ກອງປະຊຸມສະຫຼຸບຜົນການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ 2021-2023 ຂອງກອງບັນຊາການ ປກສ ແຂວງຫົວພັນ ໄດ້ຈັດຂຶ້ນໃນວັນທີ 3 ພະຈິກ 2023 ຜ່ານມາ, ໂດຍມີ ທ່ານ ຄຳແພງ ໄຊສົມແພງ ວ່າການເຈົ້າແຂວງຫົວພັນ, ມີບັນດາທ່ານຄະນະປະຈຳພັກແຂວງ, ຫົວໜ້າ-ຮອງຫົວໜ້າພະແນກການ ອ້ອມຂ້າງແຂວງ, ສອງກອງບັນຊາການ ປກຊ-ປກສ ແຂວງ, ບັນດາທ່ານເຈົ້າເມືອງ-ຮອງເຈົ້າເມືອງ 10 ເມືອງ, ພ້ອມດ້ວຍຫົວໜ້າຫ້ອງວ່າການ 10 ເມືອງ, ປກສ-ປກຊ 10 ເມືອງ, ພາກສ່ວນກ່ຽວຂ້ອງ ແລະ ຜູ້ທີ່ເຮັດວຽກງານຕ້ານຢາເສບຕິດພາຍໃນແຂວງ ເຂົ້າຮ່ວມ.

+ ພັອ ເພັດສອນ ອິນສຸພັນ ຫົວໜ້າກອງບັນຊາການ ປກສ ແຂວງຫົວພັນ ອະນຸກຳມະການການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ກ່າວວ່າ:

ການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ 2021-2023 ( ແຕ່ເດືອນພະຈິກ 2021ຫາເດືອນສິງຫາ 2023) ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດໃນ 6 ວຽກຈຸດສຸມ ເປັນຕົ້ນ: ສ້າງຄວາມຮັບຮູ້, ໂຄສະນາເຜີຍແຜກົດໝາຍ ແລະ ຜົນຮ້າຍຢາເສບຕິດໃຫ້ສັງຄົມຢູ່ຕາມໂຮງຮຽນ, ໝູ່ບ້ານ ໄດ້ 48 ຄັ້ງ, ຕິດປ້າຍໂຄສະນາຕ້ານຢາເສບຕິດຢູ່ຈຸດຕ່າງໆໄດ້ 9 ຄັ້ງ, ໂດຍຜ່ານສື່ໂທລະພາບ, ວິທະຍຸ, ໜັງສືພິມ ປກສ, ລົງເຟສບຸກ ແລະ ຢູທູບໄດ້ 394 ຄັ້ງ. ຈາກນັ້ນ, ແມ່ຍິງ, ຊາວໜຸ່ມແຂວງ ກໍໄດ້ເຄື່ອນໄຫວເຮັດວຽກດັ່ງກ່າວນີ້ຢູ່ບາງເມືອງ ແລະ ບາງບ້ານໄດ້ 60 ກວ່າຄັ້ງ ພ້ອມທັງສຶກສາອົບຮົມນັກໂທດຜູ້ຖືກຫາຢູ່ສູນຕ່າງໆຕື່ມອີກ.

ໃນເວລາ 2 ປີຜ່ານມາ, ສາມາດມ້າງຄະດີໄດ້ 418 ເລື່ອງ, ຈັບຕົວຜູ້ຖືກຫາໄດ້ 492 ຄົນ ຍິງ 60 ຄົນ, ຄົນຫວຽດນາມ 20 ຄົນ, ຢຶດຂອງກາງປະເພດເຮໂຣອິນໄດ້ 82 ແທ່ງ, 7 ຖົງ, 112 ຫໍ່ນ້ອຍ, 19 ກ້ອນນ້ອຍ ແລະ 41 ທໍ່ດູດນໍ້າຫວານນ້ອຍ, ນໍ້າໜັກ 33,401 ກິໂລກຼາມ; ຢາບ້າ 386.847 ເມັດ, ນໍ້າໜັກ 39,192 ກິໂລກຼາມ, ຢາໄອສ໌ 43 ຫໍ່, ນໍ້າໜັກ 43 ກິໂລກຼາມ, ຝຸ່ນຂາວບໍ່ລະອຽດຄ້າຍຄືຢາໄອສ໌ 1 ຖົງ, ນໍ້າໜັກ 16,1 ກິໂລກຼາມ, ຝິ່ນ 11,274 ກິໂລກຼາມ.

