ມາຮອດປັດຈຸບັນ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ສາມາດສ້າງໄດ້ແລ້ວໃນ 37 ສາຂາວິຊາຊ່າງ ແລະ ສ້າງເປັນຫຼັກສູດເພື່ອຍົກລະດັບສີມືແຮງງານໄດ້ 39 ຫຼັກສູດ. ສຳລັບປີ 2023 (ຮອດເດືອນ 11), ສະຖານພັດທະນາສີມືແຮງງານ ທັງຂອງລັດ, ເອກະຊົນ ແລະ ບັນດາຫົວໜ່ວຍແຮງງານຕ່າງໆທົ່ວປະເທດ ສາມາດພັດທະນາສີມືໃຫ້ຜູ້ອອກແຮງງານໄດ້ 11.554 ຄົນ ຍິງ 4.617 ຄົນ.

ການພັດທະນາສີມືແຮງງານ ໄດ້ອີງໃສ່ແຜນຍຸດທະສາດ ການພັດທະນາຊັບພະຍາກອນມະນຸດແຫ່ງຊາດ ຮອດປີ 2025, ແຜນພັດທະນາແຮງງານ ແລະ ສະຫວັດດີການສັງຄົມ ໄລຍະປີ 2021-2025, ແຜນຍຸດທະສາດພັດທະນາຊາວໜຸ່ມ-ເຍົາວະຊົນ ປີ 2021-2030, ແມ່ນເລັ່ງໃສ່ການຍົກລະດັບສີມືໃຫ້ແກ່ກຳລັງແຮງງານ ໃຫ້ມີຂີດຄວາມສາມາດໃນການເຮັດວຽກສູງຂຶ້ນ, ຮອງຮັບໄດ້ຕໍ່ການປ່ຽນແປງທາງດ້ານວິທີການ, ເຕັກນິກ ແລະ ເຕັກໂນໂລຊີທີ່ນຳໃຊ້ເຂົ້າໃນການເຮັດວຽກ ໃນແຕ່ລະໄລຍະ, ເປົ້າໝາຍຂອງການພັດທະນາສີມືແຮງງານ ລວມມີຜູ້ທີ່ມີວິຊາຊີບແລ້ວ, ມີວຽກເຮັດງານທຳແລ້ວ ຫຼື ຜູ້ທີ່ມີປະສົບການໃນການເຮັດວຽກ, ປະກອບອາຊີບໃດໜຶ່ງ ແຕ່ຍັງບໍ່ມີວຸດທິວິຊາຊີບ, ຍັງບໍ່ໄດ້ຮັບການທົດສອບ ແລະ ຢັ້ງຢືນລະດັບສີມືໃນການເຮັດວຽກ.

ໄລຍະຜ່ານມາ, ກະຊວງ ຮສສ ໄດ້ເຮັດໜ້າທີ່ດ້ວຍຄວາມເອົາໃຈໃສ່ ດ້ວຍການແນະນໍາອາຊີບໃຫ້ກຸ່ມຊາວໜຸ່ມ ເພື່ອຄວາມຮັບຮູ້, ຄວາມເຂົ້າໃຈ ແລະ ສ້າງແຮງຈູງໃຈໃຫ້ກຳລັງແຮງງານໜຸ່ມ ໄດ້ສົນໃຈໃນການຝຶກສີມືແຮງງານ ເພື່ອໃຫ້ມີວິຊາຊີບ. ພ້ອມນັ້ນ, ດຶງດູດການມີສ່ວນຮ່ວມຂອງທຸກພາກສ່ວນ ໂດຍສະເພາະແມ່ນພາກທຸລະກິດ ກໍຄື ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ເພື່ອໃຫ້ເອົາໃຈໃສ່ໃນການຍົກລະດັບສີມືໃຫ້ແກ່ຜູ້ອອກແຮງງານ ລວມທັງການທົດສອບ, ອອກໃບຢັ້ງຢືນລະດັບສີມື ແລະ ໃຫ້ຜົນຕອບແທນຕາມລະດັບສີມືດັ່ງກ່າວ, ເຊິ່ງໃນປັດຈຸບັນເຫັນວ່າ ພາກທຸລະກິດໄດ້ໃຫ້ການຮ່ວມມືເປັນຢ່າງດີ ແລະ ຈະໄດ້ຮ່ວມກັນສ້າງກົດໝາຍ ວ່າດ້ວຍ ການພັດທະນາສີມືແຮງງານໃຫ້ສຳເລັດ ເພື່ອເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕິບັດ.

ນອກຈາກນີ້, ຍາດແຍ່ງການສະໜັບສະໜູນທາງດ້ານງົບປະມານ ແລະ ວິຊາການ ກັບບັນດາອົງການຈັດຕັ້ງສາກົນ ເພື່ອນໍາໃຊ້ເຂົ້າໃນວຽກງານພັດທະນາສີມືແຮງງານ, ການກໍານົດມາດຕະຖານສີມືແຮງງານ ໃນສາຂາອາຊີບທີ່ຕະຫຼາດແຮງງານ ມີຄວາມຕ້ອງການທັງໃນປັດຈຸບັນ ແລະ ອະນາຄົດ.

ວິທີການ ແລະ ມາດຕະການແກ້ໄຂສະພາບແຮງງານລາວ ຫຼັ່ງໄຫຼໄປເຮັດວຽກຢູ່ປະເທດໃກ້ຄຽງແບບຜິດກົດໝາຍ ແລະ ການຂາດແຄນແຮງງານພາຍໃນປະເທດ ແມ່ນການສົ່ງແຮງງານງານລາວ ໄປເຮັດວຽກຢູ່ຕ່າງປະເທດ ເຊິ່ງທາງເລືອກໜຶ່ງທີ່ນອກຈາກຈະເປັນການເປີດໂອກາດໃຫ້ແຮງງານລາວ ໄດ້ຝຶກທັກສະສີມືແຮງງານ, ມີລະບຽບວິໄນ, ຮຽນຮູ້ນຳໃຊ້ເຕັກວິຊາການທີ່ທັນສະໄໝ ໃນລະບົບເສດຖະກິດອຸດສາຫະກຳແລ້ວ, ໃນເວລາແຮງງານເຫຼົ່ານີ້ກັບຄືນປະເທດ ກໍສາມາດນຳເອົາບົດຮຽນ ຫຼື ທັກສະສີມືແຮງງານ ມາປະຕິບັດຢູ່ຕຳແໜ່ງງານພາຍໃນ ຫຼື ສາມາດນຳເອົາຄວາມຮູ້ດັ່ງກ່າວ ມາປະກອບອາຊີບອິດສະລະ ແລະ ກາຍເປັນຜູ້ປະກອບການໃນອະນາຄົດ.

ມາຮອດປັດຈຸບັນ, ສາມາດສົ່ງແຮງງານລາວ ອອກໄປເຮັດວຽກຢູ່ຕ່າງປະເທດແບບຖືກຕ້ອງຕາມກົດໝາຍແລ້ວ ຈໍານວນ 134.879 ຄົນ ແລະ ແຮງງານທີ່ໄປແບບຜິດກົດໝາຍ ຈໍານວນ 203.161 ຄົນ ແລະ ສັງລວມເງິນທີ່ແຮງງານສົ່ງກັບຄືນປະເທດທັງໝົດ ຈໍານວນ 38.131.388 ໂດລາຕໍ່ເດືອນ.