍິງ ຕ້ອງນຸ່ງສິ້ນ, ເສືອສຸພາບ, ຫຼື ໃສ່ຊຸດປະເພນີ, ເກົ້າຜົມບ່ຽງແພ ໄປແຕ່ບ້ານຍິ່ງຈະເປັນການດີ ແລະ ທ່ານຊາຍ ກໍໃຫ້ໃສ່ເຄື່ອງສຸພາບຮຽບຮ້ອຍ. ພ້ອມນີ້, ກໍຕ້ອງຮັກສາຄວາມສະອາດ, ຖິ້ມຂີ້ເຫື້ຍອໃສ່ຖັງ ຕາມບ່ອນກໍານົດ ແລະ ປະຕິບັດຂໍ້ຫ້າມຕ່າງໆ ຢ່າງເຂັ້ມງວດ.

ການຂາຍເຄື່ອງໃຫ້ໄປຕາມເຂດ ທີ່ຄະນະກໍາມະການຈັດສັນໃຫ້ ເພື່ອຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ສະອາດຈົບງານພາຍໃນງານ.