ຢຶດອາວຸດເສິກໄດ້ 7 ກະບອກ, ອາວຸດລ່າເນື້ອ 120 ກະບອກ, ລູກລະເບີດ 5 ໜ່ວຍ, ລູກປືນອາວຸດເສິກ 167 ລູກ, ລົດໃຫຍ່ 3 ຄັນ, ລົດຈັກ 147 ຄັນ, ໂທລະສັບ 241 ເຄື່ອງ, ເງິນ 379.900.000 ກີບ, ເງິນດົງ 53.420.000 ດົງ, ເງິນໂດລາ 200 ໂດລາ, ສາຍຄໍຄ້າຍຄືເງິນ 2 ເສັ້ນ, ສາຍຄໍຄ້າຍຄືທອງ 1 ເສັ້ນ ພ້ອມອຸປະກອນອື່ນໆອີກຈຳນວນໜຶ່ງ.

ນອກນັ້ນ, ຍັງໄດ້ລົງສຳຫຼວດການລັກລອບປູກຝິ່ນ ມີ 10 ເມືອງ ມີເນື້ອທີ່ 1.006 ເຮັກຕາ, ທຳລາຍ 905,9 ເຮັກຕາ, ມີ 1.169 ຕອນ, ຍັງບໍ່ທັນໄດ້ທຳລາຍ 713,6 ເຮັກຕາ, ພ້ອມທັງສ້າງບົດບັນທຶກເຊົາການປູກສານເສບຕິດໄດ້ 44 ບ້ານ, ມີ 410 ຄອບຄົວ, ສົ່ງເສີມໃຫ້ເຂົາເຈົ້າຫັນມາປູກກາເຟ ແລະ ລ້ຽງສັດທົດແທນ.

ໄດ້ຫັນລົງກໍ່ສ້າງຮາກຖານຢູ່ເຂດຕ່າງໆໃນທົ່ວແຂວງ ເຊິ່ງສາມາດສ້າງບ້ານປອດຢາເສບຕິດໄດ້ 724 ບ້ານ, ຍັງບໍ່ທັນໄດ້ສ້າງ 376 ບ້ານ, ສ້າງໂຮງຮຽນປອດຢາເສບຕິດໄດ້ 816 ແຫ່ງ, ແລກປ່ຽນບົດຮຽນໃນການຮ່ວມມືສະກັດກັ້ນ ຕ້ານອາຊະຍາກຳຢາເສບຕິດ ແລະ ອາຊະຍາກຳຂ້າມແດນ ຢູ່ປະເທດເພື່ອນບ້ານ ສສ ຫວຽດນາມ.

ໄດ້ຮັບທຶນຊ່ວຍເຫຼືອຕັ້ງ ຫ້ອງການປະສານງານ ປກສ ບ້ານ ລຽບຕາມຊາຍແດນຕິດຈອດກັບບາງແຂວງຂອງຫວຽດນາມ ເຊັ່ນ: ຕິດຈອດກັບແຂວງເຊິນລາ 47 ຫຼັງ, ຕິດກັບແຂວງແທ່ງຮວາ 33 ຫຼັງ ແລະ ແຂວງເງ້ອານ 17 ຫຼັງ ພ້ອມທັງອຸປະກອນຮັບໃຊ້ເຂົ້າໃນວຽກງານທີ່ຈຳເປັນອື່ນໆອີກຈຳນວນໜຶ່ງ.

ຈາກນັ້ນ, ບັນດາທ່ານທີ່ເຂົ້າຮ່ວມ ໄດ້ພ້ອມກັນປະກອບຄຳຄິດເຫັນໃນຫຼາຍດ້ານຢ່າງກົງໄປກົງມາ ໃນການຈັດຕັ້ງປະຕິບັດ ໃນໄລຍະຜ່ານມາ, ບັນຫາຕ່າງໆທີ່ພົບເຫັນ ເພື່ອເປັນການຖອດຖອນບົດຮຽນ ໃນການເຮັດວຽກງານຕໍ່ໜ້າໃຫ້ໄດ້ຮັບຜົນດີຂຶ້ນ.