ໃນປີ 2024, ແຂວງເຊກອງ ຈະເອົາໃຈໃສ່ພັດທະນາເສດຖະກິດຕາມທ່າແຮງ ໃຫ້ມີຄວາມຫຼາກຫຼາຍ ໂດຍຖືເອົາການຊຸກຍູ້ສົ່ງເສີມການຜະລິດກະສິກໍາ, ສົ່ງເສີມບັນດາອຸດສາຫະກໍາປຸງແຕ່ງ ໃຫ້ມີການເຄື່ອນໄຫວ ເພື່ອສ້າງອາຊີບ-ສ້າງວຽກເຮັດງານທໍາໃຫ້ປະຊາຊົນ, ຍູ້ໜູນການຈັດເກັບລາຍຮັບ, ການສົ່ງອອກ ແລະ ຍູ້ແຮງການພັດທະນາເສດຖະກິດ ເຮັດໃຫ້ລວມຍອດມູນຄ່າ GDP ບັນລຸໄດ້ 3.024 ຕື້ກີບ, ສະເລ່ຍຕໍ່ຫົວຄົນເທົ່າກັບ 21,72 ລ້ານກີບ. ໃນນີ້, ຂະແໜງກະສິກໍາ-ປ່າໄມ້ ເພີ່ມຂຶ້ນ 4,69% ກວມເອົາ 36,34%, ຂະແໜງອຸດສາຫະກຳ ເພີ່ມຂຶ້ນ 8,12% ກວມເອົາ 30,82% ແລະ ຂະແໜງບໍລິການ ເພີ່ມຂຶ້ນ 2,44% ກວມເອົາ 32,84% ຂອງ GDP.

+ ທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ ໃຫ້ຮູ້ວ່າ:

ທິດທາງແຜນການ ແລະ ແຜນວຽກຈຸດສຸມ ໃນປີ 2024, ແຂວງຈະສືບຕໍ່ສ້າງສະພາບແວດລ້ອມທາງສັງຄົມ ໃຫ້ມີຄວາມສະຫງົບ, ມີຄວາມປອດໄພໃນການດຳລົງຊີວິດ ແລະ ການທຳມາຫາກິນຂອງປະຊາຊົນ, ສ້າງເງື່ອນໄຂອຳນວຍຄວາມສະດວກໃນການພັດທະນາ, ການລົງທຶນຂອງພາກເອກະຊົນພາຍໃນ ແລະ ຕ່າງປະເທດ.

ສືບຕໍ່ປະຕິບັດວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໂດຍຖືເອົາວຽກງານຫັນລົງກໍ່ສ້າງຮາກຖານການເມືອງ, ສ້າງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ແລະ ວຽກງານ 3 ສ້າງ.

ຊຸກຍູ້ການສ້າງຖານການຜະລິດໃໝ່ ໃນຂົງເຂດອຸດສະຫະກຳ, ກະສິກຳ, ຫັດຖະກໍາ ແລະ ການບໍລິການ, ຊຸກຍູ້ສົ່ງເສີມການຜະລິດ ແລະ ສົ່ງເສີມການແປຮູບຜະລິດຕະພັນກະສິກໍາ, ສົ່ງເສີມວຽກງານຫັດຖະກໍາ ເຂົ້າໃນການພັດທະນາສິນຄ້າທ່າແຮງ ໃຫ້ກາຍເປັນສິນຄ້າໂອດັອບແຫ່ງຊາດ ຕາມພູມປັນຍາຊາວບ້ານ.

ສູ້ຊົນເຮັດໃຫ້ມູນຄ່າຈໍລະຈອນສິນຄ້າ (ຂາຍຍົກ, ຂາຍຍ່ອຍ ແລະ ບໍລິການ) ເພີ່ມຂຶ້ນ, ສ້າງແຜນພັດທະນາການທ່ອງທ່ຽວ, ສົ່ງເສີມການສ້າງຕັ້ງ ແລະ ດໍາເນີນທຸລະກິດ SME, ພັດທະນາຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງໄປສູ່ຄຸນນະພາບໃໝ່.

ເອົາໃຈໃສ່ຈັດເກັບລາຍຮັບ-ຄຸ້ມຄອງລາຍຈ່າຍງົບປະມານ, ປະຕິບັດມາດຕະການປະຢັດຕ້ານການຟູມເຟືອຍ, ອັດທຸກຊ່ອງຫວ່າງການຮົ່ວໄຫຼຂອງລາຍຮັບ ດ້ວຍການນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝ ແລະ ປະຕິບັດມາດຕະການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ເປັນຕົ້ນ, ບັນຫາເງິນເຟີ້, ອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດໃຫ້ແຂງແຮງ.

ພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນນະພາບ, ປະຕິບັດບັນດາຄາດໝາຍຕົວຊີ້ວັດຂົງເຂດສຶກສາ, ສາທາລະນະສຸກ ແລະ ແຮງງານສະຫວັດດີການ-ສັງຄົມ ເພື່ອເປັນກໍາລັງແຮງຂັບເຄື່ອນການພັດທະນາແຂວງ ໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ບັນລຸເປົ້າໝາຍການພັດທະນາແບບຍືນຍົງ.

ທ່ານເຈົ້າແຂວງເຊກອງ ໃຫ້ຮູ້ຕື່ມວ່າ: ຄາດຄະເນໝົດປີ 2023, ເສດຖະກິດຂອງແຂວງ ຈະຂະຫຍາຍຕົວ 5,5% ມູນຄ່າ GDP ເທົ່າກັບ 2.685 ຕື້ກີບ, ສະເລ່ຍຕໍ່ຫົວຄົນໄດ້ 19,43 ລ້ານກີບ. ໃນນີ້, ຂະແໜງກະສິກໍາ ເພີ່ມຂຶ້ນ 4,95% ກວມເອົາ 36,72%, ອຸດສາຫະກໍາ ເພີ່ມຂຶ້ນ 7,98% ກວມເອົາ 29,79% ແລະ ຂະແໜງບໍລິການ ເພີ່ມຂຶ້ນ 3,85% ກວມເອົາ 33,49% ຂອງ GDP.

ການລົງທຶນ ປະຕິບັດໄດ້ 1.042,12 ຕື້ກີບ ກວມເອົາ 39,22% ຂອງ GDP; ການນໍາເຂົ້າສິນຄ້າ 8,97 ລ້ານໂດລາ ທຽບໃສ່ແຜນເທົ່າກັບ 28,37% ແລະ ການສົ່ງອອກ ປະຕິບັດໄດ້ 233,46 ລ້ານໂດລາ ທຽບໃສ່ແຜນເທົ່າກັບ 628,42%, ໂດຍສ່ວນໃຫຍ່ແມ່ນ ກະແສໄຟຟ້າ, ຖ່ານຫີນ ແລະ ຜົນຜະລິດກະສິກໍາ.